ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດວ່າ ຈີນມີເສລີພາບ ໃນການປາກເວົ້າ ຫລາຍຂຶ້ນ


ນືຍ Lui Xiaobo ນັກເຄື່ອນໄຫວທີ່ຕໍ່ສູ້ເພື່ອມີສິດໃນການປາກເວົ້າໃນຈີນ
ນືຍ Lui Xiaobo ນັກເຄື່ອນໄຫວທີ່ຕໍ່ສູ້ເພື່ອມີສິດໃນການປາກເວົ້າໃນຈີນ

ເອກອັກຄະລັດຖະທູດສະຫະລັດທີ່ນະຄອນຫຼວງປັກກິ່ງ
ກ່າວວ່າ ທ່ານພວມເຫັນ ການປ່ຽນແປງຢ່າງໃຫຍ່ຫຼວງ
ຢູ່ໃນປະເທດຈີນ ທີ່ປະຊາຊົນສາມາດເວົ້າກ່ຽວກັບເລື່ອງ
ຕ່າງໆໄດ້ຢ່າງເປີດເຜີຍ ທີ່ບໍ່ສາມາດເວົ້າໄດ້ໃນເມື່ອກ່ອນ.

ໃນການຖະແຫຼງຕໍ່ປະຊາຊົນ ທີ່ບ່ອນປະຊຸມຂອງຢູ່ເມືອງ
ແຫ່ງນຶ່ງ ທ່ານ Jon Huntsman ກ່າວວ່າ ທ່ານໄດ້ເຫັນ
ໂຕຢ່າງ ໃນການຫຼັ່ງໄຫຼຂອງຂໍ້ມູນທີ່ເສລີຫຼາຍຂຶ້ນ ໃນຄຳ
ປາໄສຂອງນາຍົກລັດຖະມົນຕີ Wen Jiabao ເມື່ອໄວໆ
ມານີ້ ແລະປະຕິກິລິຍາຕໍ່ການມອບລາງວັນໂນແບລ
ຂະແໜງສັນຕິພາບໃຫ້ແກ່ນາຍ Liu Xiaobo ນັກຄັດ ຄ້ານລັດຖະບານທີ່ພວມຖືກຄຸກຢູ່ຈີນ.

ລັດຖະບານຈີນໄດ້ຕອບໂຕ້ດ້ວຍຄວາມໂກດແຄ້ນ ຕໍ່ການ
ຕັດສິນໃຈ ກ່ຽວກັບການມອບລາງວັນໂນແບລດັ່ງກ່າວ
ແຕ່ທ່ານ Huntsman ໃຫ້ຂໍ້ສັງເກດວ່າ ພັນລະຍາຂອງ
ນາຍ Liu ທີ່ມີຊ່ອງທາງໄດ້ໃຊ້ຄອມພິວເຕີ້ໄດ້ນັ້ນໄດ້ນຳຂ່າວ ຕ່າງໆອອກເຜີຍແຜ່ທາງ
ອິນເຕີແນັດ. ນອກນັ້ນທ່ານຍັງເວົ້າວ່າ ໄດ້ມີການໂອ້ລົມກັນຢ່າງຫຼວງຫຼາຍ ໃນສະຖານທີ່
ທີ່ບໍ່ມີການຄາດຕ່າງໆ ກ່ຽວກັບວ່າລາງວັນນີ້ ມີຄວາມໝາຍວ່າແນວໃດ.

ນອກນັ້ນທ່ານ Huntsman ຍັງໄດ້ກ່າວຊົມເຊີຍຄຳປາໄສຂອງທ່ານ Wen ໃນເດືອນ
ສິງຫາຜ່ານມາ ທີ່ຮຽກຮ້ອງໃຫ້ປະຊາຊົນມີອິດສະຫຼະພາບຫຼາຍຂຶ້ນ ໃນການຕຳໜິຕິຕຽນ
ລັດຖະບານ.

XS
SM
MD
LG