ເມືອງຫລວງຂອງເຂດ Xinjiang ທີ່ແບ່ງແຍກຊົນເຜົ່າຂອງຈີນ
ໄດ້ຫ້າມການ ເອົາຜ້າປົກຫົວໃນທີ່ສາທາລະນະ ອັນເປັນປະ
ເພນີການນຸ່ງຖືຂອງພວກຜູ້ຍິງຊາວມຸສລິມນັ້ນ.
ສື່ລັດຖະບານ ໃນເມືອງ Urumqi ລາຍງານ ໃນວັນພະຫັດມື້
ນີ້ວ່າ ບັນດາຜູ້ນຳພັກຄອມມິວນິສທ້ອງຖິ່ນ ໄດ້ອະນຸມັດເຫັນ
ດີ ໃຫ້ຫ້າມການເອົາຜ້າປົກຫົວ ໃນທີ່ສາທາລະນະນັ້ນ ໃນລະ
ຫວ່າງກອງປະຊຸມຂອງຄະນະກຳມະການຖາວອນ ຂອງລັດ
ຖະບານ.
ບັນດາເຈົ້າໜ້າທີ່ໃນເຂດ Xinjiang ໄດ້ເພີ້ມທະວີການຫ້າມໃນຫລາຍໆດ້ານຂຶ້ນ ຕໍ່ຊີວິດ
ທາງສາສະໜາຂອງມຸສລິມ ໃນຂະນະທີ່ເຂົາເຈົ້າພະຍາຍາມ ຮັບມືກັບ ຄື້ນຟອງການກໍ່
ຄວາມບໍ່ສະຫງົບຂອງຊົນເຜົ່າ ທີ່ຮຸນແຮງຂຶ້ນ.
ຫລາຍຮ້ອຍຄົນໄດ້ຖືກຂ້າຕາຍ ໃນບໍ່ເທົ່າໃດປີທີ່ຜ່ານມາ ໃນລະຫວ່າງະທີ່ເກີດຄວາມ
ວຸ້ນວາຍຢ່າງຕໍ່ເນື່ອງ ແລະ ການໂຈມຕີຕໍ່ເປົ້າໝາຍຂອງລັດຖະບານ ແລະຂອງພົນລະ
ເຮືອນ ຫລາຍຂຶ້ນເລື້ອຍໆ ຢູ່ໃນແລະອ້ອມແອ້ມເຂດ Xinjiang.
ລັດຖະບານຈີນ ໄດ້ຖິ້ມໂທດໃສ່ ພວກມຸສລິມຫົວແບ່ງແຍກດິນແດນ ທີ່ໄດ້ຮັບການໜຸນ
ຫລັງຈາກຕ່າງປະເທດ ວ່າເປັນຜູ້ກໍ່ຄວາມຮຸນແຮງ ແລະໄດ້ລົງມືທຳການກວາດລ້າງຢ່າງ
ກວ້າງຂວາງ ໂດຍໄດ້ປະຫານຊີວິດຫລາຍສິບຄົນ ແລະຂັງຄຸກຫລາຍຮ້ອຍຄົນ ພຽງແຕ່ປີ
ນີ້ປີດຽວ.
ແຕ່ວ່າ ຫລາຍໆຄົນຢູ່ໃນເຂດ Xinjiang ຊຶ່ງພົນລະເມືອງສ່ວນໃຫຍ່ເປັນຊົນເຜົ່າມຸສລິມ
Uighur ນັ້ນ ກ່າວວ່າ ນະໂຍບາຍຈຳແນກກີດກັນຂອງລັດຖະບານຈີນ ຊຸກຍູ້ໃຫ້ເກີດ
ຄວາມຮຸນແຮງ.
ເບິ່ງວີດີໂອ ກ່ຽວກັບ ຊາວມຸສລິມ ໃນເຂດຊີນຈຽງ ຂອງຈີນ: