ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ແລະ ຣັດເຊຍ ຮຽກຮ້ອງໃຫ້ ສຫລ ຍຸຕິການ ລົງໂທດ ຕໍ່ການຊື້-ຂາຍ ອາວຸດ ຂອງ​ຕົນ


ເຮືອບິນລົບອາຍພົ່ນ ຊູຄອຍ ຊູ-25 (Sukhoi Su-25) ຂອງຣັດເຊຍ ບິນສະແດງໃຫ້ເບິ່ງ ຢູ່ໃນການແຂ່ງຂັນ ບັ້ນນຶ່ງ ຊຶ່ງເປັນພາກສ່ວນນຶ່ງ ຂອງງານແຂ່ງຂັນກອງທັບ ສາກົນ 2018 ທີ່ ສັນພູດູໂບຣວິຈີ (Dubrovichi) ຢູ່ນອກເມືອງ ຣີຢາແຊນ (Ryazan) ຂອງຣັດເຊຍ ໃນ ວັນທີ 4, 2018.
ເຮືອບິນລົບອາຍພົ່ນ ຊູຄອຍ ຊູ-25 (Sukhoi Su-25) ຂອງຣັດເຊຍ ບິນສະແດງໃຫ້ເບິ່ງ ຢູ່ໃນການແຂ່ງຂັນ ບັ້ນນຶ່ງ ຊຶ່ງເປັນພາກສ່ວນນຶ່ງ ຂອງງານແຂ່ງຂັນກອງທັບ ສາກົນ 2018 ທີ່ ສັນພູດູໂບຣວິຈີ (Dubrovichi) ຢູ່ນອກເມືອງ ຣີຢາແຊນ (Ryazan) ຂອງຣັດເຊຍ ໃນ ວັນທີ 4, 2018.

ຈີນໄດ້ຮຽກຮ້ອງໃຫ້ສະຫະລັດ ຖອນມາດຕະການລົງໂທດຕໍ່ໜ່ວຍ​ງານ​ນຶ່ງ​ທາງທະ
ຫານຂອງຕົນຍ້ອນຊື້ອາວຸດຈາກຣັດເຊຍ ຖ້າບໍ່ດັ່ງນັ້ນແລ້ວ "ຈະຕ້ອງໄດ້ຮັບ ຜົນທີ່
ຕາມມາ."

ໃນການກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້, ໂຄສົກປະຈໍາກະຊວງການຕ່າງປະເທດ
ຈີນ, ທ່ານ ເກງ ຊວາງ (Geng Shuang) ເວົ້າວ່າ ປັກກິ່ງໄດ້ ທໍາການປະທ້ວງຢ່າງ
ເປັນທາງການຕໍ່ສະຫະລັດ.

ທ່ານເກງເວົ້າວ່າ "ການລົງໂທດຂອງສະຫະລັດ ແມ່ນລະເມີດຫຼັກການພື້ນຖານຂອງ
ການພົວພັນສາກົນ ແລະໄດ້ທໍາລາຍສາຍພົວພັນ ລະຫວ່າງສອງປະເທດ ແລະລະ
ຫວ່າງສອງກອງທັບຢ່າງໜັກ.”

ສ່ວນຣັດເຊຍ ກໍໄດ້ສະແດງການຕອບໂຕ້ຄືນໃນວັນສຸກມື້ນີ້ ໂດຍທີ່ທ່ານ ເຊີເກ
ຣີຢາບຄອັຟ (Sergei Ryabkov) ຮອງລັດຖະມົນຕີກະຊວງການຕ່າງປະເທດ
ເຕືອນສະຫະລັດວ່າ "ຢ່າຫລິ້ນກັບໄຟ."

ທ່ານ ຣີຢາບຄອັຟ (Ryabkov) ເວົ້າວ່າ "ພວກເຮົາຂໍແນະນໍາໃຫ້ວ່າ ຜູ້ແລ່ນເຄື່ອງ
ຈັກການລົງໂທດຂອງວໍຊິງຕັນ ຢ່າງໜ້ອຍ ກໍໃຫ້ທໍາຄວາມຄຸ້ນເຄີຍແບບ ຜີວເຜີນກັບ
ປະຫວັດຂອງພວກເຮົາໃນການຍຸຕິການໝູນກ້ຽວໄປກັບມາຄືວົງວຽນນັ້ນ ໄວ້ແດ່."

ສະຫະລັດໃນວັນພະຫັດວານນີ້ ໄດ້ວາງມາດຕະການລົງໂທດຕໍ່ໜ່ວຍ​ງານ​ນຶ່ງ ທາງ
ທະຫານຂອງຈີນ ຍ້ອນເຫັນວ່າ ການຊື້ອາວຸດຈາກຣັດເຊຍນັ້ນ ເປັນການລະເມີດ
ຕໍ່ການລົງໂທດຂອງສະຫະລັດ ທີ່ມີຕໍ່ຣັດເຊຍ.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນຈະລົງໂທດຕໍ່ໜ່ວຍງານນຶ່ງຂອງ
ກອງທັບຈີນ ທີ່ຮັບຜິດຊອບດ້ານເທັກໂນໂລຈີ ການປ້ອງກັນປະ​ເທດນັ້ນ ໃນທັນທີ
ທັນໃດທີ່ໄດ້ດໍາເນີນການຊື້ຂາຍກັບບໍລິສັດໂຣໂຊໂບໂຣນເອັກສ໌ປອດ
(Rosoboronexport) ຊຶ່ງເປັນຜູ້ສົ່ງອອກອາວຸດລາຍໃຫຍ່ຂອງຣັດເຊຍນັ້ນ.

ຈີນໄດ້ຊື້ເຮືອບິນລົບອາຍພົ່ນ ຊູຄອຍ ຊູ-25 (Sukhoi Su-25) ແລະ ລູກສອນໄຟ
ທີ່ຍິງຈາກພື້ນດິນ ຫາອາກາດ S-400 ຂອງຣັດເຊຍ, ອີງຕາມຖະແຫຼງ​ການ​ຂອງກະ
ຊວງການຕ່າງປະເທດສະຫະລັດ.

ການຊື້ອາວຸດດັ່ງກ່າວແມ່ນລະເມີດຕໍ່ກົດໝາຍ ວ່າດ້ວຍການລົງໂທດປີ 2017 ຂອງ
ສະຫະລັດ ທີ່ໄດ້ສ້າງຂຶ້ນມາເພື່ອເປັນການລົງໂທດຕໍ່ຣັດເຊຍ ທີ່ແຊກແຊງເຂົ້າໃນ
ການເລືອກຕັ້ງປະທານາທິບໍດີ ຂອງສະຫະລັດ ໃນປີ 2016. ກົດໝາຍດັ່ງກ່າວຮຽກ
ຮ້ອງໃຫ້ມີການລົງໂທດຕໍ່ຜູ້ໃດກໍຕາມທີ່ເປັນຝ່າຍທີ 3 ທີ່ໄດ້ທໍາການ "ຊື້-ຂາຍຢ່າງ
ຫຼວງຫຼາຍ" ກັບອຸດສາຫະກໍາ ດ້ານປ້ອງກັນປະ​ເທດຂອງຣັດເຊຍ.

ການລົງໂທດຄັ້ງຫລ້າສຸດນີ້ ເປັນຄັ້ງທໍາອິດ ທີ່ສະຫະລັດໃຊ້ ເພື່ອລົງໂທດຕໍ່ຜູ້ທີ່
ຊື້ອາວຸດທີ່ໃຊ້ໃນດ້ານທະຫານຂອງຣັດເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG