ໃນວັນຈັນມື້ນີ້, ຈີນ ໄດ້ອອກມາຮຽກຮ້ອງໃຫ້ ສະຫະລັດ “ແກ້ໄຂຄວາມຜິດພາດຂອງຕົນ” ຫຼັງຈາກກະຊວງການຕ່າງປະເທດ ສະຫະລັດ ໄດ້ລຶບຄຳເວົ້າຢູ່ເວັບໄຊທ໌ຂອງຕົນໃນກ່ອນໜ້ານີ້ ກ່ຽວກັບການບໍ່ສະໜັບສະໜູນເອກະລາດຂອງໄຕ້ຫວັນ, ເຊິ່ງກະຊວງໄດ້ກ່າວວ່າ ເປັນສ່ວນນຶ່ງຂອງການປັບປຸງຕາມປົກກະຕິ.
ເອກະສານຄວາມຈິງກ່ຽວກັບໄຕ້ຫວັນ ສະບັບປັບປຸງໃນອາທິດທີ່ຜ່ານມາ, ຍັງຄົງກ່າວເຖິງການຄັດຄ້ານຂອງ ວໍຊິງຕັນ ຕໍ່ການປ່ຽນແປງຝ່າຍດຽວຈາກ ໄຕ້ຫວັນ ຫຼືຈາກ ຈີນ, ເຊິ່ງອ້າງເອົາເກາະທີ່ປົກຄອງຕົນເອງແບບປະຊາທິປະໄຕແຫ່ງນີ້ ເປັນຂອງຕົນ.
ແຕ່, ນອກຈາກຈະຍົກເລີກຄຳເວົ້າທີ່ວ່າ “ພວກເຮົາບໍ່ສະໜັບສະໜູນເອກະລາດຂອງໄຕ້ຫວັນ” ແລ້ວ, ເທິງໜ້າເວັບໄຊທ໌ດັ່ງກ່າວ ຍັງໄດ້ເພີ້ມການອ້າງອີງເຖິງການຮ່ວມມືຂອງ ໄຕ້ຫວັນ ກັບໂຄງການພັດທະນາເທັກໂນໂລຈີ ແລະ ເຊມີຄັອນດັກເຕີ້ ຂອງທໍານຽບຫ້າແຈ, ແລະກ່າວອີກວ່າ ສະຫະລັດ ຈະສະໜັບສະໜູນການເຂົ້າເປັນສະມາຊິກໃນອົງການລະຫວ່າງປະເທດຂອງ ໄຕ້ຫວັນ “ໃນກໍລະນີຕ່າງໆທີ່ເປັນໄປໄດ້.”
ປັກກິ່ງ ປະນາມການຮັບຮອງຂອງສາກົນຕໍ່ ໄຕ້ຫວັນ ຫຼື ການຕິດຕໍ່ພົວພັນລະຫວ່າງເຈົ້າໜ້າທີ່ໄຕ້ຫວັນກັບຕ່າງປະເທດ, ໂດຍຖືວ່າ ເປັນການສະໜັບສະໜູນສະຖານະໃຫ້ ໄຕ້ຫວັນ ແຍກໂຕອອກຈາກ ຈີນ.
ການອັບເດດເວັບໄຊທ໌ດັ່ງກ່າວ ມີຂຶ້ນປະມານ 3 ອາທິດລຸນຫຼັງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສາບານຕົນເຂົ້າຮັບຕຳແໜ່ງເປັນສະໄໝທີສອງຢູ່ທຳນຽບຂາວ.
ໃນການກ່າວສະແດງຄຳເຫັນຢູ່ນະຄອນຫຼວງປັກກິ່ງ, ທ່ານ ກົວ ເຈຍກຸນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ ການດັດແກ້ເວັບໄຊທ໌ຂອງກະຊວງການຕ່າງປະເທດສະຫະລັດກ່ຽວກັບ ໄຕ້ຫວັນ ແມ່ນບາດກ້າວຖອຍຫຼັງທີ່ຮຸນແຮງທີ່ສຸດ ແລະ “ເປັນການສົ່ງຂໍ້ຄວາມທີ່ຜິດພາດຢ່າງຮ້າຍແຮງໄປຍັງກອງກໍາລັງແບ່ງແຍກດິນແດນ ທີ່ຕ້ອງການຮຽກຮ້ອງເອກະລາດຂອງ ໄຕ້ຫວັນ".
ທ່ານ ກົວ ກ່າວວ່າ “ນີ້ຄືອີກນຶ່ງຕົວຢ່າງຂອງການຍຶດໝັ້ນທີ່ແຂງກະດ້າງຂອງສະຫະລັດ ຕໍ່ນະໂຍບາຍທີ່ຜິດພາດ ‘ໃນການໃຊ້ ໄຕ້ຫວັນ ເພື່ອຂັດຂວາງ ຈີນ.’ ພວກເຮົາຂໍຮຽກຮ້ອງໃຫ້ຝ່າຍ ສະຫະລັດ ຈົ່ງແກ້ໄຂຂໍ້ຜິດພາດຂອງຕົນໃນທັນທີ.”
ສະຫະລັດ, ຄືກັນກັບຫຼາຍໆປະເທດ, ທີ່ບໍ່ມີການພົວພັນທາງການທູດຢ່າງເປັນທາງການກັບ ໄຕ້ຫວັນ, ແຕ່ເປັນຜູ້ສະໜັບສະໜູນຕ່າງປະເທດທີ່ເຂັ້ມແຂງທີ່ສຸດ, ໂດຍຜູກພັນຕາມກົດໝາຍ ທີ່ຈະຕ້ອງຈັດຫາວິທີປ້ອງກັນຕົນເອງໃຫ້ແກ່ເກາະແຫ່ງນີ້.
ຟໍຣັມສະແດງຄວາມຄິດເຫັນ