ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ​​ຮຽກຮ້ອງໃຫ້ ກໍາ​ປູເຈຍ ​​​ສ້າງຕັ້ງ​ ລັດຖະບານ ໂດຍໄວ


ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Wang Yi (ຊ້າຍ) ທ່ານ Hun Sen (ຂວາ)
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Wang Yi (ຊ້າຍ) ທ່ານ Hun Sen (ຂວາ)
ລັດຖະມົນຕີ​ ການ​ຕ່າງປະ​ເທດ​ຂອງ​ຈີນ ​ໄດ້ເລັ່ງ​ລັດໃຫ້
ກໍາ​ປູເຈຍ​ແກ້ໄຂສະພາບການ​ບໍ່​ໄປ​ບໍ່​ມາທາງ​ການ​ເມືອງ
​ທີ່ຍັງ​ດໍາ​ເນີນສືບ​ຕໍ່ມາຢູ່​ໃນ​ຂະນະ​ນີ້​ນັ້ນແລະ​ໃຫ້​ປະກອບ
​ລັດຖະບານ​ໃໝ່​ຂຶ້ນຢ່າງໄວວາ​.

ທ່ານ Wang Yi ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຈີນ
ຜູ້​ທີ່​ກໍາລັງ​ຢ້ຽມຢາມ​ກໍ​ປູ​ເຈຍ​ ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ພຸດ
​ວານ​ນີ້ ​ຢູ່​ກຸງ​ພະນົມ​ເປັນ ຫລັງ​ຈາກການ​ພົບ​ປະກັນ​ກັບ
​ຄູ່​ຕໍາ​ແໜ່​ງຂອງ​ທ່ານ ກໍ​ຄືທ່ານ HorNamhong ​ແລະ
ນາຍົກລັດຖະມົນຕີ Hun Sen ທ່າ​ມກາງ​ຄວາມ​ວຸ້ນວາຍ
ທາງການ​ເມືອງລຸນ​ຫລັງ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໃນ​ເດືອນ​ແລ້ວ​ນີ້.

​ສໍານັກງານຂ່າວຊິນ​ຫົວ​ຂອງທາງ​ການຈີນ ​ກ່າວ​ວ່າ ທ່ານ Wang ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ
​ຕໍ່​ທ່ານ Hun Sen ໃນການທີ່ພັກປະຊາຊົນກໍາປູເຈຍໄດ້ຮັບໄຊຊະນະນັ້ນ ເຖິງແມ່ນວ່າ ​
ຍັງມີການປະທ້ວງຢູ່​ຕໍ່​ມາກໍຕາມ ຂອງພັກຝ່າຍຄ້ານ ທີ່ໄດ້ປະຕິເສດບໍ່​ຮັບ​ຮູ້ຜົນຂັ້ນ​ຕົ້ນ
ຂອງ ການ​ເລືອກຕັ້ງ ທີ່ສະ​ແດງວ່າພັກປະຊາຊົນກໍາປູເຈຍໄດ້ຮັບໄຊຊະນະນັ້ນ.

ພວກນັກຂ່າວບໍ່ໄດ້ອະນຸຍາດໃຫ້ຊັກຖາມແຕ່ຢ່າງໃດ ໃນລະຫວ່າງການຖະແຫຼງຂ່າວຂອງ​
ລັດຖະມົນຕີ​ທັງ​ສອງນັ້ນ.
XS
SM
MD
LG