ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຮຽກຮ້ອງໃຫ້ປາກິສຖານ ຮັບຮອງຄວາມປອດໄພ ໃຫ້ແກ່ຊາວຈີນ ທີ່ເຮັດວຽກຢູ່ໃນໂຄງການທະວີພາຄີ

ແຟ້ມ-ພາບທີ່ເປີດເຜີຍໃຫ້ເຫັນຄົນເຮັດວຽກຊາວຈີນ ລຸນຫຼັງທີ່ເດີນທາງໄປເຖິງ ສະໜາມບິນ ກວາດາ, ໃນເມືອງກວາດາ, ປາກິສຖານ, ວັນທີ 3 ຕຸລາ 2017.
ແຟ້ມ-ພາບທີ່ເປີດເຜີຍໃຫ້ເຫັນຄົນເຮັດວຽກຊາວຈີນ ລຸນຫຼັງທີ່ເດີນທາງໄປເຖິງ ສະໜາມບິນ ກວາດາ, ໃນເມືອງກວາດາ, ປາກິສຖານ, ວັນທີ 3 ຕຸລາ 2017.

ປະທານ​ປະ​ເທດຈີນ ທ່ານສີ ຈິ້ນຜິງ ໄດ້ເປັນເຈົ້າພາບຈັດການສົນທະນາທະວີພາຄີແບບກວມລວມ ໃນວັນພຸດວານນີ້ ກັບນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣິຟ, ແລະໄດ້ “ສະແດງຄວາມກັງວົນຂອງທ່ານ ຢ່າງ​ໃຫຍ່ຫຼວງ” ກ່ຽວກັບຄວາມປອດໄພຂອງປະຊາຊົນຊາວຈີນ ທີ່ອາໄສມາເປັນເວລາດົນນານ ໃນປະເທດພັນທະມິດເອເຊຍໃຕ້ແຫ່ງນີ້.

ທ່ານຊາຣີຟ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງປັກກິ່ງເປັນຄັ້ງທໍາອິດ ນັບຕັ້ງແຕ່ທ່ານໄດ້ເຂົ້າດໍາລົງຕໍາແໜ່ງ ໃນເດືອນເມສາທີ່ຜ່ານມາ. ທ່ານເປັນຜູ້ນໍາຕ່າງປະເທດຄົນທໍາອິດ ທີ່ເດີນທາງໄປພົບກັບ ທ່ານສີ ລຸນຫຼັງການເຂົ້າຮັບຕໍາ ແໜ່ງທີ່ເປັນປະຫວັດການຂອງທ່ານສີ ສະໄໝທີສາມເມື່ອເດືອນຕຸລາທີ່ຜ່ານມາ.

ເຈົ້າໜ້າທີ່ກ່າວວ່າ ທ່ານສີ ແລະທ່ານຊາຣີຟ ໄດ້ພາກັນກວດກາຄືນ ກ່ຽວກັບການຮ່ວມມືທະວີພາຄີ, ເຊິ່ງຢືນ​ຢັນ​ເຖິງຄວາມມຸ່ງໝັ້ນຂອງພວກທ່ານກ່ຽວກັບເສັ້ນທາງເສດຖະກິດ ລະຫວ່າງຈີນ ແລະປາກິສຖານຫຼື CPEC, ​ເຊິ່ງຈີນໄດ້ອອກທຶນຫຼາຍພັນລ້ານໂດລາ ເຂົ້າໃນໂຄງການທະວີພາຄີ ເຊິ່ງໄດ້ຈັດສັນອອກມາເພື່ອຊ່ວຍຟື້ນຟູ ແລະຂະຫຍາຍລະບົບເສດຖະກິດຂອງອິດ​ສະ​ລາ​ມາ​ບັດ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ (ຂວາ), ນາຍົກລັດຖະມົນຕີຂອງປາກິສຖານທີ່ໄປຢ້ຽມຢາມ ທ່ານເຊບາສ ຊາຣີຟ ໃນລະ​ຫວ່າງການສົນທະນາຂອງຜູ້ນໍາທັງສອງປະເທດ ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 2 ພະຈິກ 2022. (Courtesy - Pakistan Government via Ayaz Gul)

ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວຢູ່ໃນຖະແຫຼງການວ່າ “ປະທານ​ປະ​ເທດສີ ໄດ້ສະແດງຄວາມກັງວົນເປັນຢ່າງສູງ ກ່ຽວກັບຄວາມປອດໄພຂອງປະ ຊາຊົນຊາວຈີນ ທີ່ອາໄສຢູ່ໃນປາກິສຖານ, ແລະໄດ້ສະແດງຄວາມຫວັງຂອງທ່ານອອກມາວ່າ ປາກິສຖານຈະສະ​ໜອງສະພາບແວດລ້ອມ ທີ່ໜ້າ​ເຊື່ອ​ຖື​ແລະ​ມີ​ຄວາມປອດໄພໃຫ້ແກ່ສະຖາບັນ ແລະບັນດາບຸກຄະລາກອນຊາວຈີນທີ່ປະຕິ ບັດງານ ຢູ່ໃນໂຄງການຮ່ວມມື ຢູ່ທີ່ນັ້ນ.”

XS
SM
MD
LG