ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຮຽກ​ຮ້ອງ​ໃຫ້​​ມີ​ການຢຸດ​ຍິງ ໃນ​ມຽນ​ມາ ຂະ​ນະ​ທີ່​ທຳ​ການ​ຊ້ອມ​ລົບ ​ໃນ​ດິນ​ແດນ​ຂອງ​ຕົນ


ລັດ​ສານ ໃນ​ມຽນ​ມາ
ລັດ​ສານ ໃນ​ມຽນ​ມາ

ປັກ​ກິ່ງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ຢູ່​ໃນ​ມຽນ​ມາ ຫຼັງ​ຈາກ​ແນວ​ໂຮມ​ນັກ​ລົບ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ ໄດ້​ເຂົ້າ​ຢຶດ​ເອົາ​ດ່ານ​ຂ້າມ​ຊາຍ​ແດນ​ຫຼາຍໆ​ແຫ່ງຢູ່​ຕາມ​ຊາຍ​ແດນ​ມຽນ​ມາ​ທີ່​ຕິດ​ກັບ​ຈີນ​ໃນ​ເດືອນ​ແລ້ວ ອີງ​ຕາ​ມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ ເອ​ພີ.

ນອກນັ້ນ ທາງກອງ​ທັບ​ຈີນ​ຍັງ​ແຈ້ງວ່າ ຕົນ​ຈະ​ສືບ​ຕໍ່​ທຳ​ການ​ຊ້ອມ​ລົບ​ໂດຍໃຊ້ ​ລູກ​ປືນ​ແທ້ ຢູ່​ພາຍ​ໃນ​ເຂດ​ຊາຍ​ແດນ​ຂອງ​ຕົນ ເພື່ອ​ທົດ​ສອບ​ເບິ່ງ “ຄວາມ​ສາ​ມາດ​ໃນ​ການ​ຄວບ​ຄຸມຊາຍ​ແດ​ນ​ແລະ​ປະ​ສິດ​ທິ​ພາບໃນ​ການ​ຍິງ​ທຳ​ລາຍ” ​ຂອງ​ຕົນ ເພື່ອ​ໃຫ້​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ​ກຽມ​ພ້ອມ​ ສຳ​ລັບ​ເຫດ​ການ​ສຸກ​ເສີນ​ໃດໆ​ກໍ​ຕາມ.

​ລັດ​ຖະ​ບານມຽນ​ມາ​ແມ່ນ​ກາງ​ຕໍ່​ຢ່າງ​ໜັກ ໃນ​ການ​ຄ້າ​ກັບ​ຈີນ. ກຳ​ລັງ​ພັນ​ທະ​ມິດ​ຂອງ​ພວກ​ຕໍ່​ຕ້ານ ໄດ້​ເຂົ້າ​ຢຶດ​ເອົາ ​ດ່ານ​ການ​ຄ້າ​ຊາຍ​ແດນ​ສຳ​ຄັນ ​ທີ່​ເມືອງ​ມູ​ເຊ (Muse) ເມື່ອ​ວັນ​ເສົາ​ແລ້ວ.

ເມືອງ​ມູ​ເຊ ແມ່ນ​ທີ່​ຕັ້ງຂອງເຂດ​ການ​ຄ້າ​ໄມ​ລ໌​ທີ 105 ​ແລະ​ມີ​ການ​ຄ້າ​ຂາຍ​ໃນ​ປະ​ລິ​ມານ​ ​ຫຼາຍ​ທີ່​ສຸດ​ກັບ​ຈີນ.

ມັນ​ແມ່ນ​ດ່ານ​ຂ້າມ​ຊາຍ​ແດນ​ແຫ່ງ​ທີ 4 ທີ່​ກຳ​ລັງ​ພັນ​ທະ​ມິດ​ເຂົ້າ​ຢຶດ​ເອົາ​ໃນ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ລະ​ຫວ່າງກອງ​ທັບ​ມຽນ​ມາແລະ​ກຳ​ລັງ​ຕໍ່​ຕ້ານໃນ​ຮອບ​ເດືອນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG