ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ຍົກລະດັບ ການຊ່ອຍເຫຼືອ ແກ່ ຟີລິບປິນ ຂະນະທີ່ ສອງປະເທດ ຮັດແໜ້ນສາຍສຳພັນລະຫວ່າງກັນ


ປະທານປະເທດຈີນ ທ່ານສີ ຈິ່ນຜິງ (ຂວາ) ຈັບມືກັບ ປະທາ
ນາທິບໍດີ ຟີລິບປິນ ທ່ານ ຣອດຣີໂກ ດູເຕີເຕ້ ກ່ອນໜ້າ ການ
ເຈລະຈາ ສອງຝ່າຍ ໃນລະຫວ່າງ ກອງປະຊຸມ ນຶ່ງແລວທາງ ນຶ່ງເສັ້ນທາງ ຢູ່ທີ່ຫໍປະຊາຊົນ ໃນນະຄອນຫຼວງປັກກິ່ງ ປະເທດຈີນ, ວັນທີ 15 ພຶດສະພາ 2017
ປະທານປະເທດຈີນ ທ່ານສີ ຈິ່ນຜິງ (ຂວາ) ຈັບມືກັບ ປະທາ ນາທິບໍດີ ຟີລິບປິນ ທ່ານ ຣອດຣີໂກ ດູເຕີເຕ້ ກ່ອນໜ້າ ການ ເຈລະຈາ ສອງຝ່າຍ ໃນລະຫວ່າງ ກອງປະຊຸມ ນຶ່ງແລວທາງ ນຶ່ງເສັ້ນທາງ ຢູ່ທີ່ຫໍປະຊາຊົນ ໃນນະຄອນຫຼວງປັກກິ່ງ ປະເທດຈີນ, ວັນທີ 15 ພຶດສະພາ 2017

ຈີນ ກຳລັງຍົກລະດັບການຊ່ອຍເຫຼືອ ແກ່ຟີລິບປິນ ຂຶ້ນ ຊຶ່ງຈະປະກອບດ້ວຍ ຂໍ້ສະເໜີ
ເພື່ອຊອກຫານ້ຳມັນຢູ່ນອກຝັ່ງ ຮ່ວມກັນ ແລະ ມອບຂອງຂວັນ ທີ່ເປັນອາວຸດຕ່າງໆ
ເພື່ອຊ່ອຍ ລັດຖະບານມານີລາ ໃນການຕໍ່ສູ້ກັບ ການກໍ່ຈະລາຈົນຈາກພວກກະບົດ
ມຸສລິມ, ໂດຍບົ່ງຊີ້ໃຫ້ເຫັນວ່າ ທັງສອງຝ່າຍຢາກມີ ສາຍສຳພັນທີ່ແໜ້ນແຟ້ນຂຶ້ນຕື່ມອີກ
ເຖິງແມ່ນວ່າ ຈະມີການຂັດແຍ້ງກັນທາງທະເລ ທີ່ເຮັດໃຫ້ບໍ່ມີຄວາມສະຫງົບ ຢູ່ກໍຕາມ.

ສາມບໍລິສັດ ໂດຍລວມມີ ລັດວິສາຫະກິດເຈາະນ້ຳມັນນອກຝັ່ງ CNOOC ຂອງຈີນແມ່ນ
ພວມຄອຍຖ້າ ການລົງນາມຂອງປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte
ເພື່ອຈະຄົ້ນຄວ້າຫາບໍ່ເຊື້ອໄຟ ພາຍໃຕ້ ເນື້ອທີ່ 7,120 ກິໂລແມັດມົນທົນ ຂອງນ່ານນ້ຳ
ນອກຝັ່ງ ທາງທິດຕາເວັນຕົກຂອງຟີລິບປິນ.

ເມື່ອສັບປະດາແລ້ວນີ້ ກອງທັບຂອງຟີລິບປິນ ໄດ້ກ່າວຢູ່ໃນເວັບໄຊ ຂອງຕົນວ່າ ຈີນ
ໄດ້ບໍລິຈາກ ປືນຍາວ 3,000 ກະບອກ ພ້ອມກັບ ລູກປືນ 3 ລ້ານລູກ ເພື່ອຊ່ອຍກອງທັບ
ໃນການຕໍ່ສູ້ ກັບພວກກະບົດກຸ່ມ Mauted ທີ່ເຫັນໃຈພວກຫົວຮຸນແຮງລັດອິສລາມ ຫຼື
ISIS ຢູ່ໃນເມືອງທາງພາກໃຕ້ຂອງປະເທດທີ່ໄດ້ຮັບຜົນກະທົບຈາກສົງຄາມ.

ການໃຫ້ການຊ່ອຍເຫຼືອດັ່ງກ່າວ ພ້ອມດ້ວຍການຊ່ອຍເຫຼືອດ້ານພື້ນຖານໂຄງລ່າງ ຈາກ
ຈີນ ບົ່ງຊີ້ວ່າ ທັງສອງປະເທດ ຢາກໄດ້ຄວາມສະດວກ ຈາກກັນແລະກັນ ຫຼາຍທີ່ສຸດ
ທີ່ສາມາດໃຫ້ກັນໄດ້. ທັງສອງປະເທດ ຄືນດີກັນບໍ່ດົນ ໃນປີ 2016 ຜ່ານມານີ້ ຫຼັງຈາກ
4 ປີ ຂອງການຜິດຖຽງກັນ ກ່ຽວກັບການອ້າງເອົາອະທິປະໄຕ ໃນທະເລຈີນໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG