ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Xi Jinping ຖືກແຕ່ງຕັ້ງ ໃຫ້ເປັນ ຜູ້ນໍາຄົນໃໝ່ ຂອງຈີນ


ທ່ານ Xi Jinping(ກາງ) ຜູ້ນໍາຄົນໃໝ່ຂອງຈີນ ຢືນຢູ່ເທິງເວທີຮ່ວມກັບ
ສະມາຊິກຄະນະກຳມະການກົມການເມືອງສູນກາງພັກ
ທ່ານ Xi Jinping(ກາງ) ຜູ້ນໍາຄົນໃໝ່ຂອງຈີນ ຢືນຢູ່ເທິງເວທີຮ່ວມກັບ ສະມາຊິກຄະນະກຳມະການກົມການເມືອງສູນກາງພັກ
ທ່ານ Xi Jinping ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາຄົນໃໝ່ຂອງຈີນ
ເຂົ້າຮັບໜ້າທີ່ເປັນເລຂາທິການໃຫຍ່ຂອງພັກ Communist
ທີ່ປົກຄອງປະເທດຢູ່ໃນຂະນະນີ້ ແລະຍັງເປັນປະທານຂອງ
ຄະນະກຳມາທິການທະຫານ ທີ່ມີອິດທິພົນນໍາອີກ.

ຮອງປະທານປະເທດ Xi ຜູ້ຊຶ່ງໄດ້ຄາດຫວັງມານານແລ້ວວ່າ
ຈະເຂົ້າຮັບໜ້າທີ່ເປັນຜູ້ນຳພັກຕໍ່ຈາກປະທານປະເທດ Hu Jintao
ທີ່ອອກຈາກຕໍາແໜ່ງໄປແລ້ວນັ້ນ ໄດ້ຢ່າງຢູ່ເທິງພົມສີແດງເຂົ້າສູ່
ຫໍສາລາປະຊາຊົນ ໃນກຸງປັກກິ່ງໃນວັນພຸດວານນີ້ ພ້ອມທັງສະມາ
ຊິກຂອງຄະນະນໍາພາຊຸດໃໝ່ຂອງຈີນອີກ 6 ທ່ານ.

ທ່ານ Xi ຜູ້ຊຶ່ງຈະໄດ້ເຂົ້າກໍາຕໍາແໜ່ງປະທານປະເທດ ໃນເດືອນ
ມີນາໜ້ານີ້ ໄດ້ກ່າວໃນຄໍາປາໄສທີ່ຖ່າຍທອດອອກອາກາດສົດ
ທາງໂທລະພາບລັດວ່າຄະນະນຳພາຊຸດໃໝ່ຈະຕ້ອງປະເຊີນກັບຄວາມຮັບຜິດຊອບອັນຍິ່ງ
ໃຫຍ່ ແຕ່ຈະຕໍ່ສູ້ເພື່ອໃຫ້ຈີນມີສະພາບຊີວິດການເປັນຢູ່ ທີ່ດີຂຶ້ນຂອງປະຊາຊົນຈໍານວນ
1.300 ລ້ານຄົນນັ້ນ.

ທ່ານ Xi ກ່າວວ່າ: “ຄວາມຮັບຜິດຊອບຂອງພວກເຮົານັ້ນແມ່ນປຸກລະດົມແລະນໍາພາພັກ
ແລະຊາວຈີນທຸກໆຊົນເຜົ່າ ໃນການສືບຕໍ່ປົດປ່ອຍຄວາມຄິດອ່ານຂອງພວກເຮົາ ສືບຕໍ່
ການປະຕິຮູບແລະມີຄວາມຄິດທີ່ເປີດກ້ວາງ ແລະເສີມຂະຫຍາຍໃນການພັດທະນາ
ແລະກໍາລັງໃນດ້ານການຜະລິດ ຕັ້ງໜ້າຕັ້ງຕາເຮັດວຽກ ເພື່ອແກ້ໄຂບັນຫາຍຸ່ງຍາກ
ຕ່າງໆທີ່ຜູ້ຄົນກຳລັງປະ ສົບ ທັງກ່ຽວກັບການທໍາງານແລະຊີວິດການເປັນຢູ່ນໍາດ້ວຍ
ແລະກ້າວເດີນໄປຂ້າງໜ້າເທື່ອລະນ້ອຍຢ່າງໝັ້ນຄົງ ເພື່ອໃຫ້ທຸກໆຄົນມີຄວາມວັດທະ
ນາຖາວອນ.”


ຜູ້ນໍາອາຍຸ 59 ປີທ່ານນີ້ ຊຶ່ງເປັນລູກຂອງນັກປະຕິວັດທີ່ມີຊື່ສຽງ ໄດ້ກໍາຕໍາແໜ່ງຄວບຄຸມ
ປະເທດທີ່ມີເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ທ່າມກາງບັນຫາທ້າທາຍຕ່າງໆ ຊຶ່ງຮວມ
ທັງສະພາບເສດຖະກິດທີ່ຖົດຖອຍ ແລະຄວາມໂກດແຄ້ນບໍ່ພໍໃຈຂອງປະຊາຊົນຕໍ່ການ
ສໍ້ລາດບັງຫຼວງຂອງລັດຖະບານນັ້ນ.

ທ່ານ Xi ໄດ້ຂຶ້ນເວທີຮວມກັບສະມາຊິກຄະນະກຳມະການກົມການເມືອງສູນກາງພັກ ຊຶ່ງເປັນ
ສະຖາບັນເຮັດການຕັດສິນໃຈທີ່ມີອິດທິພົນທີ່ສຸດຂອງຈີນ ອັນມີຮວມທັງທ່ານນາຍົກ ລັດຖະ
ມົນຕີ ທີ່ຈະເຂົ້າຮັບຕໍາແໜ່ງຄົນໃໝ່ທ່ານ Li Kequiang, ນັກເສດຖະສາດທີ່ໄດ້ຝຶກອົບຮົມ
ຈາກເກົາຫຼີເໜືອທ່ານ Zhang Dejiang, ຜູ້ນໍາທາງການໂຄສະນາຊວນເຊື່ອ ທ່ານ Liu
Yunshan, ຮອງນາຍົກລັດຖະມົນຕີ ທ່ານ Wang Qishan, ຜູ້ນໍາພັກຄອມມູນິສ ນະຄອນ
ຊຽງໄຮ້ ທ່ານ Yu Zhengsheng, ຫົວໜ້າພັກຄອມມູນິສເມືອງ Tanjian ທ່ານ Zhang Gaoli.
XS
SM
MD
LG