ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນຈັບ ພວກທີ່ສົງໄສ ມີສ່ວນພົວພັນ ກັບການກໍ່ການຮ້າຍ ໃນຊິນຈຽງ (ວີດີໂອ)


ແຜນທີ່ຊິນຈຽງ
ແຜນທີ່ຊິນຈຽງ
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ທີ່​ຍັງ​ເຫລືອທັງ​ໝົດ ​
ໃນ​ຂໍ້​ຫາ​ພົວພັນ​ກັບ​ການ​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ
ທີ່​ເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ ຢູ່​ທີ່​ແຂວງ Xinjiang ທາງ​ພາກ
​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ຈີນ.

ລັດຖະບານຈີນ ຮ້ອງ​ເຫດ​ຮ້າຍໃນ​ວັນ​ອັງຄານ​ອາທິດແລ້ວ​ນີ້​ ຢູ່
ທີ່ເມືອງ Kashgar ຊຶ່ງ​ເປັນເຂດທີ່​ມີຊົນ​ເຜົ່າ Uighur ອາ​ໄສຢູ່​
ຢ່າງໜາ​ແໜ້ນນັ້ນວ່າ​ ເປັນ​ການ​ກໍ່​ການ​ຮ້າຍທີ່ໄດ້​ຮັບ​ແຮງ​ດົນ​ໃຈ
ຈາກສາສະໜາ ແຕ່​ພວກນັກເຄື່ອນ​ໄຫວໂຕ້​ແຍ້​ງກ່ຽວ​ກັບ ເລຶ່ອງ
ດັ່ງກ່າວ.

ສື່​ມວນ​ຊົນ​ລັດ ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ 11 ຄົນ ຖືກ​ຈັບໄດ້ໃນ​ວັນ​ຈັນ​ວານ​ນີ້ ພ້ອມ​ທັງ​ອີກ 8 ຄົນ​ທີ່​ຖືກ​ຈັບ​ຄາ​ທີ່. ລາຍ​ງານ​ກ່າວ​ວ່າ ຕໍາຫລວດຍຶດ​ໄດ້​ “ລະ​ເບີດ​ທີ່ ເຮັດ​ດ້ວຍ​ຕົນເອງຈຳນວນ​ນຶ່ງ ອາວຸດ​ຮ້າຍ​ແຮງ ​ແລະ​ທຸງຊາດ" ຂອງ​ພວກ​ກໍ່​ການ​ຮ້າຍ ຄື​ລັດ Turkistan ຕາ​ເວັນ​ອອກ.”

ຕໍາຫລວດ Xinjiang ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສເປັນ​ສະມາຊິກ​ຂອງກຸ່ມ​ກໍ່​ການ​ຮ້າຍທີ່ ​ຈັດ​ຕັ້ງ​ຂື້ນ​ໃນ​ເດືອນກັນຍາປີ​ກາຍ ທີ່ໄດ້ພາກັນ​ເບິ່ງວີ​ດີ​ໂອ ຂອງ​ພວກ​ຫົວ​ຮຸນ​ແຮງ ​ຈັດ ແລະ​ເຂົ້າ​ຮ່ວມ​ພິທີ​ທາງ​ສາສະໜາ​ທີ່​ຜິດ​ກົດໝາຍ.

​ເຂົາ​ເຈົ້າ​ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ທົດ​ລອງ​ລະເບີດ ​ແລະ​ໄດ້​ວາງ​ແຜນ​ທີ່​ຈະ “​ກໍ່​ການ ຂະໜາດ​ໃຫຍ່​ແນວ​ໃດ​ແນວ​ນຶ່ງ​ຂຶ້ນ” ຢູ່​ໃນ​ເຂດ​ທີ່​ມີ​ປະຊາຊົນ​ຢູ່​ຢ່າງ​ໜາ​ແໜ້ນ ຂອງ ​ເມືອງ Kashgar ​ໃນ​ທ້າຍປີ​ນີ້ ​ແຕ່​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ຫຍັງ​ຫຼາຍ​ໄປ​ກວ່າ​ນີ້.

ຈີນ ກ່າວ​ວ່າ ຕົນກຳລັງປະ​ເຊີນ​ໜ້າກັບໄພ​ຂົ່ມຂູ່​ທີ່​ເພີ້ມທະວີ​ຂຶ້ນຈາກ ພວກ​ຫົວ​ຮຸນ​ແຮງ ຢູ່​ໃນປະຊາ​ຄົມ​ທີ່​ຄອບ​ງຳ​ໂດຍ​ພວກມຸສລິ​ມ​ເຜົ່າ Uighur ຜູ້ຕ້ອງການຢາກ ສ້າງຕັ້ງລັດ​ເອກ​ກະລາດ ທີ່ຮ້ອງວ່າ ເທີກິສຖານຕາເວັນອອກ.

ແຕ່ຫລາຍຄົນເວົ້າວ່າ ຈີນ​ເວົ້າ​ໂຍກ ​ເກີນ​ຄວາມ​ຈິງ​ກ່ຽວ​ກັບ​ໄພຂົ່ມຂູ່ດັ່ງກ່າວ ​ເພື່ອ​ວ່າ
ໃຫ້ມີ​ເຫດຜົນ​ພຽງພໍ​ໃນ​ການ​ສົ່ງ​ກຳລັງຕໍາຫລວດຢ່າງຫຼວງຫຼາຍ​ໄປ​ປະຈຳ​ຢູ່​ໃນ ​ເຂດ​ດັ່ງກ່າວ ແລະສືບ​ຕໍ່​ທຳການສິ້ງຊອມ​ເບິ່ງ ສະຖາບັນຕ່າງໆ ​ຂອງ​ຊາວມຸສລິມ. ນອກ​ນັ້ນຫລາຍຄົນຍັງພາກັນ​ຈົ່ມວ່າ ການຈຳ​ແນ​ກກີດ​ກັນ​ທາງສາສະໜາ ແລະວັດ ທະນາ
ທໍາ ​ແມ່ນເປັນຜົນມາຈາກການຫຼັ່ງ​ໄຫຼຢ່າງຫລວງຫຼາຍຂອງຊາວຈີນຮັ່ນ​ເຂົ້າ ​ໄປ​ໃນ​
ເຂດ​ຊິນຈຽງ.

Xinjiang
please wait
Embed

No media source currently available

0:00 0:01:01 0:00
XS
SM
MD
LG