ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈີນ ກາງເຕ້ນປະທ້ວງ ໂຮງງານຜະລິດ ແຜ່ນກອງແສງຕາເວັນ


ແຜ່ນກອງແສງຕາເວັນ ຫລື Solar panel ທີ່ຜະລິດຢູ່ໃນຈີນ
ແຜ່ນກອງແສງຕາເວັນ ຫລື Solar panel ທີ່ຜະລິດຢູ່ໃນຈີນ

ອົງການຂ່າວທາງການຂອງຈີນ ເວົ້າວ່າ ພວກປະທ້ວງໄດ້ພາກັນກາງເຕັ້ນພັກຢູ່ຕໍ່ໜ້າໂຮງ ງານຜະລິດແຜ່ນກອງແສງຕາເວັນແຫ່ງນຶ່ງ ຢູ່ພາກຕາເວັນອອກຂອງຈີນ ມາໄດ້ດົນກວ່າ
ສາມມື້ແລ້ວ. ພວກ​ເຂົາ​ເຈົ້າກ່າວຫາວ່າ ໂຮງງານດັ່ງກ່າວແຜ່ຜາຍມົນລະມິດທີ່ພາໃຫ້​ເປັນ
ໂຣກມະເຮັງ.

ອົງການຂ່າວຊີນຫົວຂອງທາງການຈີນກ່າວ​ໃນວັນອາທິດມື້ນີ້ວ່າ ພວກປະທ້ວງປະມານ 500 ຄົນໄດ້ເຕົ້າໂຮມກັນ ຢູ່ເມືອງ Haining ແຂວງ Zhejiang ເມື່ອວັນພະຫັດ ເພື່ອທວງໃຫ້ ລັດຖະບານອະທິບາຍເຖິງການຕາຍ ຂອງປາຈໍານວນຫລວງຫລາຍ ຢູ່ແມ່ນໍ້າ​ໃກ້ໂຮງ ງານດັ່ງກ່າວ.

ນອກນີ້ແລ້ວ ພວກຊາວບ້ານກ່າວວ່າ ມົນລະພິດຈາກໂຮງງານອຸດສາຫະກໍາໄດ້ພາໃຫ້ ພວກຊາວບ້ານ Hongxiao ​ໃນເມືອງ Haining ນັ້ນເປັນມະເຮັງຢ່າງໜ້ອຍ 31 ຄົນແລ້ວ.

ຂ່າວຊິນຫົວກ່າວວ່າ ພວກປະທ້ວງໄດ້ບຸກເຂົ້າໄປ​ໃນໂຮງງານຜະລິດແຜ່ນ ກອງແສງຕາເວັນ Jinko ​ແລະ​ພາກັນທໍາລາຍ​ເຄື່ອງ​ຂອງ​ໃນຫ້ອງການ ແລະຂວໍ້າລົດຫລາຍຄັນ ກ່ອນຖືກຕໍາ ຫລວດບັງຄັບໃຫ້ລ່າຖອຍອອກໄປ.

ເວບໄຊ້ຂອງບໍລິສັດກ່າວວ່າ ໂຮງງານ Jinko Solar ທີ່ລົງບັນຊີຢູ່ໃນ ຕະຫລາດຮຸ້ນ New York Stock Exchange ນັ້ນ ວ່າຈ້າງຄົນງານຫລາຍກວ່າ 10,000 ຄົນ ​ເຮັດ​ວຽກ​ຢູ່ ໂຮງງານຫລາຍໆ​ແຫ່ງ ​ໃນແຂວງ Jiangxi ແລະແຂວງ Zhejiang.

XS
SM
MD
LG