ສື່ມວນຊົນລັດຂອງຈີນກ່າວໃນວັນອາທິດມື້ນີ້ວ່າ ພວກເຈົ້າໜ້າທີ່ຈີນໄດ້ອອກຄໍາສັ່ງໃຫ້ປິດ
ໂຮງງານເຄມີນໍ້າມັນ ທີ່ເມືອງທ່າ Dalian ທາງພາກຕາເວັນອອກສຽງເໜືອຂອງຈີນໂດຍ
ທັນທີ ຫລັງຈາກປະຊາຊົນຫລາຍພັນຄົນໄດ້ໄປເຕົ້າໂຮມກັນຢູ່ນອກຕຶກໂຮງການຂອງລັດ
ຖະບານໃນເມືອງດັ່ງກ່າວ ເພື່ອທວງໃຫ້ລັດຖະບານຍ້າຍໂຮງງານຜະລິດເຄມີແຫ່ງນີ້.
ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ນອກນັ້ນ ພວກເຈົ້າໜ້າທີ່ ຍັງໄດ້ຮັບປາກ ທີ່ຈະຍ້າຍໂຮງງານຜະລິດເຄມີ Fujia ອອກໄປຈາກຕົວເມືອງນໍາ.
ຂ່າວຊິນຫົວ ເວົ້າວ່າ ປະຊາຊົນປະມານ 12,000 ຄົນ ໄດ້ໄປເຕົ້າໂຮມກັນເພື່ອທໍາການ
ປະທ້ວງກ່ອນໜ້ານັ້ນ ໃນມື້ນີ້ ແລະໄດ້ເກີດມີການຕໍ່ສູ້ກັນເລັກນ້ອຍລະຫວ່າງຝຸງຊົນ ແລະ ຕໍາຫລວດປາບຈະລາຈົນຫລາຍຮ້ອຍຄົນ ແຕ່ບໍ່ມີລາຍງານວ່າ ມີໃຜໄດ້ຮັບບາດເຈັບ.
ການປະທ້ວງດັ່ງກ່າວ ໄດ້ເລິ່ມຂຶ້ນຈາກຄວາມຢ້ານກົວທີ່ເພີ່ມທະວີຂຶ້ນເລື້ອຍໆກ່ຽວກັບຄວາມ ປອດໄພຂອງໂຮງງານເຄມີດັ່ງກ່າວ ທີ່ຜະລິດເຄມີ paraxylene ຄືສານແຫລວທີ່ພາໃຫ້
ເປັນມະເຮັງ ສໍາລັບໃຊ້ຜະລິດຟິມ ແລະແຜ່ນຜ້າພໍລີແອສເຕີ ນັ້ນ.
ເມື່ອວັນຈັນຜ່ານມາ ພວກຊາວເມືອງທີ່ອາໃສຢູ່ໃກ້ໂຮງງານເຄມີດັ່ງກ່າວ ຕ້ອງໄດ້ພາກັນຍ້າຍ
ໜີອອກຈາກບ້ານ ຫລັງຈາກຄື້ນທະເລທີ່ເກີດຈາກພາຍຸເຂດຮ້ອນມຸ່ຍຟ້າ ໄດ້ທໍາລາຍເຂຶ່ອນ ກັ້ນນໍ້າທີ່ປ້ອງກັນບໍ່ໃຫ້ນໍ້າຖ້ວມໂຮງງານເຄມີນັ້ນ.