ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ: ເຕັມ​ໃຈ​ທີ່​ຈະ​ລົມ​ກັບ​ປູ​ຕິນ ເພື່ອ​ຍຸ​ຕິ​ສົງ​ຄາມ​ໃນ​ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ພວມຍ​່າງ​ຢູ່​ບໍ​ລິ​ເວນ ​ທີ່​ມີ​ເສົາ​ລຽງ​ລາຍ​ເປັນ​ແຖວ​ ຂອງ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 1 ທັນ​ວາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ພວມຍ​່າງ​ຢູ່​ບໍ​ລິ​ເວນ ​ທີ່​ມີ​ເສົາ​ລຽງ​ລາຍ​ເປັນ​ແຖວ​ ຂອງ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 1 ທັນ​ວາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ເພື່ອ​ເຈ​ລ​ະ​ຈາຫ​າ​ທາງ​ຍຸ​ຕິ​ສົງ​ຄາມ​ຂອງ​ມົ​ສ​ກູ​ຕໍ່​ຢູ​ເຄ​ຣນ ແຕ່​ກໍ​ກ່າວ​ວ່າ ທ່ານ​ຍັງ​ບໍ່​ທັນ​ເຫັນ​ໃນ​ຄວາມ​ເຕັມ​ໃຈ​ຂອງ​ປູ​ຕິນ​ເທື່ອ ທີ່​ຈະ​ຢຸ​ດ​ເຊົາ​ການ​ຮຸກ​ຮາ ນຊຶ່ງ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 10 ​ເດືອນ​ແລ້ວນັ້ນ.

“ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ​ທີ່​ຈະ​ໂອ້​ລົມ​ກັບ​ປູ​ຕິນ ແຕ່​ກໍ​ຕໍ່​ເມື່ອ​ໄດ້​ປຶກ​ສາ​ຫາ​ລື​ກັບ​ພັນ​ທະ​ມິດ​ໃນ​ອົງ​ການ​ເນ​ໂຕ້​ເທົ່າ​ນັ້ນ” ທ່ານ​ໄບ​ເດັນ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຂາວ ຫຼັງ​ຈາກ​ໄດ້​ໂອ້​ລົມ​ແບບ​ສ່ວນ​ໂຕ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ກ່ຽວ​ກັບເລື້ອງ​ຢູ​ເຄ​ຣນ​ແລະ​ບັນຫາ​ອື່ນໆ​ອີກ. “ຂ້າ​ພະ​ເຈົ້າ​ຍັງ​ບໍ່​ມີ​ແຜນ​ການ​ທີ່​ຈະ​ຕິດ​ຕໍ່​ກັບ​ທ່ານ​ປູ​ຕິນ​ໃນ​ເວ​ລານີ້ ຂ້​າ​ພະ​ເຈົ້າ​ຈະ​ດຳ​ເນີນ​ການ​ກ່ຽວ​ກັບ​ເລື້ອງນີ້​ດ້ວຍ​ຕົວ​ເອງ.”

ທ່ານ​ໄບ​ເດັນ ກ່າວ​ວ່າ “ມີ​ທາງ​ດຽວ​ທີ່​ສົງ​ຄາມນີ້​ຈະ​ຍຸ​ຕິ​ລົງ ປູ​ຕິນ​ຕ້ອງ​ຖອນ​ກຳ​ລັງ​ອອກ​ຈາກ​ຢູ​ເຄ​ຣນ. ມັນ​ເປັນ​ທີ່​ໜ້າ​ລັງ​ກຽດ​ທີ່​ສຸດ​ທີ່​ລາວ​ເຮັດ​ແບບນັ້ນ. ຖ້າ​ລາວ​ຫາກ​ຊອກ​ຫາ​ທາງ​ເພື່ອ​ເຮັດ​ໃຫ້​ສົງ​ຄາມ​ສິ້ນ​ສຸດ ລາວ​ຍັງ​ບໍ່​ໄດ້​ດຳ​ເນີນ​ການ​ໃນ​ສິ່ງນັ້ນ​ເທື່ອ.”

ທ່ານ​ມາກ​ຣົງ​ກ່າວ​ວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ສະ​ຫະ​ລັດ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ ໂດຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ແລະ​ມະ​ນຸດ​ສະ​ທຳ​ເພີ້ມ​ຕື່ມ.

“ມັນ​ເປັນ​ຫຼັກ​ຄຸນ​ຄ່າ​ຂອງ​ພວກ​ເຮົາ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ຜູ້​ນຳ​ຝ​ຣັ່ງ. “ການ​ໃຫ້ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ ​ຕໍ່​ຢູ​ເຄ​ຣນ… ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ.”

ທ່ານ​ໄບ​ເດັນ​ກ່າວ​ວ່າ ສະ​ຫະ​ລັດ “ຈະ​ບໍ່​ຮ້ອງ​ຂໍ​ໃຫ້​ຢູ​ເຄ​ຣນ​ຜ່ອນ​ສັ້ນ​ຜ່ອນ​ຍາວ” ເພື່ອ​ຍຸ​ຕິ​ສົງ​ຄາມ ​ໂດຍ​ປາ​ສະ​ຈາກ​ຄວາມ​ຍິນຍອມຂອງ​ລັດ​ຖະ​ບານ​ກີ​ຢິບ.

​ໃນ​ຕອນ​ເຊົ້າ ກ່ອນ​ການ​ໂອ້​ລົມ​ກັນ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນໄດ້​ກ່າວ​ ​ໃນ​ຂະ​ນະ​ທີ່ທ່ານ​ໃຫ້​ການ​ຕ້ອນ​ຮັບຢ່າງ​ເປັນ​ທາງ​ການ ​ຕໍ່ການ​ມາ​ຢ້ຽມ​ຢາມ​ຂອງປະ​ທາ​ນາ​ທິ​ບໍ​ດີ​ມາ​ກ​ຣົງ​ ຊຶ່ງ​ເປັນ​ຜູ້​ນຳ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ ໃນ​ລະ​ຫວ່າງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານໂດຍ​ເວົ້າ​ວ່າ “ຝ​ຣັ່ງ​ແລະ​ສະ​ຫະ​ລັດ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງວ​ລາ​ດີ​ເມຍ​ ປູ​ຕິນ.”

“ການ​ເປັນ​ພັນ​ທະ​ມິດ ​ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ ​ຍັງ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ. “ສະ​ຫະ​ລັດ​ບໍ່​ສາ​ມາດ​ຊອກ​ຫາ​ພາ​ຄີ​ທີ່​ດີກວ່າ​ຝ​ຣັ່ງ​ໄດ້​ອີກ​ແລ້ວ.” ທ່ານ​ໄດ້​ກ່າວ​ເຖິງ​ຝ​ຣັ່ງ​ວ່າ ເປັນ “ພັນ​ທະ​ມິດ​ທີ່​ເກົ່າແກ່​ທີ່​ສຸດ​ຂອງ​ພວກ​ເຮົາ ແລະ​ເປັນ​ພາ​ຄີ​ທີ່​ໝັ້ນ​ຄົງ​ບໍ່​ປ່ຽນ​ແປງ​ໃນ​ການ​ຕໍ່​ສູ້​ເພື່ອ​ອິດ​ສະ​ຫຼະ​ພາບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG