ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານຫູຈິນເຖົາ ຢ້ຽມຢາມຢູເຄຣນ


ປະທານາທິບໍດີ Viktor Yanukovich , ເບື້ອງຂວາ, ຈັບມືກັບ ປະທານປະເທດຈີນ ທ່ານຫູຈິນເຖົາ ໃນການພົບປະກັນທີ່ເມືອງ Foros, ໃກ້ກັບເມືອງ Yalta,
ວັນທີ 18 ມິຖຸນາ, 2011.
ປະທານາທິບໍດີ Viktor Yanukovich , ເບື້ອງຂວາ, ຈັບມືກັບ ປະທານປະເທດຈີນ ທ່ານຫູຈິນເຖົາ ໃນການພົບປະກັນທີ່ເມືອງ Foros, ໃກ້ກັບເມືອງ Yalta, ວັນທີ 18 ມິຖຸນາ, 2011.

ທ່ານ​ຫູ​ຈິນ​ເຖົາ​ປະທານ​ປະ​ເທດ​ຈີນ​ເລີ້ມ​ທໍາ​ການ​ຢ້ຽມຢາມ​ຢູ​ເຄຣນຢ່າງ​ເປັນ​ທາງ​ການ​ ທີ່​ມີ​ວັດຖຸ​ປະສົງ​ເພື່ຶອສົ່ງ​ເສີມ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ກັບປະ​ເທດ​ໃນ​ພາກ​ຕາ​ເວັນອອກຂອງຢູ​ໂຣບແຫ່ງ​ນີ້.

ທ່ານ Konstantin Grishchenko ລັດຖະມົນຕີ​ການ​ຕ່າງປະ​ເທດໄດ້ໄປ​ຕ້ອນຮັບ​ປະທານ​ປະ​ເທດ​ຫູ​ຈິນ​ເຖົາ​ພ້ອມ​ດ້ວຍ​ພັນ​ລະ​ຍາ ​ເວລາ​ພວກທ່ານ​ເດີນທາງ​ໄປ​ຮອດ​ສະໜາມ​ບິນ Simferopol ​ໃນ​ເມືອງ Crimea ໃນ​ວັນ​ເສົາ​ວານ​ນີ້. ຕໍ່​ຈາກ​ນັ້ນ ​ພວກ​ທ່ານ​ໄດ້​ເດີນທາງ​ຕໍ່​ໄປ​ຍັງ​ເມືອງ Yalta ​ແຄມ​ທະ​ເລ​ດໍາ.

ໃນ​ຕອນ​ແລງ​ວັນ​ເສົາ ປະທານາທິບໍດີ Viktor Yanukovich ​ແຫ່ງຢູ​ເຄຣນ​ ໄດ້​ຈັດງານ​ລ້ຽງ​ອາຫານ​ຄໍ່າເພື່ອ​ເປັນ​ກຽດ​ຕ້ອນຮັບ​ແຂກ​ລະດັບ​ສູງຈາກ​ຈີນ.

ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈິນ​ເຖົາ​ ນັບ​ວ່າ​ເປັນຄັ້ງ​ທໍາ​ອິດ​ທີ່​ຜູ້​ນໍາ​ຈີນ​ຄົນ​ນຶ່ງ​ໄດ້​ໄປຢ້ຽມຢາມ​ຢູ​ເຄຣນ​ໃນ​ຮອບຫລາຍ​ກວ່າ​ນຶ່ງ​ທັດ​ສະ​ວັດ​ຜ່ານ​ມາ. ປະທານາທິບໍດີ Yanukovych ​ໄດ້​ທໍາ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນກັນຍາ​ປີ​ແລ້ວ​ນີ້. ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັນ​ຂຶ້ນ​ເມື່ອ 19 ປີຜ່ານມາ.

ປະທານ​ປະ​ເທດຈີນ ຈະ​ເດີນທາງ​ຕໍ່​ໄປ​ຍັງ​ນະຄອນຫລວງ Kyev ​ໃນ​ວັນອາທິດ​ມື້​ນີ້ ບ່ອນ​ທີ່​ທ່ານ​ຈະ​ທໍາ​ການ​ພົບ​ປະ​ຫາລື​ກັບ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ລະດັບ​ສູງ​ຂອງ​ຢູ​ເຄຣນ​ໃນ​ວັນ​ຈັນ​ມື້​ອື່ນ​.

ໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັນ​ນັ້ນ ຄາດ​ກັນ​ວ່າ​ທັງ​ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ກ່ຽວ​ກັບ​ການ​ຮວມ​ໄມ້​ຮ່ວມ​ມື​ກັນ​ໃນ​ອະນາ​ຄົດ​ໃນ​ດ້ານ​ການ​ເສດຖະກິດ ຄວາມ​ປອດ​ໄພແລະ​ວັດທະນະ​ທໍາ. ອົງການ​ຂ່າວຊິນ​ຫົວ​ຂອງທາງ​ການ​ຈີນກ່າວ​ວ່າ ສອງ​ປະ​ເທດ​ກໍາລັງ​ພະຍາຍາມ​ເພີ່ມ​ປະລິມານການ​ຄ້າ​ສອງ​ຝ່າຍ ຈາກ​ມູນ​ຄ່າ​ຕໍ່າ​ກວ່າ 8 ພັນ​ລ້ານໂດ​ລາເລັກ​ນ້ອຍໃນ​ປີ​ແລ້ວ​ນີ້​ ມາ​ເປັນ​ 10 ພັນ​ລ້ານ​ໂດ​ລາ​ພາຍ​ໃນ​ປີ 2012 ປີໜ້າ​ນີ້.

ລາຍ​ງານ​ເວົ້າ​ວ່າ ຈີນ​ແລະ​ຢູ​ເຄຣນສາມາດ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຮ່ວມ​ໃຫຍ່​ໆນໍາ​ກັນໄດ້ ​ແລະ​ປັບປຸງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນໃນ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຈີ​ແລະ​ກະ​ເສດ​ຕະກໍາ​ໃຫ້​ດີ​ຂຶ້ນ.

ຢູ​ເຄຣນ​ເປັນ​ບ່ອນ​ແວ່​ແຫ່ງ​ສຸດ​ທ້າຍ​ຂອງ​ການເຄື່ອນ​ໄຫວຢ້ຽມຢາມ 3 ປະ​ເທດຂອງ​ປະ​ທານ​ ​ຫູ​ຈິນ​ເຖົາ. ທ່ານ​ເດີນທາງ​ໄປ​ຍັງ​ຢູ​ເຄຣນຫລັງ​ຈາກ​ທໍາ​ການ​ຢ້ຽມຢາມຣັດ​ເຊຍ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Dmitry Medvedev ​ໃນ​ກຸງ​ມອສກູ ​ແລະ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມເສດຖະກິດ​ລະຫວ່າງ​ຊາດ​ທີ່ St. Petersburg. ກ່ອນ​ຢ້ຽມຢາມຣັດ​ເຊຍ​ນັ້ນ ທ່ານ​ໄດ້ໄປຢ້ຽມຢາມ​ປະ​ເທດ​ກາ​ຊັກ​ສະຖານ​ເປັນ​ເວລາ 3 ມື້ ​ແລະໄດ້​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ ທີ່​ເມືອງ​ Astana.

XS
SM
MD
LG