ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ AI ວ່າ ຈີນຍັງສືບຕໍ່ ປິດປາກປິດສຽງ ຊົນເຜົ່າວີເກີ


ເຄື່ອງໝາຍຂອງອົງການນິລະໂທດກຳສາກົນ ຫຼື Amnesty International
ເຄື່ອງໝາຍຂອງອົງການນິລະໂທດກຳສາກົນ ຫຼື Amnesty International

ອົງການນິລະໂທດກໍາສາກົນຫລື Amnesty International ເວົ້າວ່າ ຈີນຍັງສືບຕໍ່ປິດປາກ​
ປິດ​ສຽງຊົນເຜົ່າວີເກີ (UIGURS) ທີ່​ໄດ້​ເວົ້າ​ເຖິງເລື້ອງລະເມີດສິດທິມະນຸດທີ່ຖືກກ່າວຫາວ່າ
ໄດ້​ເກີດ​ຂຶ້ນ​ເມື່ອສາມປີກ່ອນໃນໄລຍະທີ່ມີການກໍ່ການຈະລາຈົນຮ້າຍແຮງໃນແຂວງຊິນຈຽງ ໃນພາກຕາເວັນຕົກຂອງຈີນ.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວເວົ້າວ່າ ມີຊາວວີເກີຈໍານວນຫຼາຍສິບ​ຄົນ ຖ້າຫາກບໍ່ແມ່ນ
ຫລາຍຮ້ອຍຄົນ ຍັງຖືກກັກຂັງຢູ່ ລຸນຫລັງທີ່​ໄດ້ຫາຍສາບສູນໄປ ຫລັງຈາກເກີດການຈະລາ
ຈົນ ທີ່ເຮັດໃຫ້ເກືອບ 200 ຄົນເສຍຊີວິດນັ້ນ.

ຢູ່ໃນບົດລາຍງານທີ່ນໍາອອກເຜີຍແຜ່ໃນວັນພະຫັດມື້ນີ້, ອົງການນິລະໂທດກໍາເວົ້າວ່າ ເຈົ້າ​
ໜ້າ​ທີ່​ຈີນຂົ່ມຂູ່ ແລະຂູ່ເຂັນພວກທີ່ຊອກຮູ້ຂໍ້ມູນວ່າພີ່ນ້ອງຂອງຕົນ ຢູ່ໃສ.

ຄວາມວຸ້ນວາຍ ທີ່ເລີ້ມຕົ້ນຂຶ້ນ​ໃນເມືອງອູຣຸມຈີ, ນະຄອນຫລວງຂອງຂົງເຂດນັ້ນ ໃນເດືອນກໍ
ລະກົດປີ 2009 ແມ່ນຕາມມາດ້ວຍການຈັບກຸມ ແລະການຟ້ອງຮ້ອງ ທີ່ກຸ່ມປົກປ້ອງສິດທິ
ມະນຸດກຸ່ມ​ນີ້ເອີ້ນວ່າ ​ໄດ້​ດຳ​ເນີນ​ໄປ​ໂດຍ​ພະລະການຕະຫຼອດ ທັງ​ການ​ຄວບ​ຄຸມການ​ຮັກສາ
ຄວາມສະ​ຫງົບຢ່າງ​ເຄັ່ງ​ຄັດ​ຢູ່ໃນຂົງເຂດດັ່ງກ່າວ.

ນັບແຕ່ນັ້ນມາ ຈີນໄດ້ເພີ້ມງົບປະມານຮັກສາຄວາມສະຫງົບໃນເຂດດັ່ງກ່າວຂຶ້ນສອງທົບແລະ
ຕິດຕັ້ງກ້ອງຖ່າຍຮູບວົງຈອນປິດ 40 ພັນໜ່ວຍ ຊຶ່ງເປັນການດໍາ ເນີນຄວາມພະຍາຍາມ​ເພື່ອ
ຮັດແໜ້ນການຄວບຄຸມ​ເພີ່ມ​ຂຶ້ນຕໍ່​ເຂດປົກຄອງຕົນເອງ ທີ່ອຸດົມສົມບູນໄປດ້ວຍຊັບພະຍາ
ກອນທໍາມະຊາດແຫ່ງນັ້ນ. ປະມານຫຼາຍກວ່າ 20 ຄົນໄດ້ຖືກຕັດສິນ​ໂທດ​ປະຫານ​ຊີວິດ ຫລື
ປະຫານຊີວິດ​ໄປ​ແລ້ວ ແລະອີກຈຳນວນ​ນຶ່ງ​ໄດ້​ຮັບ​ໂທດຈໍາຄຸກ ​ເປັນ​ເວລາ​ດົນ​ນານ.

XS
SM
MD
LG