ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈັບກຸ່ມກໍ່ການຮ້າຍ


ເຈົ້າໜ້າທີ່ຈີນກ່າວວ່າ ຕົນໄດ້ທັບມ້າງໜ່ວຍກໍ່ການຮ້າຍ
ໜ່ວຍນື່ງ ທີ່ປະຕິບັດ ການຢູ່​ໃນເຂດຊິນຈຽງ ທາງພາກ
ຕາເວັນຕົກຂອງຈີນ.

ໂຄສົກຂອງກະຊວງຮັກສາຄວາມໝັ້ນຄົງແຫ່ງຊາດຂອງຈີນ
ທ່ານ WU HE-PING ກ່າວຕໍ່ພວກນັກຂ່າວທີ່ນະຄອນ
ຫຼວງປັກກິ່ງ ໃນວັນພະຫັດມື້ນີ້ວ່າ ຕຳຫຼວດໄດ້ຈັບ
ຢ່າງນ້ອຍ 10 ຄົນແລະຢຶດໄດ້ບ່ອນເຊື່ອງວັດຖຸລະເບີດ
ແລະອາວຸດ ຂະໜາດໃຫຍ່ແຫ່ງນຶ່ງ. ການປະກາດຂ່າວ
ການຈັບກຸມດັ່ງກ່າວ ມີ​ຂຶ້ນບໍ່ເທົ່າໃດມື້ ກ່ອນວັນຄົບຮອບປີ
ທຳອິດ ຂອງການກໍ່ຄວາມຮຸນແຮງທາງດ້ານຊົນເຜົ່າ ທີ່ເຂດ ຊິນຈຽງ ທີ່ເຮັດໃຫ້ມີ
ຜູ້ເສຍຊີວິດເກືອບ 200 ຄົນ.

ທ່ານ WU ເວົ້າວ່າ ພວກກໍ່ການຮ້າຍບາງຄົນມີຄວາມສຳພັນກັບຂະບວນການ
ອິສະລາມໃນ TURKESTAN ທີ່ປັກກິ່ງກ່າວຫາວ່າ ພວມຊອກຫາຊ່ອງທາງ
ເພື່ອສ້າງຕັ້ງລັດເອກກະຣາດໃນເຂດຊິນຈຽງ.

ກຸ່ມດັ່ງກ່າວຖືກກ່າວຫາວ່າ ໄດ້ວາງແຜນທຳ​ການໂຈມຕີຈຳນວນນຶ່ງຢູ່ໃນພາກໃຕ້
ເຂດຊິນຈຽງ. ມີສະມາຊິກຂອງກຸ່ມຢ່າງນ້ອຍ 2 ຄົນສາມາດຫຼົບໜີການຈັບກຸມ
ຂອງທາງການໄປໄດ້. ​ທ່ານ WU ເວົ້າວ່າ ພວກກ່ຽວຖືກຈັບແລະໄດ້ຖືກສົ່ງໃຫ້ ຈີນ
ໃນເດືອນທັນວາປີກາຍນີ້ ແຕ່ບໍ່ໄດ້ບອກວ່າ ພວກຜູ້ຊາຍກຸ່ມນີ້ໄດ້ຖືກເນລະເທດ
ມາແຕ່ປະເທດໃດ. ໃນເດືອນດຽວກັນນີ້ ກຳປູເຈຍໄດ້ສົ່ງຊາວວີເກີ້ ຈຳນວນ 20 ຄົນ
ໃຫ້ແກ່ຈີນ ທີ່ກຳປູເຈຍເວົ້າວ່າ ໄດ້ເດີນທາງເຂົ້າປະເທດຢ່າງຜິດກົດ ໝາຍ.

XS
SM
MD
LG