ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນຕັດສິນໂທດ ປະຫານຊີວິດ ຊາວວີເກີ້ 4 ຄົນ


ພວກຊົນເຜົ່າວີເກີ້ແນມເບິ່ງກຳລັງຮັກສາຄວາມສະຫງົບຂອງຈີນ ທີ່ຄຸ້ມໆນຶ່ງໃນນະຄອນ Urumqi ໃນເຂດປົກຄອງ ຕົນເອງຊິນຈຽງ ທາງພາກຕາເວັນຕົກຂອງຈີນ
ພວກຊົນເຜົ່າວີເກີ້ແນມເບິ່ງກຳລັງຮັກສາຄວາມສະຫງົບຂອງຈີນ ທີ່ຄຸ້ມໆນຶ່ງໃນນະຄອນ Urumqi ໃນເຂດປົກຄອງ ຕົນເອງຊິນຈຽງ ທາງພາກຕາເວັນຕົກຂອງຈີນ

ທີ່​ປະ​ເທດ​ຈີນ ຜູ້ຊາຍ 4 ຄົນໄດ້ຖືກຕັດສິນໂທດປະຫານຊີວິດ ຍ້ອນພົວພັນກັບຄື້ນຟອງໃນ
ການກໍ່ຄວາມຮຸນແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຈຳນວນນຶ່ງ ຢູ່ໃນເຂດຊິນຈຽງ ທີ່ມີບັນຫາໃນ
ພາກຕາເວັນຕົກຂອງຈີນ.

ບຸກຄົນທັງ 4 ໄດ້ຖືກຕັດສິນໂທດ ໃນມື້ວັນອັງຄານວານນີ້ ໂດຍສານທີ່ເມືອງ Kashgar
ແລະເມືອງ Hotan ໃນຂໍ້ຫາຕ່າງໆຮວມທັງການກໍ່ການຮ້າຍ ການຄາດຕະກຳ ແລະການ
ຈູດຢ້າວເຜົາເຮືອນ. ອີກ 2 ຄົນໄດ້ຖືກຕັດສິນໂທດຈຳຄຸກເປັນເວລາ 19 ປີ.

ຄວາມຮຸນແຮງໄດ້ເລີ້ມຂຶ້ນທີ່ເມືອງ Hotan ໃນວັນທີ 18 ກໍລະກົດ ເວລາຊາວວີເກີ້ກຸ່ມນຶ່ງ
ບຸກເຂົ້າໄປຢຶດ ເອົາປ້ອມຕຳຫຼວດ ແລະໄດ້ສັງຫານ 4 ຄົນທີ່ນັ້ນ ແລະກໍຕິດຕາມມາ ດ້ວຍ
ການໂຈມຕີທີ່ເມືອງ Kashgar ໃນວັນທີ 30 ແລະ 31 ກໍລະກົດເວລາພວກບຸກໂຈມຕີໄດ້ ໃຊ້ມີດຟັນແທງພວກຜູ້ຄົນທີ່ເດີນໄປມາຕາມຖະໜົນຫົນທາງ ແລ້ວກໍຈູດໄຟເຜົາຮ້ານອາຫານ
ແຫ່ງນຶ່ງ.

ມີຫຼາຍກວ່າ 20 ຄົນເສຍຊີວິດໃນຄວາມຮຸນແຮງທີ່ວ່ານີ້ ຮວມທັງພວກບຸກໂຈມ ຕີ 14 ຄົນ
ທີ່ຖືກຕຳຫຼວດຍິງຕາຍ.

XS
SM
MD
LG