ຄື້ນທະເລໃຫຍ່ໆ ແລະຝົນຕົກໜັກ ໄດ້ປະທະຂົງເຂດຕາເວັນອອກຂອງຈີນ ໃນວັນອາທິດມື້ນີ້ ໃນຂະນະທີ່ລົມພາຍຸໃຕ້ຝຸ່ນມຸ່ຍຟ້າພັດເລາະແຄມຝັ່ງຂຶ້ນເໜືອໄປດ້ວຍລົມແຮງສູງເຖິງ 178 ກິໂລແມັດຕໍ່ຊົ່ວໂມງ.
ໄດ້ມີການຄາດໝາຍກັນໃນເບື້ອງຕົ້ນວ່າ ລົມພາຍຸດັ່ງກ່າວຈະພັດເຂົ້າຝັ່ງ ໃກ້ໆເມືອງຊຽງໄຮ້ ໃນຕອນບ່າຍວັນເສົາວານນີ້ ແຕ່ກົມອຸຕຸນິຍົມກາງຂອງຈີນກ່າວວ່າ ພາຍຸມຸ່ຍຟ້າໄດ້ປ່ຽນທິດ ທາງແລະກໍາລັງພັດຂຶ້ນເໜືອ ໄປຍັງແຂວງ Shandong ແລະຄາດວ່າຈະພັດຢູ່ຕາມແຄມ ຝັ່ງ ໃນເວລາສອງມື້ຕໍ່ໜ້ານີ້.
ໃນການຕຽມການຮັບມືກັບພາຍຸໃຕ້ຝຸ່ນມຸ່ຍຟ້ານັ້ນ ພວກເຈົ້າໜ້າທີ່ຈີນໄດ້ລົບລ້າງຫລາຍກວ່າ 100 ຖ້ຽວບິນໃນຂົງເຂດ ແລະກໍາປັ່ນຫລາຍພັນລໍາຕາມຝັ່ງທະເລກໍ້າຕາເວັນອອກ ໄດ້ຖືກ ຮຽກໃຫ້ກັບຄືນເຂົ້າຝັ່ງ.
ພວກເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າໄດ້ກຽມທີ່ຈະຢຸດ ຫລືເລື່ອນເວລາການບໍລິການ
ລົດໄຟຄວາມໄວສູງນັ້ນ ແລ້ວແຕ່ວ່າພາຍຸລູກນີ້ຈະຮຸນແຮງສໍ່າໃດ ພວກເຈົ້າໜ້າທີ່ສຸກ ເສີນໄດ້ຕຽມສະບຽງບັນເທົາສຸກເສີນຕ່າງໆໄວ້ແລ້ວ ແລະ ຕຽມສໍາລັບການຍົກຍ້າຍ
ປະຊາຊົນນໍາ.
ເຖິງແມ່ນເມືອງຊຽງໄຮ້ໄດ້ລອດພົ້ນຈາກຄວາມແຮງເຕັມທີ່ຂອງລົມ ແລະຝົນຕົກໜັກ
ຂອງພາຍຸມຸ່ຍຟ້າກໍຕາມ ແຕ່ມັນກໍຍັງພັດທໍາລາຍປ້າຍໂຄສະນາ ຕັດກະແສໄຟຟ້າຢູ່ໃນ ບາງເຂດ ແລະບັງຄັບໃຫ້ທາງການຕ້ອງໄດ້ອັດຂົວສໍາຄັນສອງແຫ່ງ ທີ່ເຊື່ອມໂຍງແຜ່ນດິນໃຫຍ່
ກັບພວກໝູ່ເກາະ ທີ່ຢູ່ໄກຝັ່ງອອກໄປ.
ພາຍຸໃຕ້ຝຸ່ນມຸ່ຍຟ້າ ໄດ້ເອົາຊີວິດຜູ້ຄົນໄປແລ້ວ 4 ຄົນ ເວລາພັດຜ່ານຂົງເຂດພາກເໜືອ ແລະພາກກາງຂອງຟິລິບປິນເມື່ອອາທິດແລ້ວນີ້ ແລະປະທະເກາະໂອກິນາວາຂອງຍີ່ປຸ່ນ
ໃນວັນສຸກຜ່ານມາ ດ້ວຍຝົນຕົກໜັກ ແລະລົມແຮງ ທີ່ຍັງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຫລາຍ
ຄົນ ແຕ່ບໍ່ມີຜູ້ເສຍຊີວິດ.