ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄືອຂ່າຍໂທລະພາບຈີນ ກວມເອົາການໃຊ້ຈ່າຍຈຳນວນຫຼາຍ ໃນການເຜີຍແຜ່ອິດທິພົນຂອງປັກກິ່ງ ໃນສະຫະລັດ


ຜູ້ດຳເນີນລາຍການ ລຸຍ ຊິນ ຂອງໂທລະພາບ CGTN ທີ່ຈີນເປັນເຈົ້າຂອງ ແນມເບິງຈໍພາບ ທີ່ສະແດງໃຫ້ເຫັນ ຜູ້ກ່ຽວກຳລັງໂຕ້ວາທີ ກັບຜູ້ນຳສະເໜີ ທຣິດສ໌ ເຣແກັນ ຂອງໂທລະພາບ Fox Business Network ຢູ່ທີ່ສຳນັກງານໃຫຍ່ ຂອງ CCTV ໃນປັກກິ່ງ ເມື່ອວັນທີ 30 ພຶດສະພາ 2019.
ຜູ້ດຳເນີນລາຍການ ລຸຍ ຊິນ ຂອງໂທລະພາບ CGTN ທີ່ຈີນເປັນເຈົ້າຂອງ ແນມເບິງຈໍພາບ ທີ່ສະແດງໃຫ້ເຫັນ ຜູ້ກ່ຽວກຳລັງໂຕ້ວາທີ ກັບຜູ້ນຳສະເໜີ ທຣິດສ໌ ເຣແກັນ ຂອງໂທລະພາບ Fox Business Network ຢູ່ທີ່ສຳນັກງານໃຫຍ່ ຂອງ CCTV ໃນປັກກິ່ງ ເມື່ອວັນທີ 30 ພຶດສະພາ 2019.

ງົບປະມານຂະໜາດໃຫຍ່ຂອງຈີນ ສຳລັບປະຕິບັດການເພື່ອເຜິີຍແຜ່ມີອິດທິພົນຢູ່ຕ່າງປະເທດໃນສະຫະລັດນັ້ນ ແມ່ນໄດ້ອ່ຽງໄປໃນການອອກອາກາດທາງໂທ ລະພາບ ແລະກິດຈະການຕ່າງໆໃນດ້ານສື່ມວນຊົນອື່ນໆ ອີງຕາມການເປີດເຜີຍ ໃໝ່ຂອງເອກະສານ ກົດໝາຍວ່າດ້ວຍການຈົດທະບຽນເປັນຕົວແທນໃຫ້ຕ່າງປະ ເທດ ຫຼືທີ່ເອີ້ນຫຍໍ້ວ່າ FARA ນັ້ນ.

ເຄືອຂ່າຍໂທລະພາບຈີນຂອງໂລກ ຫຼື CGTN ທີ່ລັດຖະບານຂອງປະເທດດັ່ງ ກ່າວ ເປັນເຈົ້າຂອງນັ້ນ ໄດ້ໃຊ້ຈ່າຍຫຼາຍກວ່າ 50 ລ້ານໂດລາໃນປີກາຍນີ້ ເຂົ້າໃນການດຳເນີນກິດຈະການ ຢູ່ໃນສະຫະລັດຂອງຕົນ ຊຶ່ງກວມເອົາເກືອບ 80 ເປີເຊັນ ໃນການໃຊ້ຈ່າຍທັງໝົດຂອງຈີນ ໃສ່ການມີອິດທິພົນ ຕໍ່ຄວາມຄິດເຫັນຂອງມະຫາຊົນ ແລະນະໂຍບາຍຂອງສະຫະລັດ ອີງຕາມເອກະສານການຈົດທະບຽນ ຕາມກົດໝາຍ FARA ທີ່ໄດ້ຖືກລວບລວມໂດຍສູນກາງເພື່ອຄວາມຮັບຜິດຊອບດານການເມືອງ. ມັນເປັນປີທຳອິດຂອງ CGTN ທີ່ໄດ້ເລີ້ມອອກອາກາດຢູ່ໃນສະຫະລັດເມື່ອປີ 2012 ທີ່ໄດ້ລາຍງານເຖິງຕົວເລກໃນການໃຊ້ຈ່າຍທັງໝົດ. ໃນປີ 2019 CGTN ໄດ້ລາຍງານເຖິງການໃຊ້ຈ່າຍສ່ວນນຶ່ງ ໃນມູນຄ່າປະມານ 11 ລ້ານ 4 ແສນໂດລາ.

ໃນຈຳນວນລວມທັງໝົດ ຈີນໄດ້ໃຊ້ຈ່າຍເກືອບ 64 ລ້ານໂດລາ ໃສ່ການໂຄສະນາຊວນເຊື່ອ ແລະການວິ້ງເຕັ້ນໃນສະຫະລັດເມື່ອປີກາຍນີ້.

ໃນການນັບກິດຈະການການຖ່າຍທອດທາງໂທລະພາບຂອງຕົນນັ້ນ ຈີນໄດ້ໃຊ້ຈ່າຍເງິນຫຼາຍຂຶ້ນຕື່ມໃສ່ ໃນການມີອິດທິພົນຕໍ່ຄວາມຄິດເຫັນຂອງມະຫາຊົນໃນສະຫະລັດ ທີ່ຫຼາຍກວ່າປະເທດອື່ນໃດ. ປະເທດກາຕ້າ ເຂົ້າມາເປັນອັນດັບທີ 2 ທີ່ມີການລາຍງານວ່າ ໃຊ້ຈ່າຍເກືອບ 50 ລ້ານໂດລາ ແລະຣັດເຊຍ ໄດ້ຖືກຈັດອັນດຳເປັນທີ 3 ໂດຍມີມູນຄ່າ 42 ລ້ານໂດລາ ໃນການໃຊ້ຈ່າຍ. ທັງກາຕ້າແລະຣັດເຊຍ ໄດ້ດຳເນີນກິດຈະການດ້ານສື່ມວນຊົນຂະໜາດໃຫຍ່ ຢູ່ໃນສະຫະ ລັດ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG