ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍີ່ປຸ່ນວ່າ ຈີນ ຫາທາງ ຈະປ່ຽນ ສະຖານະພາບ ດ້ວຍກຳລັງ


ຮູບພາບນີ້ ຖ່າຍໃນວັນທີ 3 ເດືອນກໍລະກົດ ທີ່ສະແດງໃຫ້ເຫັນເຮືອ ລົບ ຈີນ ແລະຣັດເຊຍ ຊ້ອມລົບກັນຄັ້ງໃຫຍ່ ໃນທະເລຍີ່ປຸ່ນ.
ຮູບພາບນີ້ ຖ່າຍໃນວັນທີ 3 ເດືອນກໍລະກົດ ທີ່ສະແດງໃຫ້ເຫັນເຮືອ ລົບ ຈີນ ແລະຣັດເຊຍ ຊ້ອມລົບກັນຄັ້ງໃຫຍ່ ໃນທະເລຍີ່ປຸ່ນ.
ລາຍ​ງານສະໝຸດ​ປົກ​ຂາວ ​ປະ​ຈໍາປີ ວ່າ​ດ້ວຍ​ການປ້ອງ​ກັນ​ປະ​
ເທດ ຂອງ​ຍີ່​ປຸ່ນ ກ່າວ​ວ່າ ​ຈີນທີ່​ມີ​ຄວາມ​ກ້າຫານ​ຫຼາຍຂຶ້ນ ພວມ
​ພະຍາຍາມຈະ​ປ່ຽນ​ ສະຖານະ​ພາບ​ໃນ​ປັດຈຸບັນຂອງ​ຂົງ​ເຂດ
ດ້ວຍ​ກໍາລັງ.

​ສະ​ໝຸດປົກ​ຂາວທີ່​ມີ​ການ​ຮັບຮອງ​ເອົາ​ໃນ​ວັນ​ອັງຄານ​ມື້​ນີ້ ແມ່ນ
ສະບັບທໍາ​ອິດນັບ ​ຕັ້ງ​ແຕ່ຍີ່​ປຸ່ນ ​ໄດ້ປະກາດ​ຢ່າງເປັນ​ທາງ​ການ​
ເອົາ​ໝູ່​ເກາະ ທີ່​ມີ​ກາ​ນໂຕ້​ແຍ້ງກັນນີ້​ເປັນຂອງ​ລັດຖະບານ ໃນ​
ເດືອນ​ກັນຍາປີ​ກາຍ ທີ່​ເຮັດ​ໃຫ້​ບັນຫາ​ຂັດແຍ້​ງ ​ເລື້ອງ ເຂດນໍ້າ
ແດນ​ດິນກັບ​ຈີນ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ຊຸດ​ໂຊມ​
ລົງ​ຕື່ມ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ຈີນໄດ້​ສົ່ງເຮືອ​ລາດຕະ​ເວນ​ ​ແລະເຮືອບິນເປັນ​ປະ​ຈໍາ ​ເຂົ້າ​ໄປ ​ໃນ​ບໍລິ​ເວນ​ດັ່ງກ່າວ ​ໃນ​ອັນ​ທີ່​ເບິ່ງ​ກັນ​ວ່າ​ ເປັນ​ການພະຍາຍາມ​ເພື່ອ​ສ້າງຕັ້ງການ​ຄວບ​ຄຸມຕົວ​ຈິງ ຕໍ່​ໝູ່​ເກາະ​ທີ່ຍີ່ປຸ່ນ​ດູ​ແລ​ຢູ່​ນັ້ນ.

ລາຍ​ງານ​ຂອງ​ຍີ່ປຸ່ນຮ້ອງ​ການເຄື່ອນ​ໄຫວດັ່ງກ່າວຂອງ​ຈີນ​ວ່າ “​ເປັນ​ອັນຕະລາຍ” ​ແລະ “​ເປັນ​ທີ່​ເສົ້າ​ສະ​ລົດ​ໃຈ​ທີ່​ສຸດ” ​ແລະ​ເຕືອນ​ວ່າ ອາດ​ຈະພາ​ໃຫ້​ເກີດ​ “​ເຫດ​ຮ້າຍ​ແບບ​ບັງ​ເອີນ” ​ໃນ​ອະນາ​ຄົດ​ໄດ້.

​ໂດ​ຍສະ​ເພາະແລ້ວ ​ສະໝຸດ​ປົກ​ຂາວ​ສະບັບ​ນີ້ ​ໄດ້​ຕິຕຽນຈີນ ​ກ່ຽວ​ກັບ​ເຫດການ ທີ່​ເກີດ​ຂຶ້ນ​ໃນ​ເດືອນມັງກອນຜ່ານ​ມາ ຊຶ່ງ ​ກຸງ​ໂຕ​ກຽວ​ ກ່າວ​ວ່າເຮືອ​ລົບຈີນ​ໄດ້ຕັ້ງ​ລັອກເປົ້າ
ໝາຍ​ເຣ​ດາ ​ຂອງ​ຕົນໃສ່​ເຮືອ​ພິຄາດ​ຍີ່ປຸ່ນ. ຈີນ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາດັ່ງກ່ວ ​ແລະເວົ້າ ວ່າ ບໍ່ຖືກ​ຕ້ອງ​ແລະ​ເປັນ​ການ​ກໍ່ກວນ​ຫາ​ເລື່ອງ.

ໃນ​ວັນ​ອັງຄານ​ມື້​ນີ້ ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ປະນາມການ​ກ່າວ​ຫາ​ຂອງ ຍີ່ປຸ່ນ ວ່າບໍ່​ມີ​ມູນ​ຄວາມຈິງ. ນອກ​ນັ້ນກະຊວງ​ຕ່າງປະ​ເທດ​ຈີນ ​ຍັງ​ໄດ້ກ່າວ​ຫາຍີ່ ປຸ່ນຄືນ ​ໂດຍເວົ້າວ່າ “ກໍາລັງທາງການ​ເມືອງບາງ​ກຸ່ມ" ຢູ່ໃນຍີ່ປຸ່ນ​ນັ້ນ “​ແມ່ນ​ໃຫ້ ການ​ສະໜັບສະໜຸນ​ຕໍ່​ການ​ເສີມ​ກໍາລັງ​ທະຫານ ​ແລະ​ກະກຽມການ​ເຮັດ​ສົງຄາມ.”

ນາຍົກລັດຖະມົນຕີ Shinzo Abe ໄດ້​ເຂົ້າກໍາ​ອໍານາດ ​ໃນ​ເດືອນ​ທັນວາປີ​ກາຍ. ຫຼັງ
ຈາກ​ນັ້ນ ທ່ານ​ກໍໄດ້​ເອົາທ່າ​ທີີຢ່າງ​ໜັກ​ແໜ້ນ ກ່ຽວ​ກັບ​ບັນ​ຫາ​ໝູ່່​ເກາະດັ່ງກ່າວ ​ແລະ​ພວມ​ຊອກ​ຫາຊ່ອງ​ທາງເພື່ອ​ຢາກ​ປ່ຽນ​ແປງ​ລັດຖະທຳ​ມະນູນທີ່​ໄຝ່ສັນຕິຂອງ ປະ​ເທດ​ໃນຍຸກຫຼັງສົງຄາມໂລກຄັ້ງ​ທີ​ສອງ ​ເພື່ອ​ໃຫ້​ມີ​ກໍາລັງ​ທະຫານ​ຢ່າງ​ຖືກຕ້ອງ ຕາມ​ກົດໝາຍ​ນັ້ນ.
XS
SM
MD
LG