ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ດຳ​ເນີນ​ຄະ​ດີ ສະມາຊິກ 4 ຄົນ ຂອງ​ ຂະ​ບວນການ ​ຮາກ​ຫຍ້າ (ວີ​ດີ​ໂອ)


ທ່ານ Xu Zhiyong ​ພ້ອມດ້ວຍຊະມາຊິກສີ່ຄົນ ໄດ້​ຖືກ​ຕັດສິນ​ລົງ​ໂທດຈໍາ​ຄຸກ ​ສີ່​ປີ​ ໃນ​ວັນ​ອາທິດ​ວານ​ນີ້
ທ່ານ Xu Zhiyong ​ພ້ອມດ້ວຍຊະມາຊິກສີ່ຄົນ ໄດ້​ຖືກ​ຕັດສິນ​ລົງ​ໂທດຈໍາ​ຄຸກ ​ສີ່​ປີ​ ໃນ​ວັນ​ອາທິດ​ວານ​ນີ້
ສະມາຊິກສີ່ຄົນ ຂອງກຸ່ມ​ຂະ​ບວນການ​ຮາກ​ຫຍ້າ ທີ່ທໍາ​ການ​ປຸກ
ລະດົມ ​ເພື່ອ​ເຜີຍ​ແບ​ແລະ​ກວດ​ລ້າງ​ພວກ​ເຈົ້າ​ໜ້າ​ທີ່ຈີ ທີ່ສໍ້​ລາດ​
ບັງ​ຫລວງ ​ໄດ້​ຖືກ​ດໍາ​ເນີນ​ຄະດີ ນຶ່ງ​ມື້​ຫລັງ​ຈາກຜູ້​ກໍ່​ຕັ້ງ​ກຸ່ມ​ໄດ້​ຖືກ
ສານ​ຕັດສິນ​ລົງ​ໂທດໃຫ້ຕິດ​ຄຸກ.

ສີ່​ສະມາຊິກ​ຂອງ​ກຸ່ມ ຂະ​ບວນການ​ພົນລະ​ເມືອງ​ໃໝ່ ​ໄດ້​ປາກົດ​
ໂຕ​ຢູ່​ສານ ໃນ​ກຸງ​ປັກ​ກິ່ງ ວັນ​ຈັນ​ມື້​ນີ້​ ໃນ​ຂໍ້ຫາ “​ເຕົ້າ​ໂຮມຝູງຊົນ
ເພື່ອລົບ​ກວນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສາທາລະນະ.

"​ເຈົ້າ​ໜ້າ​ທີ່ສະຖານ​ທູດສະຫະລັດ ໃນ​ກຸງ​ປັກ​ກິ່ງ ທ່ານ Daniel
Delk ​ໄດ້​ຮ້ອງຂໍ​ໃຫ້ ລັດຖະບານ​ຈີນ ປ່ອຍ​ໂຕ​ບັນດາ​ນັກ​ເຄື່ອ​ນ​ໄຫວ​ໂດຍ​ທັນ​ທີ່ ​ແລະ “ລົບ
ລ້າງ​ຂໍ້​ຈໍາກັດ​ຮັດ​ແຄບ” ຕໍ່​ພວກເສຣີພາບ “​ທີ່​ເຂົາ​ເຈົ້າມີ​ສິດ​ໄດ້​ຮັບ ພາຍໃຕ້​ການຄວາມ
​ໝາຍ​ໝັ້ນຕໍ່ສິດທິ​ມະນຸດ​ສາກົນ​ຂອງຈີນນັ້ນ.”

ຜູ້​ກໍ່​ຕັ້ງກຸ່ມ ທີ່ເປັນສາສະດາ​ຈານດ້ານ​ກົດໝາຍ ​ແລະ​ນັກ​ເຄື່ອນ​ໄຫວເພື່ອສິດທິມະນຸດ ທ່ານ
Xu Zhiyong ​ໄດ້​ຖືກ​ຕັດສິນ​ລົງ​ໂທດຈໍາ​ຄຸກ ​ສີ່​ປີ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂໍ້​ຫາດຽວ​ກັນ.

ທ່ານ Xu ​ໄວ 40 ປີ ​ໄດ້​ກໍ່​ຕັ້ງກຸ່ມຮາກ​ຫຍ້າ ຂະ​ບວນການ​ພົນລະ​ເມືອງໃໝ່​ ຊຶ່ງ​ສະໜັບ​ສະ​ໜຸນ
​ປະຊາທິປະ​ໄຕ ​ແລະ​ຕົວ​ບົດ​ກົດໝາຍ ​ແລະ​ມີ​ເປົ້າໝາຍ​ ​ເພື່ອກວດ​ລ້າງ​ພວກເຈົ້າໜ້າ​ທີ່ ທີ່​ສໍ້​
ລາດ​ບັງຫຼວງ.

ວັນ​ອາທິດ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ ​ວ່າ
ສະຫະລັດ ມີ​ຄວາມ​ຜິດ​ຫວັງ​ຢ່າງ​ເລິກ​ເຊິ່ງ ນໍາ​ການ​ຕັດສິນດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້ເຈົ້າ​ໜ້າ
​ທີ່​ຈີນ ປ່ອຍ​ທ່ານ Xu ​ແລະ​ບັນດາ​ນັກ​ໂທດ​ການ​ເມືອງ​ຄົນ​ອື່ນໆ​ໂດຍ​ທັນ​ທີ. ຄໍາຖະ​ແຫລ​ງກ່າວ​
ອີກວ່າ ສະຫະລັດມີ​ຄວາມ​ເປັນ​ຫ່ວງ​ວ່າ ການ​ດໍາ​ເນີນ​ຄະດີ​ທ່ານ Xu ໄດ້​ມີ​ຂຶ້ນ ​ເພື່ອ​ລົງ​ໂທດ​
ທ່ານ ​ຍ້ອນການປຸກລະດົມ​ຢ່າງເປີດ​ເຜີຍຂອງ​ທ່ານ ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຂອງ​ພວກ
​ເຈົ້າ​ໜ້າ​ທີ່​ຈີນ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ຕອບ​ໂຕ້​ໃນ​ວັນ​ອັງຄານອາທິດ​ແລ້ວນີ້ ຕໍ່ຄໍາ​ຕິຕຽນກ່ອນ​ໜ້າ
​ນີ້ ກ່ຽວ​ກັບການ​ດໍາ​ເນີນ​ຄະດີ​ນັ້ນວ່າ ຕ່າງປະ​ເທດ ບໍ່​ຄວນ​ແຊກ​ແຊງ​ ກັບເລື່ອງ​ພາຍ​ໃນ​ຂອງ​ຈີນ.​

China Activist's Lawyer Detained After Sentencing
please wait

No media source currently available

0:00 0:01:42 0:00
ລິງໂດຍກົງ
XS
SM
MD
LG