ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຈີນ ດຳເນີນຄະດີ ອະດີດປະທານ ລັດວິສາຫະກິດນ້ຳມັນ ຖານສໍ້ລາດບັງຫລວງ


ທ່ານ Jiang Jiemin ປະທານ ບໍລິສັດ PetroChina Ltd ກ່າວຖະແຫລງ ໃນລະຫວ່າງ ປະກາດຜົນສຳເລັດ ຂອງບໍລິສັດ ຢູ່ໃນຮົງກົງ ເມື່ອວັນທີ 19 ມີນາ 2008.

ທາງ​ການ​ຈີນ​ໄດ້ເປີດ​ ການ​ດຳ​ເນີນຄະດີ ຖານ​ສໍ້​ລາດ​ບັງ​ຫລວງ
​ເຈົ້າໜ້າ​ທີ່​ລະດັບ​ສູງ​ຄົນ​ນຶ່ງ ທີ່ເປັນ​ຫົວໜ້າບໍລິຫານ ​ບໍລິສັດ
​ອຸດສາ​ຫະກຳນ້ຳມັນ ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທ​ດ ​ແລະ ຕໍ່​ມາ​ໄດ້
​ເບິ່ງ​ແຍງ​ບໍລິສັດ​ ລັດ​ວິ​ສາ​ຫະກິດ ຫຼາຍໆ​ແຫ່ງ ກ່ອນ​ທີ່​ຈະ​ຖືກ
​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ ໃນ​ເດືອນກັນຍາ 2013.

ທ່ານ Jiang Jiemin ​ໄດ້​ໄປ​ປາກົດ​ໂຕ ຢູ່​ທີ່​ສານ​ຊັ້ນ​ກາງ ​ໃນ​ເມືອງ
Hanjiang ​ແຂວງ Hubei ຫຼັງຈາກ​ທີ່​ໄດ້​ຖືກກ່າວ​ຟ້ອງ ​ເມື່ອ​ເດືອນ
​ແລ້ວ​ນີ້ ວ່າ​ຮັບ​ເອົາ​ສິນ​ບົນ ມີ​ຢູ່​ໃນ​ຄອບ​ຄອງ​ ຊັບ​ສິນ​ຈຳນວນຫຼວງ
ຫຼາຍ ທີ່​ໄດ້ມາ​ຈາກ​ແຫ​ລ່ງ ທີ່ບໍ່​ແຈ້ງ​ໃຫ້​ຮູ້ ​ແລະ ​ໃຊ້​ອຳ​ນາດ​ ໃນ​
ທາງ​ທີ່​ຜິດ.

ທ່ານ Jiang ເຄີຍ​ເປັນ​ປະທານ ຂອງ​ລັດ​ວິ​ສາ​ຫະກິດ China National Petroleum Corporation ຊຶ່ງ​ເປັນ​ບໍລິສັດແມ່ ຂອງ​ບໍລິສັດ PetroChina Limited ທີ່​ເປັນ​ບໍລິສັດ
ຜະລິດ​ນ້ຳມັນ ​ທີ່​ໃຫຍ່ທີ່​ສຸດ​ຂອງເອ​ເຊຍ ກ່ອນ​ໜ້ານີ້​ ​ທ່ານໄດ້​ຖືກ​ແຕ່ງຕັ້ງເຂົ້າ​ເປັນສະມາຊິກ​ ໃນອົງການ​ຂອງ​ຄະນະ​ລັດຖະບານ ທີ່​ກຳກັບ​ເບິ່ງ​ນຳ ບັນດາ​ບໍລິສັດ ​ລັດ​ວິ​ສາ​ຫະກິດ ທີ່​ໃຫຍ່​
ທີ່​ສຸດ​ຂອງ​ຈີນ ໃນ​ປີ 2013 ​ແຕ່​ຖືກ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ 5 ​ເດືອນຕໍ່​ມາ ຫຼັງຈາກ​ທີ່​ໄດ້​ຕົກ​ຢູ່​ພາຍໃຕ້ການສືບສວນ​ສອບ​ສວນຂອງ​ເຈົ້າໜ້າ​ທີ່.

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຈຳນວນ​ນຶ່ງ ຈາກ​ອຸດສາຫະກຳ​ນ້ຳມັນ​ຂອງ​ຈີນ ໄດ້​ຖືກ​ຈັບ​ກຸມ ​ໃນ​ການ
​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ຂອງປະທານ​ປະ​ເທດ Xi Jinping ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມາ.

China Corruption Trial
please wait

No media source currently available

0:00 0:00:50 0:00

XS
SM
MD
LG