ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນດຳເນີນຄະດີນັກສິນລະປິນ ແຕ່ບໍ່ໄດ້ອອກຄຳຕັດສິນ


ແຜນທີ່ຈີນ
ແຜນທີ່ຈີນ

ການດຳເນີນຄະດີນັກສິນລະປິນຈີນຄົນນຶ່ງ ທີ່ຖືກກ່າວຫາວ່າພະຍາຍາມທຳຮ້າຍເຈົ້າໜ້າທີ່
ຕຳຫຼວດນັ້ນ ໄດ້ສິ້ນສຸດລົງໂດຍບໍ່ມີການອອກຄຳພິພາກສາ ໃນວັນສຸກມື້ນີ້.

ນາຍ Wu Yuren ຊຶ່ງເປັນນັກສິນລະປິນແລະນັກເຄື່ອນໄຫວການເມືອງນັ້ນ ໄດ້ຖືກກ່າວ
ຫາວ່າ ຂັດຂວາງການປະຊາສຳພັນຂອງທາງການດ້ວຍຄວາມຮຸນແຮງ ທີ່ພົວພັນກັບການ
ປະເຊີນໜ້າກັບຕຳຫຼວດເວລາຜູ້ກ່ຽວໄປປ້ອມຕຳຫຼວດແຫ່ງນຶ່ງໃນເດືອນພຶດສະພາປີກາຍ.

ນາຍ Wu ເວົ້າວ່າ ຕຳຫຼວດໄດ້ທຸບຕີລາວ ຂະນະທີ່ຕຳຫຼວດເວົ້າວ່າ ລາວໄດເຮັດໃຫ້ນິ້ວມື
ຂອງຕຳຫຼວດໄດ້ຮັບບາດເຈັບ.

ສາມເດືອນ ກ່ອນການປະເຊີນໜ້າເກີດຂຶ້ນ ນາຍ Wu ໄດ້ນຳພາພວກນັກສິນລະປິນເດີນ
ຂະບວນ ໄປຍັງຈະຕຸລັດທຽນອັນເໝິນ ເພື່ອປະທ້ວງຕໍ່ການປະຕິບັດແບບບໍ່ຖືກຕ້ອງຕໍ່
ພວກນັກສິນລະປິນ ໂດຍບໍລິສັດພັດທະນາທີ່ຢາກມ້າງຫ້ອງສະຕູດີໂອຂອງພວກເຂົາເຈົ້າ ເພື່ອຜົນກຳໄລໃນດ້ານອະສັງຫາລິມມະຊັບ.

ພວກສະໜັບສະໜຸນນາຍ Wu ກ່າວວ່າ ຕຳຫຼວດໄດ້ເສກສັນປັ້ນແຕ່ງເລື່ອງຂຶ້ນມາເພື່ອ
ເປັນການແກ້ແຄ້ນຍ້ອນການເປັນນັກເຄື່ອນໄຫວຂອງລາວ.

XS
SM
MD
LG