ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໃຫ້ເງິນຊົດເຊີຍແກ່ ຄອບຄົວທີ່ໄດ້ຮັບເຄາະ ຈາກລົດໄຟຕໍາກັນ


ອຸບັດຕິເຫດລົດໄຟຄວາມໄວສູງສອງຂະບວນຕຳກັນ ທຈີນ ເມອວັນທີ 23 ກໍລະກົດ 2011.
ອຸບັດຕິເຫດລົດໄຟຄວາມໄວສູງສອງຂະບວນຕຳກັນ ທຈີນ ເມອວັນທີ 23 ກໍລະກົດ 2011.

ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ ທາງ​ການ​ໄດ້​ເພີ່ມເງິນຊົດ​ເຊີຍ​ຂຶ້ນຢ່າງຫລວງຫລາຍ​ ໃຫ້​ແກ່
​ຄອບຄົວ​ຂອງ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ອຸບັດ​ເຫດ​ລົດ​ໄຟ​ຕໍາ​ກັນ​ເມື່ອ 9 ມື້​ຜ່ານ​ມານັ້ນ.

ໜັງສືພິມ Global Times ຂອງ​ພັກ​ຄອມ​ມີ​ວນິດກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ 31 ຄອບຄົວ​ທີ່​ໄດ້​ເສຍ​ຍາດຕິ​ພີ່ນ້ອງ​ໃນ​ອຸບັດ​ເຫດ​ດັ່ງກ່າວ ​ກໍາລັງ​ຖືກ​ສະ​ເໜີ​ໃຫ້​ເງິນ​ຊົດ​ເຊີຍ​ ຈໍານວນ 143 ພັນ​ໂດ​ລາ ​ເພີ່ມ​ຈາກ 77 ພັນ​ໂດ​ລາ​ ທີ່​ທາງ​ການສະ​ເໜີໄດ້ໃຫ້​ໃນ​ສັບປະດາ​ຜ່ານ​ມາ.

ໜັງສືພິມ​ ກ່າວ​ວ່າ 19 ຄອບຄົວໄດ້ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ອີກ​
ຫລາຍ​ຄອບຄົວ​ຍັງ​ບໍ່​ທັນ​ຮັບ​ເອົາ​ເທື່ອ ​ແລະວ່າ ບາງ​ຄອບຄົວ​ກໍາລັງພະຍາຍາມຮຽກຮ້ອງ
​ເອົາ​ຄ່າ​ຊົດ​ເຊີຍຈໍານວນ​ຫລາຍກວ່ານັ້ນ ​ແລະ​ມີ​ຄອບຄົວ​ອື່ນໆ​ບໍ່​ຍອມຮັບເອົາ​ຄ່າ​ຊົດ​ເຊີຍ
ຈົນ​ກວ່າ​ວ່າ​ຈະ​ໄດ້​ເຫັນ​ຜົນ​ຂອງ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ອຸບັດ​ເຫດ​ດັ່ງກ່າວ​ເສຍ​ກ່ອນ.

39 ຄົນ​ເສຍ​ຊີວິດ​ແລະ​ເກືອບ 200 ຄົນ​ໄດ້​ຮັບ​ບາດ​ເຈັບ​ ເວລາ​ລົດ​ໄຟ​ຄວາມ​ໄວ​ສູງ​ຂະ​ບວນນຶ່ງ​ແລ່ນ​ຕໍາ​ຫລັງ​ລົດ​ໄຟ​ອີກ​ຄັນ​ນຶ່ງ​ທີ່​ຢຸດ​ຢູ່ ​ໃນ​ວັນ​ທີ 23 ກໍລະກົດ​ຜ່ານ​ມາ ​ເຮັດ​ໃຫ້​ຕູ້ລົດ​ໄຟ 4 ຕູ້​ ຕົກລົງ​ຈາກ​ຂົວ​ແຫ່ງ​ນຶ່ງ. ອຸບັດ​ເຫດ​ລົດ​ໄຟ​ຕໍາ​ກັນຄັ້ງ​ນີ້ ​ໄດ້​ເປັນ​ເລື້ອງ​ທີ່​ຖືກ​ຍົກ​ຂຶ້ນ​ມາ​ໂອ້​ລົມ​ສົນທະນາ​ກັນ​ຫລາຍ​ທີ່​ສຸດ​ທາງ​ເວ​ບ​ໄຊ້ທ໌ຕ່າງໆ​ຂອງຈີນ ຊຶ່ງ​ພວກ​ທີ່​ປະ​ກອບ​ສ່່ວນ​ໄດ້​ຮຽກຮ້ອງເອົາ​ຄໍາ​ອະທິບາຍ​ທີ່​ດີ​ຂຶ້ນ​ ກ່ຽວ​ກັບສາ​ເຫດ​ຂອງ​ອຸບັດ​ເຫດ​ນັ້ນ.

XS
SM
MD
LG