ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ຢ່າງໜ້ອຍ 33 ຄົນຕາຍ ແລະເກືອບ 200 ຄົນບາດເຈັບ ໃນອຸບັດເຫດລົດໄຟຕໍາກັນ ທີ່ຈີນ


ພວກພະນັກງານກູ້ໄພຂອງຈີນ ກໍາລັງຄົ້ນຫາຜູ້ລອດຊີວິດ ຈາກອຸບັດເຫດລົດໄຟສອງຂະບວນຕໍາກັນ ຢູ່ທາງ ພາກຕາເວັນອອກຂອງຈີນ ເມື່ອວັນທີ່ 24 ເດືອນນີ້

ພວກພະນັກງານກູ້ໄພຢູ່ທາງພາກຕາເວັນອອກຂອງຈີນກໍາລັງຄົ້ນຫາຜູ້ລອດຊີວິດຈາກອຸບັດ
ເຫດລົດໄຟຄວາມໄວສູງສອງຂະບວນຕໍາກັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 33 ຄົນ ແລະເກືອບອີກ 200 ຄົນໄດ້ຮັບບາດເຈັບ.

ອົງການຂ່າວຊິນຫົວຂອງທາງການຈີນກ່າວວ່າ ລົດໄຟຄວາມໄວສູງ ຫລືລົດ​ໄຟຫົວກະສຸນ ລຸ້ນເກົ່າຄັນ​ນຶ່ງ ກໍາລັງ​ເດີນທາງຈາກເມືອງຫັງ​ໂຈ (Hangzhou) ເມືອງຫລວງ ຂອງແຂວງ​ເຊ​ຈຽງ (Zhejiang) ທາງພາກ ຕາເວັນອອກຂອງຈີນ ມຸ່ງໜ້າໄປຍັງເມືອງ ​ເວີ້​ນ​ໂຈ (Wengzhou) ເມື່ອຕອນ​ແລງວັນເສົາວານນີ້ ເວລາລົດໄຟຂະບວນດັ່ງກ່າວຖືກຟ້າຝ່າ ​ເຮັດ​ໃຫ້ເຄຶ່ອງຈັກມອດ ​ແລ່ນ​ຕໍ່​ໄປ​ບໍ່​ໄດ້. ຕໍ່​ມາ ລົດໄຟຄວາມໄວສູງອີກຂະບວນນຶ່ງ​ໄດ້ແລ່ນມາຕໍາ ລົດໄຟຄັນທໍາ​ອິດ​ທີ່​ຈອດ​ຢູ່​ນັ້ນ ເຮັດໃຫ້ຕູ້ລົດໄຟສອງຕູ້ຕົກສະພານ.

ຮູບວີດີໂອຈາກບ່ອນເກີດເຫດ ສະ​ແດງໃຫ້​ເຫັນຕູ້ລົດໄຟຕູ້ນຶ່ງຕົກລົງ​ມາຢູ່ເທິງດິນ ແລະຕູ້ທີ່ ສອງ ຫ້ອຍຢ່ອນລົງມາ​ຈາກຂົວ. ຂ່າວຊິນຫົວອ້າງເອົາຄໍາເວົ້າຂອງຜູ້ເຫັນເຫດການ ທີ່​ກ່າວ ວ່າ ພວກພະນັກງານກູ້ໄພໄດ້ລາກແກ່ ຜູ້ໂດຍສານຫລາຍຄົນ ອອກມາຈາກຕູ້ລົດໄຟ ທີ່ຢູ່ເທິງພຶ້ນດິນນັ້ນ.

ຈີນໄດ້ໃຊ້ຈ່າຍເງິນຫລາຍພັນລ້ານໂດລາ ເພື່ອເຊຶ່ອມໂຍງຫົວເມືອງຕ່າງໆຂອງຕົນດ້ວຍ ລົດໄຟຄວາມໄວສູງ ແຕ່ນີ້​ແມ່ນເປັນອຸບັດເຫດເທື່ອທີ່ສອງ ໃນໄລຍະບໍ່ເທົ່າໃດອາທິດຜ່ານ ມາ ທີ່​ເກີດ​ຂຶ້ນຍ້ອນພາຍຸ.

ເມື່ອຕົ້ນເດືອນນີ້ ລົດໄຟຂະບວນເປີດໃໝ່ທີ່ແລ່ນອອກຈາກປັກກິ່ງ ໄປຍັງຊຽງ​ໄຮ້ ກໍເກີດ
ໄຟຟ້າມອດຍ້ອນລົມພາຍຸ ເປັນເຫດໃຫ້ລົດໄຟຂະບວນດັ່ງກ່າວຕ້ອງຊັກ​ຊ້າ​ໄປ 90 ນາທີ.

XS
SM
MD
LG