ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທ​ຣຳ ກ່າວ​ວ່າ ຂໍ້​ຕົກ​ລົງ ການ​ຄ້າ ກັບ ຈີນ ຕ້ອງ "ດີ​ຫຼາຍ" ຫຼື​ບໍ່ ກໍ​ບໍ່​ມີ​ການ ຕົກ​ລົງ​ກັນ


ພວກ​ຄົນ​ງານ ພວມ​ແກ່ກັບ​ເກີບ ທີ່​ເຮັດ​ໂດຍ​ບໍ​ລິ​ສັດ ໄນ​ກີ້ ແລະ​​ເກີບ ທີ່​ເຮັດ​ໂດຍ​ບໍ​ລິ​ສັດ​ຈີນ ແລະ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ອື່ນໆ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. (10 ສິງ​ຫາ 2018)
ພວກ​ຄົນ​ງານ ພວມ​ແກ່ກັບ​ເກີບ ທີ່​ເຮັດ​ໂດຍ​ບໍ​ລິ​ສັດ ໄນ​ກີ້ ແລະ​​ເກີບ ທີ່​ເຮັດ​ໂດຍ​ບໍ​ລິ​ສັດ​ຈີນ ແລະ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ອື່ນໆ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. (10 ສິງ​ຫາ 2018)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຈະ​ບໍ່​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າ​ກັບ​ຈີນ ນອກ​ຈາກວ່າ ມັນ​ຈະ​ເປັນ “ຂໍ້​ຕົກ​ລົງ​ທີ່​ດີ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ໃນ​ວັນ​ສຸກວານນີ້ ໃນ​ຂະ​ນະ​ທີ່​ທ່ານອອກ​ຈາກ​ທຳ​ນຽບ​ຂາວ ໄປ​ຢ້ຽມ​ຢາມ​ບ່ອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ລົມ​ພາຍຸ​ທໍ​ເນ​ໂດ ຢູ່​ລັດ​ອາ​ລາ​ບາ​ມາທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ. ສະ​ຫະ​ລັດ​ແລະ​ຈີນ ໄດ້​ຜິດ​ຖຽງ​ກັນ​ກ່ຽວ​ກັບເລື້ອງ​ການ​ເກັບ​ພາ​ສີ ມາ​ແຕ່​ປີ​ກາຍນີ້.

ທຳ​ນຽບ​ຂາວ​ໄດ້​ວາງ​ແຜນ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ​ຜູ້​ນຳ​ຂອງ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ລັດ​ຟ​ລໍ​ດາ ພາຍ​ໃນ​ປີນີ້.

ທ່ານ​ທ​ຣຳ ກ່າວ​ວ່າ “ຖ້າ​ຂໍ້​ຕົກ​ລົງ​ນີ້ ບໍ່​ແມ່ນ​ຂໍ້​ຕົກ​ລົງ​ທີ່​ດີ​ແລ້ວ ພວກ​ເຮົາ​ຈະ​ເຮັດສິ່ງ​ໃດກໍ​ໄດ້ ໂດຍ​ມີ​ຫຼື​ບໍ່​ມີ​ຂໍ້​ຕົກ​ລົງກໍ​ໄດ້.”

ບັນ​ຫາ​ຂັດ​ແຍ້ງ​ທາງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ເລີ້ມ​ມີ​ຜົນ​ກະ​ທົບຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດຈີນ​ແລ້ວ.

ການ​ສົ່ງ​ອອກ​ ແລະ​ນຳ​ເຂົ້າຂອງ​ຈີນ ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ ເກີນກວ່​າ​ທີ່​ຄາດ​ຄິດ​ໄວ້ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ ​ອີງ​ຕາມ​ຂໍ້​ມູນ​ທີ່​ພິມ​ເຜີຍ​ແຜ່​ ໃນ​ວັນ​ສຸກວານນີ້​ໂດຍ​ອົງ​ການ​ພາ​ສີຂອງ​ຈີນ.

​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ນອກ​ທຳ​ນຽບ​ຂາວ
​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ນອກ​ທຳ​ນຽບ​ຂາວ

ການ​ໄດ້​ປຽບ​ທາງ​ດ້ານ​ການ​ຄ້າ​ຂອງ​ຈີນ​ ກັບ​ສະ​ຫະ​ລັດ ໄດ້​ຫຼຸດ​ລົງ​ເປັນ 14.7 ຕື້​ໂດ​ລາ ​ສຳ​ລັບ ເດືອນ​ກຸມ​ພາ ຈາກ 27.3 ຕື້​ໂດ​ລາ ໃນ​ເດື​ອນ​ມັງ​ກອນ.

ການ​ສົ່ງ​ອອກ​ຂອງ​ຈີນ​ໃນ​ເດືອນ​ກຸມ​ພາ ໄດ້​ຫລຸດ​ລົງ 20.7 ເປີ​ເຊັນ ຈາກ​ໄລ​ຍະດຽວ​ກັນ​ຂອງ​ປີ​ກາຍນີ້ ແລະ​ການ​ນຳ​ເຂົ້າ​ກໍ​ໄດ້​ຫລຸດ​ລົງ 5.2 ເປີ​ເຊັນ​ຈາກ​ລະ​ດັບຂອງ​ປີ​ຜ່ານ​ມາ ຊຶ່ງ​ຖື​ວ່າ​ ຫຼາຍກວ່າ​ທີ່​ຄາດ​ກັນ​ໄວ້. ອີງ​ຕາມ​ການ​ຢັ່ງ​ສຽງຂອງ​ອົງການ​ຂ່າວບ​ລູມ​ເບີກ​ແລ້ວ ການ​ທຳ​ນາຍ​ແມ່ນ 5 ເປີ​ເຊັນແລະ 0.6 ເປີ​ເຊັນ​ຕາມລຳ​ດັບ.

ນັກ​ເສດ​ຖະ​ສາດ ຊາງ ຫຼິວ (Chang Liu) ​ທີ່​ເຮັດ​ວຽກ​ໃຫ້ Capital Economics ທີ່​ນະ​ຄອນ​ລອນດອນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ຫລຸດ​ລົງ​ໃນ​ການສົ່ງ​ອອກ​ຂອງ​ຈີນ ​ຢ່າງ​ນ້ອຍ​ ສ່ວນ​ໃດ​ສ່ວນ​ນຶ່ງ​ແລ້ວກໍແມ່ນ​ເປັນ​ຍ້ອນການ​ເກັບພາ​ສີ. ໃນ​ປີ​ກາຍ ທ່ານ​ກ່າວ​ວ່າ “ບໍ​ລິ​ສັດ​ຕ່າງໆ ​ໄດ້​ສົ່ງ​ສິນ​ຄ້າ​ອອກ​ຫຼາຍກວ່ານີ້ໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ ເພື່ອ​ຫຼີ​ກ​ລ່ຽງ​ຕໍ່​ການ​ຂົ່ມ​ຂູ່​ທີ່​ຈະ​ເກັບ​ພາ​ສີ​ຕື່ມ. ດັ່ງ​ນັ້ນ​ການຫລຸດ​ລົງ​ໃນ​ການ​ສົ່ງ​ອອກ ໃນ​ເຄິ່ງ​ທີ​ສອງ​ຂອງ​ປີ​ກາຍນີ້ ຖ້າ​ຈະ​ເວົ້າ​ແລ້ວ ແມ່ນເປັນ​ຜົນ​ກະ​ທົບ​ມາ​ຈາກ​ການ​ເກັບ​ພາ​ສີ.

ຂໍ້​ມູນ​ທາງ​ເສດ​ຖະ​ກິດ​ເມື່ອ​ໄວໆ​ມານີ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຫຍຸ້ງ​ຍາກ ທີ່​ຈີນໄດ້​ປະ​ເຊີນ​ໜ້າໃນ​ໄຕ​ມາດ​ທີ 4 ຂອງ​ປີ 2018 ໃນ​ຂະ​ນະ​ທີ່​ອັດ​ຕາ​ການ​ເຕີບ​ໂຕ​ໄດ້​ຫລຸດ​ລົງ​ເປັນ 6.4 ເປີ​ເຊັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG