ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ຕ້ອງການ ​​ສິນຄ້າ​​ຈີນ ຍັງເພີ່ມ​ຂຶ້ນ ຢູ່ເລື້ອຍມາ ຈາກປີທີ່ແລ້ວ


ການແລກປ່ຽນສິນຄ້າຂອງຈີນ
ການແລກປ່ຽນສິນຄ້າຂອງຈີນ

ຄວາມ​ຕ້ອງການສິນຄ້າ​ຈາກ​ຈີນ ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 11% ​ໃນ​ເດືອນມິຖຸນາ ຜ່ານ​ມາ
​ປຽບທຽບ​ໃສ່​ປີກາຍນີ້ ​ແຕ່​ວ່າໄດ້​ຫຼຸດຕໍ່າລົງ​ຈາກລະດັບຂອງເດືອນພຶດສະພາ​ແລ້ວ​.

ພະ​ແນ​ກຄຸ້ມ​ຄອງ​ພາສີ​ຂອງ​ຈີນ ​ໄດ້​ກ່າວ​ໃນວັນອັງຄານ​ມື້​ນີ້​ວ່າ ສິນ​ຄ້າ​ສົ່ງ​ອອກ​ໃນ​ເດືອນ
ມິຖຸນາ ແມ່ນ​ສູງເຖິງ 180 ພັນ​ລ້ານ​ໂດ​ລາ​. ສິນ​ຄ້າ​ນໍາ​ເຂົ້າ​ໃນໄລຍະ​ດຽວ​ກັນ​ນັ້ນ​ໄດ້​ເ​ພີ່​ມ
ຂຶ້ນ 6.3% ຫຼາຍ​ກວ່າ​ປີ​ກາຍ​ນີ້ ​ເຖິງ 148 ພັນ​ລ້ານ​ໂດ​ລ່າ.

​ໃນເດືອນພຶດສະພາຜ່ານ​ມາ ສິນ​ຄ້າ​ສົ່ງ​ອອກ​ຂອງ​ຈີນ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ໃນ​ອັດຕາ ຫຼາຍກວ່າ 15% ຕໍ່​ປີ.

ເຈົ້າ​ໜ້າ​ທີ່​ພາສີຄົນ​ນຶ່ງ​ຂອງ​ຈີນ​ກ່າວວ່າ ການ​ລົດ​ລົງ​ປະມານ 11% ​ໃນເ​ດືອນມິ​ຖຸນາ​ສ່ວນ​ນຶ່ງແມ່ນ​ຍ້ອນ​ສາ​ເຫດ​ວ່າ ​ເສດຖະກິດ​ຂອງສະຫະລັດ​ຍັງ​ບໍ່​ທັນຟື້ນ​ຕົວຄືນຢ່າງ​ເຕັມທີ່​ເທື່ອ.

ຈີນ​ກ່າວ​ວ່າ ການ​ຄ້າ​ທັງ​ໝົດ​ພາຍ​ໃນ​ປີ​ນີ້ ມາ​ເຖິງ​ປັດຈຸບັນແມ່ນ​ເພີ່ມຂຶ້ນ 8% ​ໃນ​ມູນ​ຄ່າເກືອບ​ເຖິງ 2 ພັນ​ຕື້​ໂດ​ລ່າ​.

XS
SM
MD
LG