ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ການ​​ເປີດໃຫ້ຄົນ ເຂົ້າໄປພາກໃຕ້ ສຸດຂອງຈີນ ໂດຍ​ບໍ່​ຕ້ອງມີ​ວີ​ຊາ ອາດຈະດຶງດູດໃຫ້ ຄົນເຂົ້າ ໄປໃນ ເຂດທະເລ ທີ່ມີການ ຂັດແຍ້ງ ກັນຫລາຍ ​


ນັກ​ທ່ອງ​ທ່ຽວ​ຈີນຖ່າຍຮູບກັບທຸງຊາດຈີນເພື່ອເປັນທີ່ລະລຶກ ໃນຂະນະທີ່ໄປຢ້ຽມຢາມ ເກາະກວນຟູ (Quanfu) ຊຶ່ງເປັນເກາະແຫ່ງນຶ່ງ ຢູ່ໃນໝູ່​ເກາະພາຣາໂຊລ ຂອງເທດສະບານຊານຊາ (Sansha) ໃນແຂວງໄຮນານ ທີ່ຢູ່ພາກໃຕ້ຂອງຈີນທີ່ຕັ້ງຕິດກັບທະເລຈີນໃຕ້ໃນວັນທີ 14 ກັນຍາ, 2014.
ນັກ​ທ່ອງ​ທ່ຽວ​ຈີນຖ່າຍຮູບກັບທຸງຊາດຈີນເພື່ອເປັນທີ່ລະລຶກ ໃນຂະນະທີ່ໄປຢ້ຽມຢາມ ເກາະກວນຟູ (Quanfu) ຊຶ່ງເປັນເກາະແຫ່ງນຶ່ງ ຢູ່ໃນໝູ່​ເກາະພາຣາໂຊລ ຂອງເທດສະບານຊານຊາ (Sansha) ໃນແຂວງໄຮນານ ທີ່ຢູ່ພາກໃຕ້ຂອງຈີນທີ່ຕັ້ງຕິດກັບທະເລຈີນໃຕ້ໃນວັນທີ 14 ກັນຍາ, 2014.

ການທີ່ຈີນເປີດໃຫ້ມີ​ການທ່ອງ​ທ່ຽວຢູ່ໃນແຂວງ ທີ່ຢູ່ໃຕ້ສຸດ​ຂອງປະເທດໃຫ້​ນັກ​
ທ່ອງ​ທ່ຽວ​ຕ່າງປະ​ເທດເຂົ້າໄປທ່ຽວໂດຍ​ບໍ່​ຕ້ອງການ​ວີ​ຊາ ​ໃນ​ເດືອນ​ໜ້າ​ນີ້ ອາດຈະ
ເຮັດໃຫ້​ເປັນຈຸດເດັ່ນແກ່ທະເລທີ່ມີຂໍ້ຂັດແຍ້ງຢ່າງຫລວງຫລາຍ ທີ່ຢູ່ໃກ້ໆນັ້ນ ໂດຍ
ເຮັດໃຫ້ບັນດາ​ນັກ​ເດີນທາງຫລາຍຄົນ​ທີ່​ຢາກຊອກ​ຮູ້ຊອກ​ເຫັນເດີນທາງເຂົ້າໄປໄດ້.

​ອີງຕາມ​ສື່ມວນຊົນຂອງ​ລັດຖະບານຈີນ ແຂວງ​ໄຮ​ນານ​ຈະ​ຍົກ​ເວັ້ນວີ​ຊາ​ໃຫ້​ແກ່ປະ
ຊາຊົນ​ຂອງ 59 ປະ​ເທດເຂົ້າໄປທີ່ນັ້ນໄດ້ນັບແຕ່​ວັນ​ທີ 1 ເດືອນ​ພຶດ ສະພາເປັນຕົ້ນ
ໄປ. ​ທ່ານ​ຊາວ ຊິ​ຈູ​ນ ຮອງ​ຫົວໜ້າ​ໂຮງຮຽນ​ການ​ເງິນ ຢູ່ມະຫາວິທະຍາ​ໄລເຣັນມິນ
ຂອງ​ຈີນ​ກ່າວ​ວ່າ ໃນ​ການທີ່ໄດ້ຮັບອະນຸຍາດໃຫ້ ທ່ອງທ່ຽວຢູ່ໃນແຂວງນັ້ນໄດ້ໂດຍ
​ບໍ່ຕ້ອງ​ມີ​ວີ​ຊາ​ເປັນ​ເວລາ ​30 ວັນນັ້ນ ອາດເຮັດ ໃຫ້ນັກທ່ອງທ່ຽວຈຳນວນ​ນຶ່ງ​ສາມາດທີ່ຢ່ວງບາດຕີນຂອງຕົນເຂົ້າໄປໃນບັນດາ​ໝູ່​ເກາະທີ່ເປັນຮູບວົງແຫວນ ແລະເຕັມໄປດ້ວຍໂຂດຫີນຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງແຂວງໄຮ​ນານ ໃນ
ນາມ​ເປັນ​ພາ​ກສ່ວນ​ຂອງ​ແຂວງ​ທ່າ​ເຮືອ​ການ​ຄ້າ​ເສລີ​ທີ່ມີຄວາມຫວັງສູງ ທີ່ຈີນອ້າງ
ເອົານັ້ນ​.

ບ່ອນສຳຄັນ​ຈຳນວນ​ນຶ່ງ​ເປັນ​ໝູ່​ເກາະ Para​cel ຊຶ່ງເປັນ​ສາຍ​ໝູ່່​ເກາະ ທີ່​ຈີນ​ຄວບ​
ຄຸມ ​ແຕ່​ວ່າ​ໄຕ້ຫວັນ ແລະ​ຫວຽດນາມກໍຍັງ​ເວົ້າວ່າ​ເປັນ​ຂອງ​ຕົນຢູ່ນັ້ນ.

ທ່ານ​ຊາວ ກ່າວ​ວ່າ “ອັນນີ້​ແມ່ນສິ່ງໃດສິ່ງ​ນຶ່ງ​ສຳລັບ​ອານາ​ຄົດ. ມັນບໍ່​ພຽງ​ແຕ່​ສຳ​ລັບ
​ຜູ້​ມາ​ຢ້ຽມ​ຢາມ​ຈາກ​ພາຍ​ນອກພາຍນອກເທົ່ານັ້ນດອກ ​ແຕ່​ຍັງສຳ​ລັບ​ນັກ​ທ່ອງ​ທ່ຽວ
​ພາຍໃນ​ປະ​ເທດ​ອີກດ້ວຍ ທີ່​ຈະ​ພະຍາຍາມ​ຢ່າງໜັກເພື່ອໄປໃນ​ທິດ​ທາງ​ດັ່ງກ່າວນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG