ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ດ້ານການຄ້າ ລະດັບສູງ ຂອງຈີນ ຈະເດີນທາງມາຍັງ ສຫລ ເພື່ຶ​ອເຈລະຈາ ດ້ານການຄ້າ ຮອບໃໝ່


ນາຍົກລັດຖະມົນຕີຂອງຈີນ ທ່ານ ລິວ ເຫ (ຂວາ) ໂອ້ລົມກັບ ຜູ້ຕາງໜ້າດ້ານການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ, ໃນຂະນະທີ່ພວກເພິ່ນ ລຽນແຖວເພື່ອຖ່າຍຮູບເປັນກຸ່ມ ຢູ່ບ້ານພັກຕ້ອນຮັບແຂກຕ່າງປະເທດ Diaoyutai ຂອງທາງການ, ໃນນະຄອນຫຼວງ ປັກກິ່ງ, ວັນທີ 15 ກຸມພາ 2019.
ນາຍົກລັດຖະມົນຕີຂອງຈີນ ທ່ານ ລິວ ເຫ (ຂວາ) ໂອ້ລົມກັບ ຜູ້ຕາງໜ້າດ້ານການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ, ໃນຂະນະທີ່ພວກເພິ່ນ ລຽນແຖວເພື່ອຖ່າຍຮູບເປັນກຸ່ມ ຢູ່ບ້ານພັກຕ້ອນຮັບແຂກຕ່າງປະເທດ Diaoyutai ຂອງທາງການ, ໃນນະຄອນຫຼວງ ປັກກິ່ງ, ວັນທີ 15 ກຸມພາ 2019.

ຈີນ ໄດ້ຢືນຢັນວ່າ ນັກເຈລະຈາຂັ້ນສູງຂອງຕົນ ຈະເດີນທາງ ມາຍັງສະຫະລັດ ເພື່ອດຳ
ເນີນການເຈລະຈາດ້ານການຄ້າຮອບໃໝ່ ໃນທ້າຍສັບປະດານີ້ ເຖິງແມ່ນ ພາຍຫຼັງຈາກ
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ທີ່ຈະເກັບ ພາສີສູງຂຶ້ນຫຼາຍຕື້
ໂດລາ ຕໍ່ສິນຄ້າຕ່າງໆຂອງຈີນຫຼັງຈາກທີ່ທ່ານໄດ້ຈົ່ມວ່າ ຂັ້ນ ຕອນນັ້ນ ແມ່ນໃຊ້ເວລາ
ດົນເກີນໄປ ກໍຕາມ.

ກະຊວງການຄ້າຂອງຈີນໄດ້ອອກຖະແຫລງການສະບັບນຶ່ງ ໃນວັນອັງຄານມື້ນີ້ ທີ່ວ່າ
ຮອງນາຍົກລັດຖະມົນຕີ ທ່ານລິວ ເຫ ທີ່ປຶກສາຂັ້ນສູງດ້ານເສດຖະກິດ ຂອງປະທານ
ປະເທດ ສີ ຈິ້ນຜິງ ຈະພົບປະກັບ ຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ທ່ານໂຣເບີດ
ໄລໄຕເຊີ ແລະ ລັດຖະມົນຕີວ່າການ ກະຊວງການ ເງິນ ທ່ານສຕີບເວັນ ມານູຈິນ ເປັນ
ເວລາສອງວັນ ເພື່ອການເຈລະຈາ ທີ່ຈະເລີ້ມຂຶ້ນໃນວັນພະຫັດຈະມາເຖິງນີ້.

ຄຳເຫັນຂອງທ່ານທຣຳ ໃນທວີດເຕີ ທີ່ຂຽນລົງໃນວັນອາທິດຜ່ານມາ ກ່ຽວກັບ ການເກັບ
ພາສີໃໝ່ ໄດ້ສົ່ງຜົນໃຫ້ຮຸ້ນຕ່າງໆຂອງເອເຊຍ ແລະອະນາຄົດຂອງສະຫະລັດ ຕົກຮວບ
ລົງ ໃນວັນຈັນວານນີ້ແລະໄດ້ເພີ້ມຄວາມບໍ່ແນ່ນອນ ກ່ຽວ ກັບອະນາຄົດຂອງການເຈ
ລະຈາດ້ານການຄ້າ ລະຫວ່າງ ສະຫະລັດກັບຈີນ. ເຖິງແມ່ນວ່າຕະຫຼາດຮຸ້ນໄດ້ຕົກ
ລາ​ຄາກໍຕາມ ສື່ມວນຊົນທີ່ເປັນທາງການຂອງ ຈີນ ກໍໄດ້ມິດງຽບຢູ່ໝົດເຊົ້າ ກ່ຽວກັບ
ເລື້ອງຄຳເຫັນຕ່າງໆຂອງທ່ານທຣຳນັ້ນ.

ບໍ່ເທົ່າໃດຊົ່ວໂມງ ຕໍ່ຈາກນັ້ນມາໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານ ເກັງ
ຊວງ ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ຈີນ “ກຳລັງພະຍາຍາມ ຈະເກັບກຳຂໍ້ມູນຕື່ມອີກ”
ກ່ຽວກັບຄຳເຫັນຂອງທ່ານທຣຳໃນເລື້ອງຂອງການເກັບພາສີໃໝ່ແຕ່ ໄດ້ເນັ້ນຢ້ຳວ່າ
ທີມນັກເຈລະຈາຂອງປັກກິ່ງ ແມ່ນຍັງກຽມພ້ອມທີ່ຈະເດີນທາງ ໄປຍັງ ສະຫະລັດ
ເພື່ອການເຈລະຈາ ໃນສັບປະດານີ້. ທ່ານເກິງ ບໍ່ໄດ້ກ່າວວ່າ ຮອງນາຍົກລັດຖະມົນຕີ
ລິວ ຈະນຳພາຄະນະຜູ້ແທນ ຫຼືບໍ່.

“ຂໍ້ຄວາມທວີດນັ້ນ ເປັນເຫຼັກງັດຂະໜາດໃຫຍ່ ໃນນະໂຍບາຍການຄ້າຕ່າງປະເທດ
ຂອງຈີນ”
ນັ້ນແມ່ນຄຳເວົ້າ ຂອງທ່ານນິກ ມາໂຣ ນັກວິເຄາະ ຢູ່ທີ່ໜ່ວຍ ງານສືບລັບ
ດ້ານເສດຖະກິດ ຫຼືເອີ້ນຫຍໍ້ວ່າ EIU ທີ່ໄດ້ກ່າວບອກວີໂອເອໄປ. ທ່ານໄດ້ເວົ້າອີກວ່າ
“ມີຄວາມຄາດໝາຍຫຼາຍສົມຄວນ ທີ່ວ່າ ຢ່າງໜ້ອຍມີພື້ນ ຖານຂອງການທຳງານ ສຳລັບຂໍ້ຕົກລົງ ທີ່ຈະສະຫຼຸບໄດ້ໃນສັບປະດານີ້” ໃນ ການອະທິບາຍເຖິງເຫດຜົນ
ທີ່ປັກກິ່ງ ຄວນຈະບໍ່ພໍໃຈ ໂດຍມີການຂົ່ມຂູ່ໃໝ່ດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG