ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຂັ້ນສູງຂອງຈີນກ່າວວ່າ ສະຫະລັດ ແລະ ຈີນ ຈໍາເປັນຕ້ອງມີການຫາລືແບບ 'ກວມລວມ'


ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ເດີນທາງໄປຮອດການປະຊຸມສໍາມະນາທາງການທູດ ຢູ່ທີ່ເຮືອນພັກລັດຖະບານ ດຽວຢູທາຍ (Diaoyutai) ໃນນະຄອນຫຼວງປັກກິ່ງ, ວັນທີ 24 ຕຸລາ 2023. ທ່ານຫວັງ ເດີນທາງມາຮອດນະຄອນຫຼວງວໍຊິງຕັນໃນວັນທີ 26 ຕຸລາ ເພື່ອປະຊຸມກັບເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ.
ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ເດີນທາງໄປຮອດການປະຊຸມສໍາມະນາທາງການທູດ ຢູ່ທີ່ເຮືອນພັກລັດຖະບານ ດຽວຢູທາຍ (Diaoyutai) ໃນນະຄອນຫຼວງປັກກິ່ງ, ວັນທີ 24 ຕຸລາ 2023. ທ່ານຫວັງ ເດີນທາງມາຮອດນະຄອນຫຼວງວໍຊິງຕັນໃນວັນທີ 26 ຕຸລາ ເພື່ອປະຊຸມກັບເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ.

ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໄດ້ເດີນທາງຮອດນະຄອນ ຫຼວງ ວໍຊິງຕັນ ໃນວັນພະຫັດວານນີ້ ເພື່ອການປະຊຸມກັບບັນດາເຈົ້າໜ້າທີ່ອາວຸ ໂສຂອງສະຫະລັດ ກ່ຽວກັບບັນ​ຫາຄວາມໝັ້ນຄົງລະຫວ່າງສອງຝ່າຍ ແລະ ຢູ່ໃນພາກ​ພື້ນ, ກ່ອນໜ້າຂອງການພົບປະກັນລະຫວ່າງຜູ້ນຳຂອງ ສະຫະລັດ ແລະ ຈີນ ໃນເດືອນໜ້າ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈະເປັນ ເຈົ້າພາບຕ້ອນຮັບທ່ານ ຫວັງ ຢູ່ທີ່ກະຊວງການຕ່າງປະເທດ ສຳລັບອາຫານ ຄ່ຳຢ່າງເປັນທາງການ ຫຼັງຈາກກອງປະຊຸມໃນຕອນເຊົ້າຂອງມື້ດຽວກັນນັ້ນ. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລີ​ວານ ຈະຈັດການເຈລະຈາກັບທ່ານຫວັງ ຢູ່ທີ່ບ້ານພັກແບຼ (Blair House) ໃກ້ກັບ ທຳນຽບຂາວໃນວັນສຸກມື້ນີ້.

ບໍ່ດົນກ່ອນກອງປະຊຸມສອງຊົ່ວໂມງຂອງທ່ານກັບທ່ານບລິງເກັນ ໃນຕອນ​ບ່າຍ​ຂອງວັນພະຫັດວານນີ້ ທ່ານຫວັງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຈີນ ແລະ ສະຫະລັດ ຕ້ອງມີການສົນທະນາກັນ” ທີ່ເປັນແບບ “ລົງເລິກ ແລະຮອບດ້ານ” ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຈະ​ສາ​ມາດຫລຸດຜ່ອນການເຂົ້າໃຈຜິດ ແລະ “ກັບຄືນສູ່ແນວ ທາງການ​ພັດ​ທະ​ນາ​ທີ່ແຂງ​ແຮງ, ໝັ້​ນ​ຄົງ ແລະ ຍືນຍົງ.”

ທ່ານຫວັງ ກ່າວຕື່ມວ່າ “ໃນຄວາມສຳພັນລະ​ຫວ່າງ ຈີນ ແລະສະຫະລັດ ມັນ​ຈະມີສຽງດັງເປັນບາງຄັ້ງບາງຄາວ, ສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ ແມ່ນບໍ່ໄດ້ ຖືກພິ​ຈາ​ລະ​ນາໂດຍຜູ້ໃດທີ່ແຂນທີ່ແຂງແກ່ນທີ່ສຸດ ຫຼື ມີສຽງດັງກວ່າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG