ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະຮັດເຄັ່ງຂຶ້ນ ພວກກົດໝາຍປົກປ້ອງ ສິ່ງແວດລ້ອມ (ສະໄລດ໌)


ສະພາບມົນລະພິດ ໃນນະຄອນຫລວງປັກກິ່ງ ທີ່ຮ້າຍແຮງຈົນ ບໍ່ສາມາດມອງເຫັນຫຍັງໄດ້, ວັນທີ 26 ກຸມພາ 2014.
ສະພາບມົນລະພິດ ໃນນະຄອນຫລວງປັກກິ່ງ ທີ່ຮ້າຍແຮງຈົນ ບໍ່ສາມາດມອງເຫັນຫຍັງໄດ້, ວັນທີ 26 ກຸມພາ 2014.
ຜູ້ແທນສະພາແຫ່ງ​ຊາດ ລະດັບ​ສູງ​ສຸດຂອງ​ຈີນ​ທ່ານ​ນຶ່ງ
ກ່າວ​ວ່າ ກຸງ​ປັກ​ກິ່ງຈະ​ຮັດ​ເຄັ່ງ​ຂຶ້ນ ພວກ​ກົດໝາຍປົກ​ປ້ອງ
​ສິ່ງ​ແວດ​ລ້ອມ ​ແລະ​ບັງຄັບ​ໃຫ້​ພວກ​ທີ່​ເຮັດ​ໃຫ້​ອາກາດ​ເປິ
ເປື້ອນເປັນ​ພິດ ຈ່າຍ​ຄ່າ​ຊົດ​ເຊີຍ​ ສຳລັບ​ຄວາມ​ເສຍ​ຫາຍ​
ທີ່​ພວກ​ເຂົາ​ເຈົ້າກໍ່​ຂຶ້ນ​ນັ້ນ.

​ໃນ​ການສະ​ເໜີ​ນະ​ໂຍບາຍ ​ໃນ​ວັນ​ອາທິດ​ມື້​ນີ້ ຕໍ່​ກອງ​ປະຊຸມ
ປະຈຳ​ປີຂອງສະພາ​ ທ່ານ Zhang Dejiang ຊຶ່ງ​ເປັນສະມາ​
ຊິກຄະນະ​ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ​ທີ່​ມີອຳນາດ​
ຂອງ​ຈີນ ກ່າວ​ວ່າ ພວກ​ນັກທຸລະກິດ​ເປັນ​ຜູ້​ຮັບຜິດຊອບ​ ຕໍ່​ການ
​ສ້າງ​ຄວາມ​ເສຍ​ຫາຍແກ່​ສິ່ງ​ແວດ​ລ້ອມ ​ແລະ​ຈຳ​ເປັນ​ຕ້ອງ​ຮັບຜິດຊອບ. ທ່ານ Zhang ກ່າວ​ຕື່ມ​ວ່າ ກຳລັງ​ມີການກະກຽມ ​ເພື່​ອ​ແກ້​ໄຂ​ປັບປຸງພວກ​ກົດໝາຍເຫຼົ່ານັ້ນ​ຢູ່​ ແຕ່​ທ່ານບໍ່​ໄດ້​ໃຫ້​ລາຍ​ລະອຽດ ສະ​ເພາະໃດໆ​.

​ແຕ່​ໃດໆ​ມາ​ແລ້ວ ກະຊວງ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຈີນ ​ແມ່ນບໍ່​ສາມາດທີ່​ຈະ​ບັງຄັບ​ໃຫ້​ມີ​ການປະຕິບັດ​ກົດໝາຍ​ປົກ​ປ້ອງ ​ສິ່ງ​ແວດ​ລ້ອມ​ທີ່ມີ​ຢູ່​ແລ້ວ ​ນັ້ນ​ໄດ້. ພວກ​ຫົວ​ເມືອງ​ຕ່າງໆ​ເກືອບ​ທັງ​ໝົດຂອງຈີນ ​ທີ່​ຖືກຕິດຕາມ​ເບິ່ງ​ອາກາດ​ເປິ​ເປື້ອນ​ເປັນ​ພິດ​ໃນ​ປີ​ແລ້ວ​ນີ້ ​ແມ່ນໄດ້​
ຖືກພົບເຫັນ​ວ່າ ບໍ່​ສາມາດ​ປະຕິບັດ​ ​ຕາມ​ມາດຕະຖານ​ຕ່າງໆ ​ທີ່​ລັດຖະບານ​ໄດ້​ວາງ​ໄວ້​ນັ້ນ. ​

XS
SM
MD
LG