ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ​ຈະ​ເລີ້ມ​ ລາດຕະ​ເວນ ​ເປັນປະຈຳ ຢູ່​ເຂດ ​ທະ​ເລ​ຈີ​ນໃຕ້ (ວີດີໂອ ກ່ຽວຂ້ອງ)


ການອ້າງກຳມະສິດ ຢູ່ທະເລຈີນໃຕ້
ການອ້າງກຳມະສິດ ຢູ່ທະເລຈີນໃຕ້
ຈີນໄດ້​ປະກາດກ່ຽວກັບ​ແຜນການ ທີ່​ຈະ​ເລີ້ມ​ການລາດຕະ​ເວນ​
ເປັນປະຈຳ ຂອງພົນລະ​ເຮື​ອນ ຢູ່​ໃນ​ທະ​ເລ​ຈີ​ໃຕ້ ຊຶ່ງ​ເປັນ​ການ​
ເຄຶ່ອນ​ໄຫວ​ ທີ່​ອາດ​ຈະ​ເພີ້​ມທະວີ​ຄວາມ​ເຄັ່ງ​ຕືງ ຢູ່​ໃນ​ຂົງ​ເຂດ.

ອົງການ​ຂ່າວ ຂອງລັດຖະບານ ລາຍ​ງາ​ນ​ໃນ​ວັນ​ອັງຄານວານນີ້​
ວ່າ ເຮືອລາດຕະເວນ ຂະໜາດ​ 5000 ​ໂຕນລຳນຶ່ງ ຈະ​ປະຈໍາ​ຢູ່
ທີ່ອັນ​ທີ່​ກຸງ​ປັກ​ກິ່ງຮ້ອງ​ວ່າ ​ເມືອງ Sansha ​ໃນໝູ່ເກາະ Paracel
ຊຶ່ງໃນເວລານີ້ ໄດ້​ເປັນທີ່ຕັ້ງປ້ອມທະຫານແຫ່ງນຶ່ງຂອງ​ຈີນ.

ອົງການຂ່າວມະຫາສະມຸດຈີນຫຼື The China Ocean ກ່າວ​ວ່າ
​ເຮືອ​ດັ່ງກ່າວ ຈະ​ເລີ້ມລາດຕະ​ເວນ ​ເປັນ​ປະ​ຈໍາ ໃນເຂດນ່ານ​ນໍ້າ
​ທະ​ເລ​ຈີນໃຕ້ ຊື່​ງ​ເປັນ​ບ່ອນທີ່ມີການ​ໂຕ້​ຖຽງ​ກັນ​ລະຫວ່າງຈີນແລະ​ສີ່​ປະ​ເທ​ດ​ສະມາຊິກຂອງ​
ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນຫລື​ອາ​ຊ່ຽນ ທີ່​ຮວມ​ທັງຫວຽດນາມ.

ຫວ່າງ​ມໍ່ໆ​ມາ​ນີ້ ຮ່າ​ໂນ້ຍຊຶ່ງ​ໄດ້​ປະນາມ​ກົດ​ລະບຽບ​ໃໝ່ຂອງຈີນທີ່​ບັງຄັບໃຫ້ເຮືອຫາ​ປາ​ຕ່າງ
ປະ​ເທດ ຕ້ອງ​ຂໍອະນຸມັດ​ຈາກກຸງ​ປັກ​ກິ່ງ ເພື່ອ​ປະຕິບັດ​ງານ​ຢູ່​ໃນທະເລ​ຈີນໃຕ້ ​ເກືອບທັງໝົດ
ນັ້ນ ບໍ່​ທັນໃຫ້ຄວາມເຫັນໃດໆກ່ຽວກັບເລື່ອງນີ້.

ສະຫະລັດຮຽກຮ້ອງ ໃຫ້ຈີນກັບອາຊ່ຽນ ແກ້ໄຂບັນຫາຂັດແຍ້ງກັນ ໃນເຂດທະເລຈີນໃຕ້ ໂດຍບໍ່ໃຊ້ກໍາລັງ:

Kerry Urges ASEAN, China to Resolve South China Sea Dispute Without Force
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ
XS
SM
MD
LG