ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ສົ່ງທູດພິເສດ ໄປ ເກົາຫຼີເໜືອ


ຜູ້ນຳທຸລະກິດ ຈັບມືກັນໃນລະຫວ່າງພິທີເຊັນສັນຍາ ເຂົ້າຮ່ວມໂດຍ ປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານປະເທດ ສີ ຈິ່ນຜິງ ທີ່ຫໍປະຊຸມໃຫຍ່ສາລາປະຊາຊົນ ໃນນະຄອນຫຼວງ ປັກກິ່ງ. 9 ພະຈິກ, 2017.
ຜູ້ນຳທຸລະກິດ ຈັບມືກັນໃນລະຫວ່າງພິທີເຊັນສັນຍາ ເຂົ້າຮ່ວມໂດຍ ປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານປະເທດ ສີ ຈິ່ນຜິງ ທີ່ຫໍປະຊຸມໃຫຍ່ສາລາປະຊາຊົນ ໃນນະຄອນຫຼວງ ປັກກິ່ງ. 9 ພະຈິກ, 2017.

ຈີນ ຈະສົ່ງທູດພິເສດໄປ ເກົາຫຼີເໜືອ ໃນທ້າຍສັບປະດານີ້.

ອົງການຂ່າວ ຊິນຫົວ ຂອງທາງການ ຈີນ ກ່າວວ່າ ທ່ານ ຊັອງ ຕາວ, ຫົວໜ້າກົມພົວ
ພັນຕ່າງປະເທດຂອງພັກຄອມມູນິສ ຈີນ ຈະເດີນທາງໄປ ເກົາຫຼີເໜືອ ໃນວັນສຸກທີ່
ຈະມາເຖິງນີ້ ເພື່ອປຶກສາຫາລື ກ່ຽວກັບ ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຄອມມູ
ນິສຈີນ ທີ່ຫາກໍສິ້ນສຸດລົງເມື່ອບໍ່ດົນມານີ້ ກັບບັນດາເຈົ້າໜ້າທີ່ ເກົາຫຼີເໜືອ. ລາຍງານ
ດັ່ງກ່າວບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບການເດີນທາງໄປ ພຽງຢາງ ຂອງທ່ານ ຊັອງ
ແຕ່ຢ່າງໃດ.

ຈີນ ແມ່ນຄູ່ການຄ້າໃຫຍ່ສຸດ ແລະ ເປັນພັນທະມິດທາງການທູດທີ່ໃກ້ ຊິດທີ່ສຸດຂອງ
ເກົາຫຼີເໜືອ, ແຕ່ສາຍພົວພັນລະຫວ່າງສອງປະເທດໄດ້ ເສື່ອມໂຊມລົງເມື່ອບໍ່ດົນມານີ້.
ປັກກິ່ງ ໄດ້ມີຄວາມຜິດຫວັງກັບ ພຽງ ຢາງ ກ່ຽວກັບການສືບຕໍ່ທົດລອງອາວຸດນິວເຄລຍ
ແລະ ລູກສອນໄຟຂີປະນາວຸດຂອງເຂົາເຈົ້າ, ໃນການທ້າທາຍຕໍ່ມາດຕະການລົງໂທດ
ຂອງ ສາກົນ, ແລະ ໄດ້ສະໜັບສະໜູນ ມາດຕະການລົງໂທດໃໝ່ຫຼາຍຢ່າງຂອງ
ສະຫະລັດ ຕໍ່ ເກົາຫຼີເໜືອ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງ ຈີນ ແລະ ບັນດາຜູ້ນຳໃນ
ພາກພື້ນເພີ່ມຄວາມພະຍາຍາມຂອງເຂົາເຈົ້າ ເພື່ອແກ້ໄຂວິກິດການໃນແຫຼມ ເກົາຫຼີ
ລະຫວ່າງການເດີນທາງຢ້ຽມ 5 ປະເທດໃນເອເຊຍ 12 ວັນທີ່ຫາກໍສິ້ນສຸດລົງນັ້ນ.

ແຕ່ ຈີນ ຢ້ານວ່າ ມາດຕະການໃດທີ່ອາດໂຄ່ນລົ້ມ ລະບອບການປົກ ຄອງຂອງຜູ້ນຳ
ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ນັ້ນ, ຈະນຳໄປສູ່ການຫຼັ່ງໄຫຼຂອງອົບພະຍົບທີ່ເດີນ
ທາງຂ້າມເຂດຊາຍແດນຂອງເຂົາເຈົ້າຕິດກັບ ເກົາຫຼີເໜືອ ແລະ ກີດກັ້ນ ປັກກິ່ງ ກ່ຽວ
ກັບ ແຜນຍຸດທະສາດ ເພື່ອສ້າງເຂດກັນຊົ້ນຂຶ້ນກັບ ເກົາຫຼີໃຕ້ ທີ່ມີລະບອບປະຊາທິ
ປະໄຕ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG