ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຕືອນ ສຫລ ຈະ​ເອົາ​ມາດ​ຕະການ​ ຕອບໂຕ້ ທີ່​ເໝາະ​ສົມ ຕໍ່ການເກັບພາສີໃໝ່


ຜູ້ຊາຍຄົນນຶ່ງຍູ້ລໍ້ຜ່ານສິນຄ້າໝາກຖົ່ວ ທີ່ສົ່ງມາຈາກສະຫະລັດ ແລະປະເທດອື່ນໆ ໃນຕະຫຼາດຊຸບເປີມາກເກັດ ທີ 2 ເມສາ 2018.
ຜູ້ຊາຍຄົນນຶ່ງຍູ້ລໍ້ຜ່ານສິນຄ້າໝາກຖົ່ວ ທີ່ສົ່ງມາຈາກສະຫະລັດ ແລະປະເທດອື່ນໆ ໃນຕະຫຼາດຊຸບເປີມາກເກັດ ທີ 2 ເມສາ 2018.

ຈີນກ່າວ​ວ່າ​ ຕົນ​ຈະ​ເອົາ​ມາດ​ຕະການ​ທີ່​ເໝາະ​ສົມ ເພື່ອເປັນການຕອບໂຕ້ ຖ້າຫາກສະ
ຫະລັດ ປະຕິບັດ​ຕາມການ​ເກັບ​ພາສີ​ເພີ້​ມຕື່ມ ​ຕໍ່​ສິນຄ້າ​ຈີນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ໄດ້​າຂໍຮ້ອງໃຫ້​ຜູ້ຕາງໜ້າທາງການ​ຄ້າ​ສະຫະລັດ ລະບຸ​ລາຍ​ຊື່​ຜະລິດ​ຕະພັນທີ່ຈະເກັບ​ພາ
ສີຕື່ມອີກ 10 ​ເປີ​ເຊັນ ທີ່​ມີ​ມູນ​ຄາ​ເຖິງ 200 ພັນ​ລ້ານ​ໂດ​ລາ.

ປະທານາທິບໍດີກ່າວວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ແມ່ນເປັນການຕອບ​ໂຕ້​ຕໍ່ການ​ຕັດສິນ​
ໃຈ​ຂອງ​ປັກ​ກິ່ງ ​ທີ່​ໄດ້​ເກັບ​ພາສີ​ສິນຄ້າ​ສະຫະລັດ 50 ພັນ​ລ້ານ​ໂດ​ລາ ຊຶ່ງ ມີມູນຄ່າເທົ່າໆ
ກັນກັບການເກັບພາສີຊຸດທຳອິດ​ ໂດຍ​ປະທານາທິບໍດີທຣໍາ.

ຢູ່​ໃນ​ຖະ​ແຫຼ​ງການ​ທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້ ລັດຖະມົນຕີ​ການ​ຄ້າ​ຈີນໄດ້​ຕິ
ຕຽນ ການ​ເຄື່ອນ​ໄຫວເທື່ອຫລ້າສຸດ​ຂອງ​ປະທາ​ນາ​ທິບໍດີ​ທຣໍາ​ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ກ​ວ່າ ແມ່ນເໜືອໄປກວ່າ “ຄວາມ​ກົດ​ດັນຢ່າງຮຸນ​ແຮງ​ແລະການນາບ​ຂູ່” ທີ່“ທີ່ບໍ່ຖືກຕ້ອງຕາມ
ການເຫັນພ້ອມ ທີ່ໄດ້​ບັນລຸ​ໂດຍ​ທັງສອງ​ຝ່າຍ” ລະຫວ່າງ​ການ​ເຈລະຈາຫຼາຍ​ຄັ້ງ.

ການ​ໂຕ້​ຖຽງ​ກັນເທື່ອຫ​ລ້າ​ສຸດລະຫວ່າງ​ປະທານາທິບໍດີທຣໍາ​ແລະ​ປັກ​ກິ່ງ ​ໄດ້ເຮັດໃຫ້​ດັດ
ຊະນີ​ຮຸ້ນຂອງ​ເອ​ເຊຍຕົກ​ລາຄາຢ່າງໃຫຍ່ໃນ​ວັນ​ອັງຄານ​ມື້​ນີ້. ດັດຊະນີຮຸ້ນ​ຊຽງ​ໄຮ້​ຕົກລາ
ຄາ 3.7 ​ເປີ​ເຊັນ​ໃນ​ຂະນະ​ທີ່ດັດຊະນີ​ຮັງເຊັງ​ຂອງຮົງ​ກົງຕົກລາຄາ 2.7 ​ເປັ​ເຊັນ. ດັດຊະ
ນີ​ຮຸ້ນຢູ່ນະຄອນໂຕກຽວ ​ໂຊ​ລ ມະນີ​ລາ​ແລະ​ໄທເປ ຕ່າງກໍ ຕົກລາຄາ​ນຶ່ງ​ເປີ​ເຊັນ.

ການ​ຊື້ຂາຍຮຸ້ນໃນ​ຕອນ​ເຊົ້າມື້ນີ້ ​ຍັງ​ສືບຕໍ່ມີລາຄາຕົກຕ່ຳລົງ ໃນທົ່ວ​ຢູ​ໂຣບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US China Tariffs
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG