ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈະສົ່ງຍານ ຂື້ນສູ່ອະວະກາດ ໃນກາງເດືອນນີ້


ນີ້ແມ່ນຮູບພາບຕົວຢ່າງ ທີ່ພະນັກງານຈີນ ກໍາລັງຕຽມຈະຫລວດບັນທຸກ Long March 2F ທີ່ຈະສົ່ງຍານອະວະກາດ Shenzhou-8 ທີ່ບໍມີຄົນຂັບ ຂື້ນສູ່ອະວະກາດ. (ພາບບັນທຶກ ທີ່ 25, ກັນຍາ 2011)
ນີ້ແມ່ນຮູບພາບຕົວຢ່າງ ທີ່ພະນັກງານຈີນ ກໍາລັງຕຽມຈະຫລວດບັນທຸກ Long March 2F ທີ່ຈະສົ່ງຍານອະວະກາດ Shenzhou-8 ທີ່ບໍມີຄົນຂັບ ຂື້ນສູ່ອະວະກາດ. (ພາບບັນທຶກ ທີ່ 25, ກັນຍາ 2011)

ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ​ ກ່າວ​ວ່າ ອົງການ​ອະວ​ະກາດ​ຂອງ​ຕົນ ຈະ​ສົ່ງ ຍານ
ອະວະກາດ Shenzhou-9 ທີ່​ມີ​ຄົນ​ຂັບຂຶ້ນສູ່​ວົງ​ໂຄຈອນ ໃນ​ກາງ​ເດືອນ​ມິຖຸນານີ້ເພື່ອ
ເຊື່​ອມຕໍ່​ກັບ​ຫ້ອງ​ແລັບ​ອະວະກາດ Tiangon-1 ​ທີ່​ກໍາລັງໂຄ​ຈອນ ອ້ອມ​ໂລກຢູ່​ນັ້ນ.

​ໂຄສົກ​ຂອງ​ອົງການ​ອະວະກາດໄດ້​ບອກ​ອົງການ​ຂ່າວຊິນຫົວ​ ​ໃນ​ມື້​ວັນ​ເສົາ​ນີ້​ວ່າ
ຈະ​ຫລວດ​ທີ່ໃຊ້​ສົ່ງຍານ​ອະວະກາດ ​ໄດ້​ຍ້າຍໄປ​ຍັງຖານ​ສົ່ງທີ່​ທະ​ເລ​ຊາຍ​ໃນ​ພາກ​ຕາ​ເວັນ​
ຕົກ​ສຽງ​ເໜື​ອຂອງ​ຈີນ. ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ​ລາຍ​ງານກ່ອນໜ້ານີ້​ວ່າ ​ການ​ປະຕິ
ບັດ​ງານ​ໃນ​ຄັ້ງນີ້ຈະ​ພົວພັນ​ກັບ​ນັກບິນ​ອະວະກາດ​ສາມ​ຄົນ.

ອົງການຂ່າວ​ຊິນ​ຫົວ​ກ່າວ​ວ່າ ຫລັງ​ຈາກໄດ້​ມີ​ການ​ເຊື່ອມ​ຕໍ່​ຢູ່​ກາງອະວະກາດ​ແລ້ວ ບັນດາ​
ນັກ​ບິນອະວະກາດກໍຈະເຂົ້າ​ໄປໃນສະຖານີ​ອະວະກາດບ່ອນ​ທີ່​ເຂົາ​ເຈົ້າຈະ ​ໄດ້​ທໍາ​ການ​ທົດ​
ລອງດ້ານ​ວິທະຍາສາດ ​ກ່ອນ​ຈະ​ເດີນທາງ​ກັບ​ຄືນ​ມາສູ່ໂລກ​ມະ ນຸດ. ປັກ​ກິ່ງບໍ່​ໄດ້​ແຈ້ງ​ໃຫ້​
ຊາບ​ວ່າ ການປະຕິ​ບັດ​ງານ​ດັ່ງກ່າວ​ນີ້ຈະ​ໄຊ້​ເວລາ​ດົນ​ປານໃດ.

ການສົ່ງ​ຍານ ທີ່​ມີ​ຄົນ​ຂັບ​ຄັ້ງ​ສຸດ​ທ້າຍຂອງ​ຈີນ ​ຂຶ້ນສູ່​ອະວະກາດ ​ແມ່ນ​ມີ​ຂຶ້ນ​ໃນເດືອນ​ກັນຍາ
ປີ 2009.

XS
SM
MD
LG