ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ​ຈະ​ດໍາ​ເນີນ​ການ ​ສືບສວນ​ ນັກການເມືອງ ອີກຄົນນຶ່ງ ເລື້ອງການ​ສໍ້​ລາດ​ບັງຫຼວງ


ທ່ານ Zhou Yongkang ອະດີດກໍາມະການພັກຄອມມິວນິສຈີນ
ທີ່ຈະຖືກສອບສວນ ເລຶ່ອງການສໍ້ລາດບັງຫຼວງ
ທ່ານ Zhou Yongkang ອະດີດກໍາມະການພັກຄອມມິວນິສຈີນ ທີ່ຈະຖືກສອບສວນ ເລຶ່ອງການສໍ້ລາດບັງຫຼວງ
ໜັງສືພິມ​ຮ່ອງ​ກົງ​ສະບັບ​ນຶ່ງ ​ເວົ້າ​ວ່າ ຈີນ​ຕັດ​ສິນ​ຈະ​ດໍາ​ເນີນ​ການ​ສືບສວນ ສອບ​ສວນ​ການ​ສໍ້​ລາດ​ບັງຫຼວງ ທ່ານ Zhou Yongkang ​ນັກ​ການ​ເມືອງ​ທີ່​ປົດ​ກະສຽນ​ຄົນ​ນຶ່ງ ຊຶ່ງ​ຜູ້ກ່ຽວ​ເຄີຍ​ເປັນ​ຜູ້​ນໍາຂັ້ນ​ຫົວ​ກະທິ​ມາ​ຈົນ​ເຖິງ​ປີຜ່ານມາ.

ໜັງສື​ພິມ South China Morning Post ປະ​ຈໍາ​ວັນ​ສຸກ​ມື້​ນີ້ ​ເວົ້າ​ວ່າ ການ​ຕັດສິນ​ໃຈ​ຂອງ​ທາງ​ການ​ຈີນ ​ເພື່ອ​ທໍາ​ການ​ສືບສວນ​ສອບ​ສວນດັ່ງກ່າວ ​ແມ່ນ​ໄດ້​ຖືກ​ຢືນຢັນ​ໂດຍ​ແຫຼ່ງຂ່າວ​ຕ່າງໆ ທີ່​ຖືວ່າ ຄຸ້ນ​ເຄີຍ​ກັບຄວາມ​ຄິດ​ການ​ເປັນ​ຜູ້​ນໍາ ຂອງ​ພັກ​ຄອມ​ມີ​ວ
ນີສຈີນ ນັ້ນ.

ທ່ານ Zhou ​ໄ​ວ 70 ປີ ​ເຄີຍ​ເປັນ​ສະມາຊິກ​ກໍາມະການກົມ​ກາ​ເມືອງ​ຂອງ​ພັກຊຶ່ງ​ເປັນ​ອົງ​ກອນ​ປົກຄອງ​ສູ​ງສຸດ​ຂອງ​ຈີນ ເປັນຜູ້​ຫົວ​ກະທິ​ຄົນ​ນຶ່ງ ຈາກ​ປີ 2007 ຫາ ປີ 2012 ​ແລະ​ທ່ານ Zhou ຍັງ​ເຄີຍ​ເປັນ​ຜູ້​ກໍາ​ກັບ​ດູ​ແລ​ ລະບົບ​ຕຸລາ​ການຂອງ​ຈີນ​ນໍາ​ດ້ວຍ ໃນ​ເວລາ​ນັ້ນ.

ຂະນະ​ນີ້​ ລັດຖະບານ​ຈີ​ນຍັງ​ບໍ່​ໄດ້​ຄໍາ​ເຫັນ​ ກ່ຽວ​ກັບ​ການ​ສືບສວນ​ສອບສວນ​ໃດໆ​ເທື່ອ ຖ້າ​
ເມື່ອໃດ​ຫາກ​ມີ​ການ​ຢືນຢັນ​ແລ້ວ ມັນ​ກໍຈະ​ເປັນ​ການ​ສືບສວນ ​ເທື່ອ​ທໍາ​ອິດ​ໃນ​ຮອບຫຼາຍ
ສິບ​ປີ ທີ່​ພັກ​ຄອມ​ມີ​ວນີສຈີນ ​ໄດ້​ສືບສວນ​ຄະດີ ອາ​ຊະ​ຍາກໍາທາງ​ເສດຖະກິດ ຕໍ່ອະດີດ
ເຈົ້າໜ້າທີ່ພັກ ທີ່ມີຊື່ສຽງແລະມີເສ້ນສາຍນັ້ນ.

ທ່ານ Zhou ຍັງ​ເປັນ​ຜູ້​ໃກ້ຊິດ​ກັບທ່ານ Bo Xilai ອະດີດ​ກໍາມະການກົມ​ການ​ເມືອງ​ຂອງ​ພັກ ຜູ້​ທີ່​ໃນ​ຂະນະ​ນີ້​ກໍາລັງ​ລໍຖ້າ​ການ​ຕັດສິນ​ຂອງ​ສານ​ໃນ​ການ​ດໍາ​ເນີນ​ຄະດີ ຕໍ່​ທ່ານ​ໃນ​ອາທິດ​ຜ່ານ​ມາ ​ໃນ​ຂໍ້​ຫາ​ຮັບ​ສິນ​ບົນ ການ​ໃຊ້​ອໍານາດ​ສໍ້​ໂກງ ​ແລະໃຊ້​ອໍານາດເກີນ​ຂອບ​ເຂດນັ້ນ.
XS
SM
MD
LG