ເລີ້ມໃນວັນພຸດມື້ນີ້ ຈີນ ຈະເປັນເຈົ້າພາບ ຈັດກອງປະຊຸມຫຼາຍຝ່າຍຈຳນວນນຶ່ງ ຊຶ່ງຈະມີຄະນະຜູ້ແທນຂອງສະຫະລັດແລະຣັດເຊຍເຂົ້າຮ່ວມ ໃນການປຶກສາຫາລືເພື່ອສ້າງສະຖຽນລະພາບຢູ່ໃນອັຟການິສຖານແລະແຈ້ງໃຫ້ກຸ່ມຫົວຮຸນແຮງຕາລີບານທີ່ປົກຄອງປະເທດໃນເວລານີ້ ຊາບເຖິງຄວາມຈຳເປັນ ກ່ຽວກັບການເອົານະໂຍບາຍແບບປານກາງ ແລະຕໍ່ສູ້ຕ້ານລັດທິກໍ່ການຮ້າຍ “ຢ່າງຈິງຈັງ.”
ການພົບປະທີ່ເມືອງຕຸນສີ (Tunxi) ໃນແຂວງອັນຫຸຍ ທາງພາກຕາເວັນອອກຂອງຈີນຈະເລີ້ມຂຶ້ນດ້ວຍກອງປະຊຸມລັດຖະມົນຕີການຕ່າງປະເທດຈາກເພື່ອນບ້ານຂອງອັຟການິສຖານ ຊຶ່ງປະກອບກມີປາກິສຖານ ອີຣ່ານ ຕາຈິກກິສຖານ ເຕີກເມນິສຖານ ແລະອຸສເບັກກິສຖານ ນັ້ນ ຈະເປັນປະທານໂດຍທ່ານຫວັງຢີ ລັດຖະມົນຕີການຕ່າງປະເທດຈີນ.
ໂຄສົກ ກະຊວງຕ່າງປະເທດຈີນ ທ່ານຫວັງ ເຫວັນບິນ ກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ ລັດຖະມົນຕີການຕ່າງປະເທດອັຟການິສຖານ ທ່ານ ອາເມຍ ຄານ ມຸດຕັກກີ ແລະ ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອຟ ກໍຈະເຂົ້າຮ່ວມການປະຊຸມເປັນເວລາ 2 ມື້ເຊັ່ນດຽວກັນ. ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ແລະກາຕ້າ ກໍຈະໄປຮ່ວມກອງປະຊຸມດັ່ງກ່າວ ໃນຖານະທີ່ເປັນແຂກຮັບເຊີນ.
ໂຄສົກກ່າວວ່າ ທ່ານຢູ ຊ່ຽວຢົງ ທູດພິເສດຂອງຈີນ ຮັບຜິດຊອບກ່ຽວກັບເລື້ອງອັຟການິສຖານ ກໍຈະເປັນເຈົ້າພາບຕ້ອນຮັບຄູ່ຕຳແໜ່ງຝ່າຍອາເມຣິກັນ ຣັດເຊຍ ແລະປາກິສຖານ ກ່ຽວກັບການເຈລະຈາຮອບໃໝ່ ພາຍໃຕ້ອັນທີ່ຮູ້ກັນວ່າ ເປັນ ຂັ້ນຕອນການສົນທະນາຫາລືຂອງ “ສາມຝ່າຍບວກ.”
ທ່ານກ່າວວ່າ “ດັ່ງທີ່ໄດ້ຕົກລົງກັນໄວ້ຂອງທຸກໆຝ່າຍ ຂອບເຂດຂອງກົນໄກໃນ ການປຶກສາຫາລື ລະຫວ່າງຈີນ ສະຫະລັດ ຣັດເຊຍ ກ່ຽວກັບບັນຫາອັຟການິສຖານ ຈະມີຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີສາມ.”
ປັກກິ່ງຫວັງວ່າ ກອງປະຊຸມດັ່ງກ່າວຈະຊຸກຍູ້ໃຫ້ບັນດາປະເທດໃນຂົງເຂດແລະປະຊາຄົມນາໆຊາດໃຫ້ການສະໜັບສະໜຸນເພີ້ມຂຶ້ນຕໍ່ສັນຕິພາບ ແລະການບູລະນະສ້າງສາອັຟການິສຖານຄືນໃໝ່ ນັ້ນຄືຄຳເວົ້າຂອງໂຄສົກຫວັງ.
ສ່ວນໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວຕໍ່ວີໂອເອວ່າ ຜູ້ຕາງໜ້າພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບອັຟການິສຖານທ່ານທອມ ເວັສທ໌ ຈະໄປຮ່ວມກອງປະຊຸມສາມຝ່າຍບວກ ທີ່ເມືອງຕຸນສີ.
ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ "ມັນເປັນຄວາມເຂົ້າໃຈຂອງພວກເຮົາວ່າ ຈີນໄດ້ເຊື້ອເຊີນບັນດາຜູ້ຕາງໜ້າຂອງອັຟການິສຖານ.”
ການປະຊຸມສາມຝ່າຍບວກ ຈະເຮັດໃຫ້ເຈົ້າໜ້າທີ່ຣັດເຊຍ ແລະສະຫະລັດຈະນັ່ງຮ່ວມໂຕະດຽວກັນເປັນເທື່ອທຳອິດ ນັບແຕ່ມົສກູໄດ້ບຸກລຸກເຂົ້າໄປໃນປະເທດຢູເຄຣນ ເມື່ອນຶ່ງເດືອນກ່ອນ ທີ່ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງກັບວໍຊິງຕັນ ແລະປະເທດຕາເວັນຕົກໂດຍລວມ.