ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ ກັບ​ບັນ​ດາ​ປະ​ເທດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້


ແຂວງກວາງ​ຕຸ້ງ ປະ​ເທດ​ຈີນ
ແຂວງກວາງ​ຕຸ້ງ ປະ​ເທດ​ຈີນ

ຈີນ​ ຈະ​ຈັດ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ​ກັບ 5 ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ໃນ​ລະ​ຫວ່າງ​ກາງ ຫາ​ທ້າຍ​ເດືອນ​ພະ​ຈິກ ອົງ​ການ​ຂ່າວ​ຊິນ​ຫົວ​ລາຍ​ງານ​ໃນ​ວັນ​ອາ​ທິ​ດວານນີ້ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ການ​ຊ້ອມ​ລົບ ຊຶ່ງຈະ​ຈັດ​ຂຶ້ນ​ໃນ​ແຂວງກວາງ​ຕຸ້ງ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຈີນ ​ຈະ​ປະ​ກອບ​ດ້ວຍ​ກຳ​ລັງ​ທະ​ຫານ​ ຈາກກຳ​ປູ​ເຈຍ ລາວ ມາ​ເລ​ເຊຍ ໄທ ແລະ​ຫວຽດ​ນາມ.

ການ​ຊ້ອມ​ລົບ​ດັ່ງ​ກ່າວ ຈະ​ແນ​ໃສ່ເພື່ອ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ​ຄວາມ​ປອດ​ໄພ​ທາງ​ທະ​ເລ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຊິນ​ຫົວ.

China will hold a joint military exercise with five south east Asian countries in mid-to-late November, state media outlet Xinhua reported on Sunday.

The exercise, to be held in China's southern Guangdong province, will include Cambodian, Lao, Malaysian, Thai and Vietnamese forces.

The drills will be focused on counterterrorism and maritime safety, Xinhua said.

XS
SM
MD
LG