ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປະກາດວ່າ ການກໍ່ສ້າງ ຢູ່ທີ່ໝູ່ເກາະ ໃນທະເລຈີນໃຕ້ ຈະແລ້ວສຳເລັດ ໃນບໍ່ຊ້ານີ້


ບັນດາເຮືອຂຸດດິນຈີນ ທີ່ເຫັນຢູ່ໃນເກາະຫາດວົງແຫວນ ເຂດໝູ່ເກາະ Spratly ໃນທະເລຈີນໃຕ້.
ບັນດາເຮືອຂຸດດິນຈີນ ທີ່ເຫັນຢູ່ໃນເກາະຫາດວົງແຫວນ ເຂດໝູ່ເກາະ Spratly ໃນທະເລຈີນໃຕ້.

ຈີນ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ໃນ​ບໍ່​ຊ້າ​ນີ້ຕົນ​ຈະ​ສຳ​ເລັດໃນ​
ຄວາມ​ພະຍາຍາມ​ເພື່ອສ້າງ​ເກາະດອນທີ່​ເປັນບັນຫາໂຕ້​ຖຽງ
ຢູ່​ໃນບາງ​ເຂດຂອງທະ​ເລ​ຈີນ​ໃຕ້ ​ແຕ່​ກໍໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
ຈະສືບຕໍ່​ການ​ສ້າງ​ເກາະດອນ ທີ່​ໄດ້​ກໍ່ໃຫ້ເກີດຄວາມ​ເຄັ່ງ​ຕຶງ
ກັບບັນດາປະເທດ​ຄູ່​ແຂ່ງທີ່ອ້າງເອົາກຳມະສິດທັງຫລາຍ.

ກະຊວງ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ
ໂດຍ​ໃຊ້​ຊື່​ຈີນ​ ກັບ ໝູ່​ເກາະ Spratly ວ່າ “​ໂຄງການ​ສ້າງ​ເກາະ
ດອນຂອງຈີນ​ ຢູ່ໃນໝູ່​ເກາະ​ທີ່ໝັ້ນ ຈຳນວນ​ນຶ່ງ ​ແລະ​ໝູ່​ເກາະ
​ຫີນ Nansha ຈະ​ແລ້ວສຳ​ເລັດ​ລົງ​ ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງໜ້າ​ນີ້.”

ຖະ​ແຫລ​ງການ​ຂອງ​ກະ​ຊວງຕ່າງປະເທດ ຊຶ່ງບໍ່​ໄດ້​ແຈ້ງໃຫ້ຊາບ ກ່ຽວກັບໝາຍ ກຳນົດໃນ
ວັນທີ່ຈະແລ້ວສຳເລັດນັ້ນ ໄດ້ກ່າວປ້ອງ​ກັນໂຄງການ ການ​ສ້າງ​ເກາະ ດອນວ່າ​ “ຢູ່ເໜືອ​ໄປ
​ກວ່າການ​ຕິຕຽນ” ​ແລະ​ສ່ວນໃຫຍ່ແລ້ວແມ່ນມີຈຸດປະສົງໃນດ້ານພົນລະ​ເຮືອນ ບໍ່​ແມ່ນ​ຈຸດ
​ປະສົງ​ທາງດ້ານ​ທະຫານ.

ຖະ​ແຫລ​ງການກ່າວ​ວ່າ “ມັນ​ເປັນ​ເລື້ອງທີ່ຍຸດຕິ​ທໍາ ມີ​ເຫດຜົນ ​ແລະ ​ຖືກຕ້ອງຕາມ​ກົດໝາຍ.
ມັນ​ບໍ່​ມີຜົນ​ສະທ້ອນ ​ແລະ​ບໍ່​ໄດ້​ແນເປົ້າໝາຍຕໍ່​ຕ້ານປະ​ເທດ​ໃດໆ ​ແລະ​ຈະ​ບໍ່​ມີຜົນກະທົບ ​ຕໍ່ເສລີພາບ​ໃນ​ການ​ເດີນ​ເຮືອຂອງປະ​ເທດ​ໃດ ​ແລະການ​ບິນຜ່ານ​ເຂດທະ​ເລ​ຈີນໃຕ້."
ຊຶ່ງເປັນການສະທ້ອນເຖິງການຢືນຢັນ​ຂອງ​ຈີນ​ທີ່ມີ ຂຶ້ນກ່ອນໜ້ານີ້.

ສະຫະລັດ ​ໄດ້ເປັນ​ປາກ​ເປັນ​ສຽງເພີ້ມຂຶ້ນ ໃນການຄັດຄ້ານ ຕໍ່ໂຄງ​ການ​ສ້າງ​ ເກາະດອນ
ຂອງຈີນ ຊຶ່ງ​ປັດຈຸບັນ​ນີ້​ໄດ້​ກວມເອົາ​ພື້ນທີ່ 2000 ກວ່າເອເຄີ້ ຊຶ່ງຄັ້ງ​ນຶ່ງ​ເຄີຍເປັນເກາະຫີນ
ປະກາລັງທີ່​ບໍ່​ມີ​ຄົນ​ຢູ່​ອາ​ໄສ ຢູ່​ໃນເສັ້ນທາງເດີນເຮືອ ຍຸດທະສາດນີ້.

ການ​ກໍ່​ສ້າງ​ໝູ່​ເກາະໝູ່ດອນ​ສ່ວນໃຫຍ່ນີ້ ປາກົດ​ວ່າ ​ມີ​ຈຸດປະສົງ​ທາງ​ທະຫານ ຮວມທັງ
ການສ້າງລະບົບເຣດ້າ​ເຕືອນ​ໄພ​ລ່ວງ​ໜ້າ​ ບ່ອນຢູ່​ຂອງ​ທະຫານ ​ແລະ​ເດີ່ນ​ເຮືອບິນ. ​ເດືອນ​
ແລ້ວ​ນີ້ ສະຫະລັດຍັງ​ກ່າວ​ວ່າ ຈີນ ​ໄດ້​ເຄື່ອນ​ຍ້າຍ​ລົດ​ປືນ​ໃຫຍ່​ໄປສູ່​ໝູ່​ເກາະເຫຼົ່ານີ້ ​ເຖິງ​ແມ່ນ​ວ່າ​ໃນປັດຈຸບັນ​ ​ໄດ້​ຍ້າຍ​ອອກ​ໄປ​ແລ້ວ ກໍຕາມ.

US Asserts Role in South China Sea
please wait

No media source currently available

0:00 0:01:50 0:00

XS
SM
MD
LG