ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະປະຕິ​ຮູບ ​ແບບ​ລົງ​ເລິກ​ ເພື່ອ​ຊຸກຍູ້ ເສດຖະກິດ ຂະຫຍາຍໂຕ


ສະພາພັກຄອມມຸຍນີສ ຈີນ ບ່ອນທີ່ໄດ້ມີກອງປະຊຸມລັບ.
ສະພາພັກຄອມມຸຍນີສ ຈີນ ບ່ອນທີ່ໄດ້ມີກອງປະຊຸມລັບ.
ພັກຄອມມຸຍນີສ ຈີນ ໄດ້ມ້ວນທ້າຍ ກອງປະຊຸມ​ເຈົ້າໜ້າ​ທີ່​ລະດັບ
​ສູງ ​ເປັນ​ເວລາ 4 ມື້ ດ້ວຍ​ການໃຫ້ຄໍາໝັ້ນສັນຍາທີ່ຈະອອກ
​ກົດໝາຍ ການ​ປະຕິ​ຮູບ​ແບບ​ລົງ​ເລິກ​ຮອບດ້ານ ​ໃນຄວາມ
ພະຍາຍາມທີ່ຈະກະຕຸກ​ຊຸກຍູ້ໃຫ້​ມີ​ການຂະຫຍາຍໂຕຢູ່​ໃນ​ຈີນ
ຊຶ່ງ​ເປັນປະເທດທີ່ມີເສດຖະກິດໃຫຍ່ ອັນດັບສອງຂອງໂລກ.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ກ່າວ ໃນວັນອັງຄານ
ມື້ນີ້ວ່າ ພວກຜູ້ນໍາໃນກອງປະຊຸມທີ່ຮູ້ກັນໃນນາມ “ກອງປະຊຸມ
ຄັ້ງທີ 3”
​ໄດ້ຕັດສິນໃຈ ທີ່ຈະໃຫ້ຕະຫຼາດເປັນຜູ້ຊີ້ຂາດ ໃນການ
ທີ່ຈະຈັດສັນ ຊັບພະຍາກອນຕ່າງໆໃນປະເທດຈີນ ທີ່ລັດຖະບານ
ເປັນຜູ້​ຄວບ​ຄຸມເສດຖະກິດນັ້ນ.

​ໃນເອກກະສານຕ່າງໆສະບັບກ່ອນໆຂອງຈີນ​ນັ້ນ ​ອົງການຂ່າວຊິນຫົວ ​ເວົ້າວ່າ ຕະຫຼາດ
​ແມ່ນ ​ໄດ້​ຖືກ​ກຳນົດ​ໃຫ້ມີ​ບົດບາດ​ຂັ້ນພື້ນຖານ ​ແຕ່​ເອກ​ກະສາ​ນ ບໍ່ໄດ້ໃຫ້ຄວາມກະຈ່າງ
ແຈ້ງວ່າ ຄວາມ​ແຕກ​ຕ່າງ​ໃໝ່​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ.

ກອງປະຊຸມແບບປິດລັບຂອງຄະນະ​ກຳມະການ​ສູນ​ກາງພັກ ທີ່ມີສະມາຊິກ 376 ຄົນນັ້ນ
ແມ່ນ ​ເບິ່ງ​ກັນ​ວ່າ ເປັນໂອກາດທີ່ຈະວາງແຜນການເສດຖະກິດຂອງຈີນ ສຳລັບທົດສະວັດ
ທີ່ຈະມາເຖິງ ນີ້.

XS
SM
MD
LG