ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະເນລະເທດ ຄົນອອສເຕຣເລຍ ເຊື້ອ​ສາຍ​ຈີນ ຍ້ອນ ໃຫ້ຄວາມເຫັນ ກ່ຽວກັບ ທຽນອັນເໝິນ (ສະ​ໄລ​ດ໌​/ວີ​ດີ​ໂອ)


ທ່ານ Guo Jian ນັກສິນລະປິນອອສເຕຣເລຍ ເຊື້ອສາຍຈີນ
ທ່ານ Guo Jian ນັກສິນລະປິນອອສເຕຣເລຍ ເຊື້ອສາຍຈີນ
ນັກສິນລະປິນອອສເຕຣເລຍເຊື້ອສາຍຈີນຄົນນຶ່ງ ຈະຖືກເນລະ
ເທດອອກຈາກຈີນ ຫລັງຈາກຜູ້ກ່ຽວໄດ້ໃຫ້ຄວາມເຫັນເນື່ອງໃນ
ໂອກາດຄົບຮອບ 25 ປີໃນການປາບປາມຢ່າງຮຸນແຮງຂອງປັກ
ກິ່ງ ທີ່ຈະຕຸລັດທຽນອັນເໝິນ.

ທ່ານ Guo Jian ຊຶ່ງເຄີຍເປັນຜູ້ປະທ້ວງທີ່ຈະຕຸລັດທຽນອັນເໝິນ
ໄດ້ຖືກຈັບ ໃນມື້ວັນອາທິດແລ້ວ ຫຼັງຈາກປະຫວັດຫຍໍ້ຂອງຜູ້ກ່ຽວ ໄດ້ປາກົດຢູ່ໃນໜ້າໜັງສືພິມ Financial Times.

ເຈົ້າໜ້າທີ່ອອສເຕຣເລຍກ່າວໃນວັນສຸກມື້ນີ້ວ່າ ເຈົ້າໜ້າທີຈີນໄດ້
ແຈ້ງໃຫ້ພວກເຂົາເຈົ້າຊາບວ່າ ທ່ານ Guo ໄດ້ຖືກຈັບ ຍ້ອນມີບັນ
ຫາກ່ຽວກັບເລື່ອງວີຊ່າ. ພວກເຂົາເຈົ້າກ່າວຕື່ມວ່າ ທ່ານຈະຖືກກັກໂຕໄວ້ເປັນເວລາ 15 ມື້
ແລະຫລັງຈາກນັ້ນກໍຈະຖືກເນລະເທດ.

ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ການຢືນຢັນກ່ຽວກັບແຜນ ການທີ່ຈະເນລະເທດທ່ານ Guo.

ທ່ານ Hong Lei ເວົ້າວ່າ “ໃນວັນທີ 1 ມິຖຸນາທ້າວ Guo Jian ຊຶ່ງເປັນຄົນອອສ
ເຕຣເລຍ ໄດ້ທຳການຫຼອກລວງ ເພື່ອໃຫ້ໄດ້ຮັບໃບອະນຸຍາດໃຫ້ຢູ່ໃນປະເທດ ຈີນເປັນການຊົ່ວຄາວແລະໄດ້ຖືກຄົ້ນພົບໂດຍຕຳຫຼວດປັກກິ່ງ. ຕຳຫຼວດປັກກິ່ງ ໄດ້ດຳເນີນການທີ່ເປັນການສອດຄ່ອງກັບກົດໝາຍໃນທັນທີ. ພ້ອມນີ້ຕຳຫຼວດ ປັກກິ່ງຍັງໄດ້ແຈ້ງໃຫ້ສະຖານທູດອອສເຕຣເລຍໃນຈີນຊາບນຳດ້ວຍ.”


ທ່ານ Guo ອາຍຸ 52 ປີ ແມ່ນນຶ່ງໃນຈຳນວນພວກນັກເຄື່ອນໄຫວຫລາຍສິບຄົນ ທີ່ຖືກ ເຈົ້າໜ້າທີ່ຈີນຈັບໃນໄລຍະຫຼາຍໆອາທິດກ່ອນໜ້າວັນຄົບຮອບ 25 ປີໃນການສັງຫານ
ໝູ່ ຢູ່ທີ່ຈະຕຸລັດທຽນອັນເໝິນ ໃນມື້ວັນພຸດຜ່ານມາ.

ທ່ານ Shang Baojun ທະນາຍຄວາມປົກປ້ອງສິດທິມະນຸດ ກ່າວຕໍ່ວີໂອເອ ພະແນກ ພາສາຈີນກາງໃນມື້ວັນພະຫັດວານນີ້ວ່າມີພວກຄັດຄ້ານລັດຖະບານຢ່າງໜ້ອຍ 3 ຄົນ ໄດ້ຖືກຕຳຫຼວດທີ່ນະຄອນຫຼວງປັກກິ່ງ ປ່ອຍໃຫ້ເປັນອິດສະຫຼະແລ້ວ.
Despite Government Silence, Tiananmen Not Forgotten
please wait

No media source currently available

0:00 0:02:56 0:00
XS
SM
MD
LG