ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ຈີນ ໃຫ້ການ ຕໍ່ສະພາ ສິດທິມະນຸດ ສປຊ


ສະພາສິດທິມະນຸດ ສະຫະປະຊາຊາດ ໃນຂະນະທີ່ມີການປະຊຸມສຸກເສີນ
ສະພາສິດທິມະນຸດ ສະຫະປະຊາຊາດ ໃນຂະນະທີ່ມີການປະຊຸມສຸກເສີນ
ບັນດາ​ເຈົ້າ​ໜ້າ​ທີ່ຈີນ ​ໄປ​ປາກົດ​ຕົວ ຕໍ່ໜ້າຄະນະ​ກໍາມະການ
ສະຫະ​ປະຊາ​ຊາດ ເພື່ອ​ປ້ອງ​ກັນປະຫວັດ​ການ​ເຄົາລົບ​ນັບຖື
ສິດທິ​ມະນຸດຂອງປະ​ເທດ​ຕົນ ທີ່​ຫຼາຍ​ຄົນ​ເວົ້າ​ວ່າມີ​ຮອຍ​ດ່າງ​
ເປື້ອນຍ້ອນ​ການ​ປາບ​ປາມ​ພວກຄັດຄ້ານລັດຖະບານ​ທີ່​ພວມ​
ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນນັບມື້.

ການໄປປາກົດ​ໂຕທີ່​ນະຄອນ​ເຈ​ນີວາ ໃນ​ວັນ​ອັງຄານມື້ນີ້ຈະ​
ເປັນ​ເທື່ອ​ທີສອງ ທີ່​ກຸງ​ປັກ​ກິ່​ງ​ໄດ້​ລາຍ​ງານ​ຕໍ່ສະພາ​ສິດທິ​ມະ
ນຸດຂອງ​ອົງການ​ສະ ຫະປະຊາ​ຊາດ ​ເພື່ອ​ທົບ​ທວນ​ເບິ່ງ​ປະ
ຫວັດ​ການ​ເຄົາລົບ​ນັບຖື​ສິດທິ​ມະ​ນຸດ​ຂອງ​ແຕ່ລະ​ປະ​ເທດໃນ
ທຸ​ກໆ​ສີ່​ປີ.

ການ​ຮັບ​ຟັງ​ຄຳ​ໃຫ້ການ​ດັ່ງກ່າວ ​ມີຂຶ້ນ​ທ່າມກາງການ​ຈັບ​ກຸມ
​ບັນດາ​ນັກ​ເຄື່ອນ​ໄຫວດ້ານ​ສິດທິ​ມະ​ນຸດຈີນ ທີ່​ມີ​ຂຶ້ນ​ເປັນ​ລຳ
ດັບ​ມາ ຮວມ​ທັງບາງ​ ທີ່​ພະຍາຍາ​ມປະກອບສ່ວນ​ເຂົ້າ​ຮ່ວມ
ຢູ່​ໃນ​ລາຍ​ງານ​ຂອງ​ລັດຖະບານ ຕໍ່ອັນ​ທີ່​ຮ້ອງກັນ​ວ່າ ກົນ​ໄກ​
ການ​ທົບ​ທວນເປັນໄລຍະໆ​ຂອງ​ສະພາ​ສິດທິມະນຸດ.

​ໂຄສົກ​ຍິງ ຂອງກະ​ຊວງ​ການ​ຕ່າງປະ​ເທດຈີນ ທ່ານ​ນາງ Hua Chunying ກ່າວ​ວ່າ ຄະ
ນະ​ຜູ້ຕາງໜ້າ​ຈີນຫວັງ​ວ່າ ຈະ​ໄດ້ “ສົນທະນາ​ ຫາ​ລືຢ່າງກົງ​ໄປ​ກົງ​ມາ” ກ່ຽວ​ກັບ​ເລື່ອງສິດ
ທິມະນຸດແຕ່​ກໍ​ໄດ້​ເຕືອນ​ວ່າ ຕົນ​ຈະ​ຮັບເອົາ​ການ​ຕິຕຽນ ​ແຕ່ພຽງ​ບາງ​ຢ່າງ​ເທົ່າ​ນັ້ນ.
XS
SM
MD
LG