ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ທ່ານສີ ຈະມີອຳນາດ ຕື່ມຂຶ້ນ ຫຼັງຈາກ ກອງປະຊຸມໃຫຍ່ ຂອງພັກ


Xi's Power Expected to Grow Following China Party Congress
please wait

No media source currently available

0:00 0:02:37 0:00

ພັກ​ຄອມ​ມຸຍນິສ​ຈີນ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ການ​ເມືອງ​ລະດັບ​ສູງ ​ໃນ​ສັບປະດາ​ນີ້
ຊຶ່ງຈະສັບປ່ຽນການນຳພາໃນການປົກຄອງ ຂອງປະເທດດັ່ງກ່າວ. ການເອົາມາດ
ຕະການຢ່າງເຄັ່ງຄັດ ໄດ້ມີໄປທົ່ວປະເທດ, ພ້ອມທັງມີການກວດກາຢ່າງເຂັ້ມງວດ ມີການຄວບຄຸມທາງອິນເຕີແນັຕ ເພື່ອໃຫ້ແນ່ໃຈວ່າຈະໄດ້ປະສົບກັບຜົນສຳເລັດ.
ວັນນະສອນ ມີລາຍລະອຽດຂອງເລື່ອງນີ້ ຈາກນັກຂ່າວຂອງ VOA Bill Ide ມາສະເໜີທ່ານໃນອັນດັບຕໍ່ໄປ.

ສຳລັບບັນດາ​ຜູ້ນຳພັກ​ຄອມ​ມຸຍນິສຈີນແລ້ວ ​ກອງ​ປະຊຸມຄອງແຄຣັດ ຄັ້ງ​ທີ 19 ນີ້
ຈະເປັນການປະຕິບັດແບບຊຸມນຸມຢູ່ຮ່ວມ ອ້ອມຂ້າງຜູ້ນຳປະເທດ ປະທານ Xi
Jinping. ສຳ​ຫຼັບ​ສາທາລະນະ​ຊົນ​ແລ້ວ​ ​ແມ່ນ​ວ່າ ກອງ​ປະຊຸມ​ນີ້ ​ແມ່ນ​ເປັນການ
ກວດ​ຂັນ​ເວນຍາມ​ຢ່າງເຄັ່ງຄັດຕາມທ້ອງຖະໜົນ ແລະການມີແຖວຍາວຢຽດ
ຕາມສະຖານີລົດໄຟໃຕ້ດິນໃນເມືອງຫຼວງ ແລະ ການຄວບຄຸມຢ່າງເຄັ່ງຄັດ ຕໍ່ການ
ສະແດງອອກຕ່າງໆ. ວີດີໂອ ຄືກັນກັບແບບນີ້ ແລະແມ່ນແຕ່ຄຳເຕືອນເລັກໆນ້ອຍໆ ທີ່ນຳລົງທາງສື່ສັງຄົມກ່ຽວກັບການເຂົ້າແຖວລໍຖ້າເປັນເວລາດົນນານນັ້ນ ກໍຈະຖືກ
ລົບລ້າງອອກຢ່າງໄວວາ.

​ປະ​ເທດ​ຈີນ ​ໃນ​ລະບອບ​ການ​ປົກຄອງ​ພາຍໃຕ້ທ່ານ Xi ​ແມ່ນ​ແຕ່ເລື່ອງ​ເລັກໆ​ນ້ອຍໆ
ກໍ​ຈະຖືເປັນເລື່ອງໃຫຽ່.

ປະທານປະເທດ Xi Jinping ຊູຈອກເຫຼົ້າໃນງານລ້ຽງຕ້ອນຮັບ ທີ່ຫ້ອງຮັບຮອງ ສາລາປະຊາຊົນ ໃນຄ່ຳຄືນວັນທີ 1 ວັນຊາດຂອງຈີນ ທີ່ປັກກິ່ງ.
ປະທານປະເທດ Xi Jinping ຊູຈອກເຫຼົ້າໃນງານລ້ຽງຕ້ອນຮັບ ທີ່ຫ້ອງຮັບຮອງ ສາລາປະຊາຊົນ ໃນຄ່ຳຄືນວັນທີ 1 ວັນຊາດຂອງຈີນ ທີ່ປັກກິ່ງ.

​ໃນ​ກອງ​ປະຊຸມ​ສະພາ​ຄາວທີແລ້ວ ​ໃນ​ປີ 2012, ທ່ານ Xi ໄດ້ນັ່ງ​ຢ່າງ​ສະ​ງົບ​ງຽບ ຢູ່​ຄຽງ​ຂ້າງປະທານ​ປະ​ເທດ​ຄົນ​ກ່ອນ ທ່ານ Hu Jintao ​ແລະເຈົ້າ​ໜ້າ​ທີ່ ​ຜູ້ນຳ​ອາວຸ​ໂສ ທ່ານ

Jiang Zemin. ມາບັດນີ້ ຫຼັງ​ຈາກ ການກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ກວ້າງຂວາງ
ທີ່ໄດ້ເຮັດໃຫ້ຂູ່ແຂງທາງການເມືອງຂອງທ່ານຕົກເຮ່ຍໄປແລ້ວ ທ່ານກໍຖືກແນມເຫັນວ່າ
ເປັນ “ຈຸດໃຈກາງ” ຂອງພັກ.

​ໃນ​ບັ້ນ​ທ້າຍຂອງ​ກອງປະຊຸມ​ລັດຖະສະພາ ຄະນະ​ກຳມະການ​ກົມການ​ເມືອງໃໝ່ ຈະຖືກ
ນຳອອກມາເປີດເຜີຍ ຄືກັນກັບຕອນທີ່ທ່ານ Xi ໄດ້ຂຶ້ນກຳອຳນາດເມື່ອ 5 ປີ ກ່ອນ ແລະລັດຖະບານທົ່ວໂລກກໍແມ່ນກຳລັງລໍຖ້າເບິ່ງວ່າ ແມ່ນຜູ້ໃດຈະຢູ່ ແລະຜູ້ໃດຈະໄປ
ແລະວ່າ ແມ່ນຫຍັງຈະສົ່ງເສີມການກຳອຳນາດຂອງທ່ານ Xi ຜູ້ນຳທີ່ມອງເຫັນແລ້ວວ່າ ເປັນຜູ້ທີ່ມີອຳນາດສູງສຸດຂອງຈີນໃນຮອບຫຼາຍທົດສະວັດ.

ເຖິງ​ແມ່ນ​ວ່າ ​ຈະ​ມີ​ປ້າຍຄຳຂວັນ​ເຕັມ​ໄປ​ທົ່ວເມືອງ ທີ່​ຂຽນ​ວ່າ ຍິນ​ດີ​ຕ້ອນ​ຮັບ​ລັດຖະ
ສະພາ ​ແລະ​ສື່ມວນຊົນຂອງລັດຖະບານທີ່ປະກາດ​ຢ່າງ​ສະນັ່ນຫວັ່ນ​ໄຫວ ​ໃນ​ຮອບ
​ຫຼາຍ​ສັບປະດາ

ຜ່ານມານີ້ ກໍ​ຕາມ ​ໃນ​ຖະໜົນ​ຫົນທາງ​ນັ້ນ ກໍປາກົດວ່າ ບໍ່​ມີຜູ້​ສົນ​ໃຈພໍທໍ່ໃດ ​ໃນ​ການ
​ລ້ໍ​ລຽນ​ທາງ​ການ​ເມືອງ ກ່ຽວກັບ​ການ​ຂະຫຍາຍ​ອຳນາດ​ຂອງ​ທ່ານ Xi ຫຼື​ ແມ່ນແຕ່​
ກອງ​ປະຊຸມ​ກໍຕາມ.

ທ່ານ Tuo Zhen, ກາງ, ໂຄສົກຂອງກອງປະຊຸມລັດຖະສະພາ ຂອງພັກຄອມມຸຍນິສ ຄັ້ງທີ 19 ໃນຫ້ອງປະຊຸມສາລາປະຊາຊົນ, ປັກກິ່ງ, ຈີນ, 17 ຕຸລາ 2017.
ທ່ານ Tuo Zhen, ກາງ, ໂຄສົກຂອງກອງປະຊຸມລັດຖະສະພາ ຂອງພັກຄອມມຸຍນິສ ຄັ້ງທີ 19 ໃນຫ້ອງປະຊຸມສາລາປະຊາຊົນ, ປັກກິ່ງ, ຈີນ, 17 ຕຸລາ 2017.

​ແມ່ຍິງ​ຊາວ​ຈີນ​ຄົນ​ນຶ່ງ ທີ່​ກ່າວ​ເປັນ​ພາສາ​ຈີນ​ກາງ​ວ່າ “ພວກ​ເຮົາ​ແມ່ນ​ບໍ່​ຮູ້​ຫຍັງ​ຫຼາຍ
ກ່ຽວ​ກັບ​ການ​ເມືອງ. ຂ້ອຍ​ແມ່ນ​ບໍ່​ໄດ້​ສົນ​ໃຈ​ເລີຍ​ກັບ​ເລື່ອງ​ນີ້, ນອກ​ຈາກ​ວ່າ ​ມັນ​ພົວພັນ
ກ່ຽວຂ້ອງ​ກັບ​ບໍລິສັດ ຫຼື​ບໍ່ ກໍ​ວຽກ​ງານ​ຂອງ​ຂ້ອຍ. ມີ​ສິ່ງ​ດຽວ​ທີ່​ລົບ​ກວນ​ຂ້ອຍນັ້ນ​ແມ່ນ​ວ່າ
ດຽວ​ນີ້ ການຈັດ​ສົ່ງ​ແບບ​ຮີບ​ດ່ວນ​ນັ້ນ ​ແມ່ນ​ໄດ້​ໂຈະກິດຈະ​ການ​ໃຫ້​ບໍລິການ. ສະ​ນັ້ນ
​ຂ້ອຍ​ຈຶ່ງ​ໄດ້​ອອກ​ມາຊອກຊື້​ຂອງ​ດ້ວຍ​ຕົວເອງ.”

ຜູ້​ຊາຍ​ຊາວ​ຈີນອີກ​ຄົນ​ນຶ່ງ ທີ່​ກ່າວ​ເປັນ​ພາສາ​ຈີນ​ກາງ​ວ່າ “ຜູ້ນຳ​ລະດັບ​ສູງ ນັ້ນ​
ແມ່ນ​ຫ່າງ​ເຫີນຈາກ​ຊີວິດ​ຂອງ​ພວກ​ເຮົາ. ຂ້ອຍ​ກໍຫວັງ​ວ່າ ປະ​ເທດ​ຂອງ​ພວກ​ເຮົາ
ຈະ​ເຂັ້ມ​ແຂງ​ຂຶ້ນ, ເງິນ​ເດືອນ​ຂອງ​ຂ້ອຍ​ແມ່ນ​ສູງ​ຂຶ້ນ ​ແລະ​ຊີວິດ​ຂອງ​ພວກ​ເຮົາ​ກໍ
ແມ່ນ​ດີ​ຂຶ້ນ.”

ຜູ້​ຊາຍ​ຊາວ​ຈີນອີກ​ຄົນ​ນຶ່ງ ທີ່​ກ່າວ​ເປັນ​ພາສາ​ຈີນ​ກາງ​ວ່າ “ພວກ​ຜູ້​ຄົນສົນ​ໃຈໜ້ອຍ​ກວ່າ ​ກ່ຽວກັບວ່າ ທ່ານ Xi ​ໄດ້​ຮວບ​ຮວມ​ເອົາ​ອຳນາດ​ໃສ່​ຕົວ​ທ່ານ​ເອງ, ​ແຕ່​ວ່າ ສົນ​ໃຈ​ຫຼາຍ​
ກວ່າ ທກ່ຽວກັບວ່າ ທ່ານ​ໄດ້​ພະຍາຍາມ​ທີ່​ຈະ​ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​
ໃຫ້​ດີ​ຂຶ້ນ, ຊຶ່ງ​ນັ້ນ​ແມ່ນ​ເປັນ​ບູລິ​ມະ​ສິດ. ຂ້ອຍ​ຈະ​ບໍ່​ເວົ້າ​ຫຍັງ​ຫຼາຍ​ກ່ຽວ​ກັບ​ທ່ານ
ຖ້າ​ຫາກ​ວ່າ​ຈີນ ​ໄດ້​ກ້າວ​ເດີນ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ​.”

ບາງ​ພວກ​ກ່າວ​ວ່າ ຈີນ​ແມ່ນ​ກ້າວ​ເດີນ​ໄປ​ຖືກ​ທາງ​ແລ້ວ, ​ໄດ້​ເຫັນ​ວ່າ ມີ​ການ​ປັບປຸງ​
ໃຫ້​ດີ​ຂຶ້ນ​ ທາງ​ດ້ານ​ໂຄງ​ລ່າງ​ພື້ນຖານ ​ແລະການ​ຈັດການ​ເລື່ອງ​ການ​ສໍ້​ລາດ​ບັງ​ຫຼວງ
​ໃນ​ລະດັບ​ລັດຖະບານ. ​ແຕ່​ວ່າການຖົມຊ່ອງ​ຫວ່າງ ​ລະຫວ່າງ​ພັກ ​ກັບ​ສາທາລະນະ​
ຊົນ​ນັ້ນຍັງ​ຖືວ່າ ​ເປັນ​ການ​ທ້າ​ທາຍ ທີ່​ສຳຄັນ​ກວ່າ​ພວກ​ທຸງ ການວາງສະ​ແດງດອກ​ໄມ້
​ແລະ​ປ້າຍສັນ​ລະ​ເສີນ​ທັງຫຼາຍ. ທ່ານ Xi ​ແມ່ນ​ຍັງ​ຈະ​ມີ​ເສັ້ນທາງ​ຍາວໄກ ທີ່​ກ້າວ​ເດີນ
​ຕໍ່​ໄປ ທີ່​ຈະເອົາ​ຊະນະ​ຈິດໃຈ​ແລະ​ຄວາມ​ຄິດ​ອ່ານ​ຂອງ​ປະຊາຊົນ ພວກ​ນັກວິເຄາະ
​ກ່າວ​ວ່າ ການ​ທີ່​ທ່ານ​ໄດ້​ນຳ​ໃຊ້​ອຳນາດທີ່ມີເພີ່ມ​ຂຶ້ນຂອງ​ທ່ານ ຢູ່ໃນກອງ​ປະຊຸມ
ຈະ​ເປັນ​ກຸນ​ແຈດອກ​ສຳຄັນ ທີ່​ຈະ​ຕັດສິນຊີ້ຂາດວ່າ​ທ່ານຈະເຮັດ ໃນສິ່ງທີ່ທ່ານຢາກ​ເຮັດ​.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຈົ້າໜ້າທີ່ຈີນ ຍ່າງຜ່ານການວາງສະແດງຜົນງານຂອງປະທານປະທເດຈີນ ທ່ານ Xi Jinpin ທີ່ບັນລະຍາຍເຖິງຜົນງານ ແລະຜົນສຳເລັດ ໃນຊ່ວງ 5 ປີ ທີ່ທ່ານກຳອຳນາດ ທີ່ສາລາປະຊາຊົນ ໃນປັກກິ່ງ, ຈີນ, 17 ຕຸລາ 2017.
ເຈົ້າໜ້າທີ່ຈີນ ຍ່າງຜ່ານການວາງສະແດງຜົນງານຂອງປະທານປະທເດຈີນ ທ່ານ Xi Jinpin ທີ່ບັນລະຍາຍເຖິງຜົນງານ ແລະຜົນສຳເລັດ ໃນຊ່ວງ 5 ປີ ທີ່ທ່ານກຳອຳນາດ ທີ່ສາລາປະຊາຊົນ ໃນປັກກິ່ງ, ຈີນ, 17 ຕຸລາ 2017.

XS
SM
MD
LG