ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ເພີ້ມ​ການກວດ​ກາ ເພື່ອ​ເຂົ້າ​ໄປ ຈະຕຸລັດທຽນອັນເໝີນ ​ແລະ 32 ຄົນຖືກກັກຂັງຢູ່ຮົງກົງ ໃນວັນຄອບຮອບ ການປະທ້ວງ ປີ 1989  


ຕຳຫລວດສັ່ງໃຫ້ຄົນຢຸດເພື່ອກວດບັດປະຈໍາໂຕ ຢູ່ປ້ອມຍາມ ໃກ້ກັບຈະຈຸລັດຖຽນອັນເໝີນ ໃນນະຄອນຫລວງປັກກິ່ງ ວັນທີ 4 ມິຖຸນາ 2023
ຕຳຫລວດສັ່ງໃຫ້ຄົນຢຸດເພື່ອກວດບັດປະຈໍາໂຕ ຢູ່ປ້ອມຍາມ ໃກ້ກັບຈະຈຸລັດຖຽນອັນເໝີນ ໃນນະຄອນຫລວງປັກກິ່ງ ວັນທີ 4 ມິຖຸນາ 2023

ຈີນເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງເຄັ່​ງຂັດໃນການເຂົ້າໄປຫາຈະຕຸລັດທຽນອັນເໝີນ ຢູ່​ໃນ​ເຂດ​ໃຈກາງ​ນະ​ຄອນປັກກິ່ງ ໃນວັນຄົບຮອບການປະທ້ວງສະໜັບສະໜູນປະຊາທິປະໄຕ ໃນປີ 1989 ອີງຕາມລາຍງານອົງການຂ່າວເອພີ. ຢູ່ໃນຮົງກົງ ຊຶ່ງເປັນ​ດິນ​ແດນທີ່ຈີນໄດ້ຄວບຄຸມແຫ່ງສຸດທ້າຍ ທີ່​ຍັງ​ມີ​ການ​ລະ​ນຶກ​ເຖິງ ນັ້ນ ຕຳຫລວດໄດ້ກັກຂັງ 32 ຄົນ ໃນວັນເສົາແລະວັນອາທິດທີ່ຜ່ານມານີ້. ເຂົາ ເຈົ້າຫລາຍຄົນໄດ້ຖືກນຳພາໂຕອອກໄປຢູ່ອ້ອມແອ້ມສວນສາທາລະນະວິກຕໍເຣຍ.

ສວນສາທາລະນະທີ່ກວ້າງຂວາງ​ດັ່ງ​ກ່າວເຄີຍ​ໃຊ້ເປັນບ່່ອນເຕົ້າໂຮມ ໄຕ້ທຽນໄຂປະຈຳປີ ເພື່ອໄວ້ອາໄລແກ່ຫລາຍຮ້ອຍ ຫລືຫລາຍພັນຄົນ ທີ່ໄດ້ຖືກຂ້າຕາຍ ເວລາລົດຫຸ້ມເກາະ ແລະກຳ​ລັງທະຫານໄດ້​ບຸກ​ເຂົ້າ​ໄປຢູ່​ໃນ​ເຂດກາງນະຄອນ​ຫຼວງປັກກິ່ງ ເມື່ອຕອນແລງຂອງວັນທີ 3 ເດືອນມິຖຸນາ ແລະກ້າວເຂົ້າສູ່ຕອນເຊົ້າຂອງວັນທີ 4 ມິຖຸນາ ປີ 1989. ການສົນທະນາຂອງເຫດການໄດ້ຖືກກົດ​ຂີ່ມາເປັນເວລານານຢູ່ໃນປະເທດຈີນ ແລະຢູ່ໃນຮົງກົງ​ກໍ​ໄດ້​ມີ​ການ​ຫ້​າມ​ເພີ້ມ​ຂຶ້ນ ນັບແຕ່ກົດໝາຍຄວາມປອດໄພແຫ່ງຊາດ ໄດ້ມີ​ການ​ບັງ​ຄັບ​ໃຊ້ໃນເດືອນມິຖຸນາ ປີ 2020.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG