ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນ ໃນທິເບດ ຫຼາຍຮ້ອຍຄົນ ເດີນຂະບວນ ຮຽກຮ້ອງ ໃຫ້ມີ ອິດສະຫຼະພາບ ຫຼາຍຂຶ້ນ (ວີດີໂອ)


ພວກນັກຮຽນຊາວທິເບດ ທີ່ປະທ້ວງຢູ່ທີ່ເມືອງ Rongwo ເຂດ Rebkhong ໃນແຂວງຈິງໄຮ່ ທາງພາກຕາເວັນຕົກຂອງຈິນ (9 ພະຈິກ 2012)
ພວກນັກຮຽນຊາວທິເບດ ທີ່ປະທ້ວງຢູ່ທີ່ເມືອງ Rongwo ເຂດ Rebkhong ໃນແຂວງຈິງໄຮ່ ທາງພາກຕາເວັນຕົກຂອງຈິນ (9 ພະຈິກ 2012)
ພວກນັກຮຽນນັກສຶກສາຈຳນວນຫຼາຍຮ້ອຍຄົນໃນພາກຕາເວັນ
ອອກຂອງທິເບດ ໄດ້ພາກັນ ລົງສູ່ຖະໜົນຫົນທາງ ເພື່ອເດີນຂະ
ບວນສະໜັບສະໜຸນພວກປະທ້ວງ ທີ່ຮຽກຮ້ອງໃຫ້ມີສິດເສລີພາບ
ຫຼາຍຂຶ້ນ ພາຍໃຕ້ການປົກຄອງຂອງຈີນ.

ການປະທ້ວງ ໃນວັນສຸກມື້ນີ້ ທີ່ເມືອງ Rongwo ໃນເຂດ Reb-
kong ທາງພາກຕາເວັນອອກ ຂອງທິເບດ ທີ່ຈີນເອີ້ນວ່າແຂວງ
ຈິງໄຮ່ນັ້ນ ແມ່ນເປັນປະຕິກິລິຍາຕອບໂຕ້ຕໍ່ການເສຍຊີວິດຂອງ
ທ້າວ Kalsang Jinpa ອາຍຸ 18 ປີທີ່ໄດ້ຈູດເຜົາໂຕເອງຕາຍໃນ
ວັນພະຫັດວານນີ້.

ພວກທີ່ເຫັນເຫດການກ່າວວ່າ ອະດີດພະອົງນີ້ໄດ້ຍົກປ້າຍຄຳ
ຂວັນທີ່ຂຽນໃສ່ຜ້າຂາວ ຮຽກຮ້ອງໃຫ້ອົງດາໄລ ລາມະ ກັບຄືນ
ໄປຍັງທິເບດ. ນອກນັ້ນ ພວກທີ່ເຫັນເຫດການຍັງເວົ້າວ່າ ມີຜູ້ຄົນເປັນຈຳນວນຫຼວງຫຼາຍ ໄປຫຸ້ມເບິ່ງການຈູດເຜົາໂຕເອງດັ່ງກ່າວ ແລະສະຖານະການທີ່ນັ້ນຍັງມີຄວາມເຄັ່ງຕຶງຢູ່.

ຂ່າວກ່ຽວກັບການປະທ້ວງຮອບໃໝ່ ມີຂຶ້ນໃນຂະນະທີ່ຈີນໄຂກອງປະຊຸມໃຫຍ່ ຄັ້ງ ທີ 18 ຂອງພັກຄອມມູນິສທີ່ນະຄອນຫຼວງປັກກິ່ງ ໃນການໂອນອຳນາດຂອງພວກຜູ້ນຳ ຊຶ່ງມີຂຶ້ນ ທົດສະວັດລະນຶ່ງຄັ້ງນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG