ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢ່າງໜ້ອຍຫ້າຄົນ ຈຸດໄຟເຜົາຕົນເອງ ຢູ່ທິເບດ ໃນອາທິດຜ່ານມານີ້


ທ້າວ Tsepak Kyap, ອາຍຸ 23 ປີ ຈຸດໄຟເຜົາຕົນເອງ ຢູ່ໃກ້ສະຖານີ ລົດເມແຫ່ງນຶ່ງ ໃນເມືອງ Sankok ເຂດຄາວຕີ Sangchu ໃນແຂວງ Gansu ທາງພາກຕາເວັນອອກສຽງ ເໜືອຂອງຈີນ.
ທ້າວ Tsepak Kyap, ອາຍຸ 23 ປີ ຈຸດໄຟເຜົາຕົນເອງ ຢູ່ໃກ້ສະຖານີ ລົດເມແຫ່ງນຶ່ງ ໃນເມືອງ Sankok ເຂດຄາວຕີ Sangchu ໃນແຂວງ Gansu ທາງພາກຕາເວັນອອກສຽງ ເໜືອຂອງຈີນ.
ປາກົດວ່າ ຄວາມໂກດແຄ້ນ ແລະສິ້ນຫວັງໄດ້ປົກຄຸມໄປທົ່ວເຂດ
ທິເບດຂອງຈີນ ບ່ອນທີ່ມີຊາວທິເບດຕື່ມອີກ ຢ່າງໜ້ອຍ 4 ຄົນ ຈຸດໄຟເຜົາຕົນເອງເພື່ອປະທ້ວງການປົກຄອງຂອງຈີນ.

ການຈຸດໄຟເຜົາຕົນເອງໃນຄັ້ງຫລ້າສຸດ ໄດ້ເກີດຂຶ້ນໃນຄືນວັນ
ສຸກວານນີ້ ຢູ່ເມືອງ Sankok ເຂດຄາວຕີ Sangchu ໃນແຂວງ
Gansu ທາງພາກຕາເວັນຕົກສຽງເໜືອຂອງຈີນ. ຮູບທີ່ມີຄົນ
ສົ່ງມາໃຫ້ ວິທະຍຸວີໂອເອພະແນກພາສາທິເບດ ສະແດງໃຫ້
ເຫັນພາບຮ່າງກາຍຂອງ ທ້າວ Tsepak Kyap ອາຍຸ 23 ປີ
ລຸກໄໝ້ເປັນໄຟ ຢູ່ໃກ້ປ້າຍຈອດລົດເມແຫ່ງນຶ່ງ.

ພວກເຫັນເຫດການເວົ້າວ່າ ທ້າວ Kyap ຖືກໄຟໄໝ້ຢ່າງສາ
ຫັດ ແລະບໍ່ມີໃຜຮູ້ວ່າ ລາວລອດຊີວິດມາໄດ້ຫລືບໍ່. (ແຫລ່ງ
ຂ່າວເວົ້າວ່າ ລາວມີພັນລະຍາຄົນນຶ່ງອາຍຸ 18 ປີ ຊື່ ນາງ Dorje Dolma.)
ທ້າວ Lhamo Tseten ທີ່ຈຸດໄຟເຜົາຕົນເອງ ໃນວັນທີ 26 ຕຸລາ, 2012 ຢຸ່ເຂດຄາວຕີ Sangchu ໃນແຂວງ Gansu ແລະພັນລະຍາຂອງຜູ້ກ່ຽວ.
ທ້າວ Lhamo Tseten ທີ່ຈຸດໄຟເຜົາຕົນເອງ ໃນວັນທີ 26 ຕຸລາ, 2012 ຢຸ່ເຂດຄາວຕີ Sangchu ໃນແຂວງ Gansu ແລະພັນລະຍາຂອງຜູ້ກ່ຽວ.

ກ່ອນໜ້ານັ້ນ ໃນວັນດຽວກັນ ທ້າວ Lhamo Tseten ອາຍຸ
24 ປີ ໄດ້ເສຍຊີວິດ ລຸນຫລັງທີ່ລາວຍ່າງອອກຈາກຮ້ານອາ
ຫານແຫ່ງນຶ່ງ ແລ້ວຈຸດໄຟເຜົາຕົນເອງຢູ່ເມືອງ Amchok
ຢູ່ໃນເຂດຄາວຕີ Sangchu ເຊັ່ນກັນ.

ພາຍຫລັງການຈຸດໄຟເຜົາຕົນເອງຂອງທ້າວ Tseten, ກຸ່ມປົກປ້ອງສິດທິມະນຸດປົດປ່ອຍ ທິເບດ ຫລື Free Tibet ທີ່ຕັ້ງຢູ່ນະຄອນລອນດອນເວົ້າວ່າ ມີລາຍງານວ່າ ກໍາລັງຮັກສາ ຄວາມສະຫງົບຂອງລັດຖະບານຈີນ ໄດ້ເຂົ້າໄປຢູ່ໃນເຂດດັ່ງກ່າວຢ່າງໄວວາ.

ນັບທັງການຈຸດໄຟເຜົາຕົນເອງໃໝ່ຫລ້າສຸດສອງລາຍດັ່ງກ່າວໃນວັນສຸກວານນີ້ ດຽວນີ້ ແມ່ນໄດ້ມີ 5 ລາຍແລ້ວ ທີ່ທໍາການປະທ້ວງແບບນັ້ນ ຢູ່ໃນແຂວງ Gansu ສະເພາະແຕ່ ໃນອາທິດນຶ່ງຜ່ານມານີ້.

ວິທະຍຸວີໂອເອພະແນກພາສາທິເບດຍັງໄດ້ຮູ້ມາອີກວ່າ ມີການເຜົາຕົນເອງອີກສອງລາຍ ໃນວັນພະຫັດຜ່ານມາ ຢູ່ໃນເຂດ Nagchu ຊຶ່ງເປັນເຂດທີ່ທາງການຈີນໄດ້ມອບໝາຍ ໃຫ້ເປັນເຂດທິເບດທີ່ປົກຄອງຕົນເອງນັ້ນ.

ນຶ່ງໃນຈໍານວນຜູ້ເຜົາຕົນເອງປະທ້ວງສອງຄົນນັ້ນ ແມ່ນທ້າວ Tsebup ທີ່ລາຍງານເວົ້າ ວ່າ ໄດ້ເສຍຊີວິດໄປ ລຸນຫລັງທີ່ໄດ້ເອົາໄຟເຜົາຕົນເອງຢູ່ໃກ້ວັດ Bangar ໃນເມືອງ Naro. ສ່ວນຊະຕາກໍາຂອງຜູ້ທີສອງນັ້ນ ຍັງບໍ່ມີໃຜຮູ້ເທື່ອ.
XS
SM
MD
LG