ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນຫ້າມ ​ແລະ​ຍົກ​ເລີກ ການ​ອອກວີ​ຊາ ເດີນທາງໄປຍັງ Tibet​


ການເຜົາຕົວເອງຂອງຊາວທິເບດ ປະທ້ວງການປົກຄອງຂອງຈີນ
ການເຜົາຕົວເອງຂອງຊາວທິເບດ ປະທ້ວງການປົກຄອງຂອງຈີນ

ເຈົ້າ​ໜ້າ​ທີ່​ທ່ອງ​ທ່ຽວ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ຈີນ​ໄດ້​ຫ້າມ​ແລະ​ຍົກ​ເລີກການ​ອອກ ວີ​ຊາ ບໍ່ໃຫ້​ພວກນັກ​ທ່ອງ​ທ່ຽວຕ່າງຊາດ​ ເຂົ້າ​ໄປ​ໃນ Tibet​.

ການເຄື່ອນ​ໄຫວ​ທີ່​ວ່າ​ນີ້​ແມ່ນ​ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ຊາວ​ທິ​ເບ​ດ 2 ຄົນ​ໄດ້​ເອົາໄຟ​ເຜົາຕົວ​ເອງ ຢູ່​ໃນ​ເຂດດັ່ງກ່າວ ເພື່ອປະ​ທ້ວງ​ຕໍ່​ການ​ປົກຄອງ​ຂອງ​ຈີນ​.

ຈີນບໍ່​ໄດ້ໃຫ້​ເຫດຜົນ​ໃດໆ​ ໃນ​ການ​ຫ້າ​ມບໍ່​ໃຫ້ຊາວ​ຕ່າງປະ​ເທດ​ເຂົ້າ​ໄປ​ໃນ​ທິ​ເບ​ດ​ ແລະສໍານັກ
ງານ​ການທ່ອງທ່ຽວຫຼາຍໆ​ແຫ່ງ​ ​ໃນກຸງ​ປັກ​ກິ່ງກ່າວ​ວ່າ ຂໍ້​ຫ້າມ​ດັ່ງກ່າວ​ນີ້​ອາດ​ຈະ​ແກ່ຍາວ
​ອອກ​ໄປ​ເປັນ​ເວລາ​ຫຼາຍໆ​ເດືອນ.

ການ​ຫ້າມດັ່ງກ່າວ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຊາວ​ທິ​ເບ​ດ ຕຽມ​ຕົວສະຫຼອງ​ເທດສະການ ​Saga
Dawa ຊຶ່ງ​ເປັນ​ວັນ​ປະສູດ​ຂອງ​ພະ​ພຸດ​ທະ​ເຈົ້າ​ ​ເປັນ​ເວລາ​ນຶ່ງ​ເດືອນ ຊຶ່ງໄດ້​ດຶງດູດເອົາ​ພວກ
ນັກ​ທ່ອງ​ທ່ຽວ​ຈໍ​ານວນ​ຫຼາຍໆ​ພັນ​ຄົນນັ້ນ​.

ຈີນ​ໄດ້​ອອກ​ຂໍ້​ຫ້າມທີ່​ຄ້າຍຄື​ກັນ​ ​ບໍ່​ໃຫ້ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງຊາດ​ເຂົ້າ​ໄປ​ໃນ Tibet ​ໃນ​ຊ່​ວງ​ເວລາ​ດຽວ​ກັນໃນ​ປີ​ກາຍ​ນີ້​ເຊັ່ນ​ກັນ ​ແລະ​ກໍ​ໄດ້​ກະທໍາ​ເ​ເບ​ບນີ້ເປັນ​ປະ​ຈໍາ​ໃນ​ຫຼາຍ​ຄັ້ງ​ຜ່ານ​ມາ ​ໃນ​ຊ່ວງ​ວັນ​ພັກ​ທາງ​ສາ​ສະໜາ ຫຼື​ບໍ່​ກໍ​ໃນ​ຊ່ວງ​ທີ່​ບໍ່​ສະ​ງົບ​ນັ້ນ.

​ເກືອບ​ຮອດ 40 ຄົນ ຊຶ່ງ​ຮວມທັງຄູບາ​ ແມ່​ຂາວ ແລະ ​ພວກ​ທີ່​ສະໜັບສະໜຸນ
​ໄດ້​ຈູດ​ເຜົາ​ຕົວ​ເອງ ນັບ​ຕັ້ງ​ແຕ່ເດືອນ​ ມີນາ ປີ 2011 ​ເປັນ​ຕົ້ນ​ມາ​ ​ເພື່ອປະ​ທ້ວງ ຕໍ່ຕ້ານ​ການ​ປົກຄອງຂອງ​ຈີນ​ນັ້ນ.

XS
SM
MD
LG