ກຸ່ມປົກປ້ອງສິດທິມະນຸດ Free Tibet ທີ່ມີສໍານັກງານຢູ່ກຸງລອນດອນ ປະເທດອັງກິດ ເວົ້າວ່າ ການມໍລະນະພາບຂອງພະຊາວທິເບດອາຍຸ 18 ປີ ໃນການປະທ້ວງຈູດເຜົາຕົນເອງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນເມື່ອວັນອັງຄານວານນີ້ ຄວນຈະພາໃຫ້ມີການກົດດັນຂອງນານາຊາດໂດຍທັນທີຕໍ່ລັດຖະບານຈີນ ເພື່ອປ່ອຍໃຫ້ຊາວທິເບດທັງຫຼາຍ ຕັດສິນໃຈກ່ຽວກັບຊະຕາກຳຂອງພວກເຂົາເຈົ້າໃນອະນາຄົດ.
ໃນຖະແຫຼງການສະບັບນຶ່ງນັ້ນ ທ່ານນາງ Stephanie Brigden ຜູ້ອໍານວຍການກຸ່ມປົກປ້ອງສິດທິມະນຸດ Free Tibet ກ່າວວ່າ ການເຜົາ ຕົວຕາຍຂອງພະໜຸ່ມ Lobsang Lozin ເມື່ອວັນອັງຄານວານນີ້ຢູ່ໃນແຂວງ Sichuan ຂອງຈີນ ສະແດງໃຫ້ເຫັນວ່າ ການຮຽກຮ້ອງເອົາເສລີພາບຂອງຊາວທິເບດ ນັ້ນແມ່ນຄອບງໍາຫຼາຍທີ່ສຸດແລ້ວ. ບັນດານັກເຄຶ່ອນໄຫວໄດ້ລາຍງາຍວ່າ ຈໍານວນຜູ້ຈູດເຜົາຕົນເອງມີຫຼາຍກວ່າ 40 ຄົນແລ້ວ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ໂດຍຊາວທິເບດທີ່ທໍາການປະທ້ວງໃນສິ່ງທີ່ພວກເຂົາເຈົ້າເຫັນວ່ານະໂຍບາຍຕ່າງໆທີ່ເປັນການປາບປາມ ກົດຂີ່ຂອງລັດຖະບານຈີນ. ການຈູດເຜົາຕົນເອງບາງລາຍກໍຍັງຜົນໃຫ້ເສຍຊີວິດໄປ.
ນັກເຄຶ່ອນໄຫວຊາວທິເບດ ເວົ້າວ່າ ພະ Lobsang Lozin ໄດ້ຈູດເຜົາຕົນເອງ ທີ່ວັດແຫ່ງນຶ່ງ ຢູ່ເຂດ Ngaba ແລະ Qiang ຊຶ່ງເປັນເຂດປົກ ຄອງຕົນເອງຂອງແຂວງ Sichuan ແລ້ວກໍຍ່າງມຸ້ງໜ້າໄປຍັງຫ້ອງການລັດຖະບານທ້ອງຖິ່ນແຫ່ງນຶ່ງ ພ້ອມກັບຮ້ອງໂຮຄໍາຂວັນ. ຜູ້ຕາງໜ້າຄົນ ນຶ່ງຂອງວັດ Tsodun Kirti ບອກວີໂອເອວ່າ ພະ Lobsang ຍ່າງໄປ ບໍ່ໄດ້ໄກປານໃດ.
Kanyag Tsering ຜູ້ຕາງໜ້າວັດ ເວົ້າຈາກເມືອງທໍາມະສາລາຂອງອິນ ເດຍ ຊຶ່ງເປັນທີ່ຕັ້ງຂອງລັດຖະບານພັດຖິ່ນທິເບດ. ຄະນະລັດຖະບານພັດຖິ່ນສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບເຖິງແກ່ມໍລະນະພາບຂອງພະ Lobsang Lozin ແລະເວົ້າວ່າ ເຈົ້າໜ້າທີ່ຈີນໄດ້ສົ່ງຕໍາຫຼວດ ປະກອບອາວຸດຫຼາຍຄົນໄປຍັງເມືອງ Barkham ຊຶ່ງເປັນທີ່ຕັ້ງຂອງວັດດັ່ງກ່າວ ທີ່ປະກົດວ່າເພື່ອພະຍາຍາມປ້ອງກັນບໍ່ໃຫ້ເກີດຄວາມບໍ່ສະຫງົບຂຶ້ນຕື່ມອີກ.
ແຕ່ບັນດານັກເຄຶ່ອນໄຫວເວົ້າວ່າ ພວກຊາວທິເບດທ້ອງຖິ່ນໄດ້ປິດກັ້ນຂົວແຫ່ງນຶ່ງ ເພື່ອປ້ອງກັນບໍ່ໃຫ້ຕໍາຫຼວດເຄຶ່ອນກໍາລັງໄປເຖິງວັດໄດ້ Kanyag Tsering ຜູ້ຕາງໜ້າວັດ ເວົ້າວ່າ ບັນດາພະໃນວັດນັ້ນພາກັນເຄຶ່ອນໄຫວຢ່າງໄວເພື່ອຈັດການມ້ຽນຊາກສົບຂອງພະ Lobsang.