ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດຫຼາຍຮ້ອຍຄົນ ທໍາການປະທ້ວງ ໃນວັນຊາດຈີນ


ຊາວທິເບດປະທ້ວງຕໍ່ຈີນ
ຊາວທິເບດປະທ້ວງຕໍ່ຈີນ

ຊາວ​ທິ​ເບ​ດຫຼາຍ​ຮ້ອງ​ຄົນ​ໄດ້​ພາກັນປະ​ທ້ວງ​ໃນ​ພາກ​ໃຕ້​ຂອງ​ຈີນ​ ​ໃນ​ວັນ​ຊາດ​ຂອງ​ປະ​ເທດ
ທີ່​ນໍາພາໂດຍ​ພັກຄອມ​ມຸຍນິດນັ້ນ.

ລາຍ​ງານ​ຂ່າວ​ທີ່​ອອກໃນ​ວັນອາທິດ​ວານນີ້ເວົ້າວ່າ ການ​ປະ​ທ້ວງ​ນັ້ນ​ໄດ້​ເລີ່​ມຂຶ້ນ ​ຫຼັງ​ຈາກ​ທີ່
ທຸງ​ທິ​ເບ​ດ​ແລະ​ຮູບຂອງອົງ​ດາ​ໄລ ລາ​ມະ ​ຜູ້​ນໍາ​ທາງ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດ ​ໄດ້​ຖືກ​ປົດອອກ
ໃນ​ເມືອງ Seda ແຂວງ Sichuan ນັ້ນ.

ໃນການປະທ້ວງ​ໄດ້​ມີ​ຂຶ້ນ​ໃນວັນເສົາຜ່ານມາ ກົງກັບວັນຊາດຂອງຈີນ ຊຶ່ງເປັນ ວັນທີ່ພັກ
ຄອມ​ມຸຍນິດ​ເຂົ້າຢຶດຄອງອໍານາດນັ້ນ.

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນໃນຂົງເຂດນັ້ນ ຕັ້ງແຕ່ໄດ້ມີການປະທ້ວງເກີດ ຂຶ້ນໃນເດືອນ
ມີນາ ແລະຫຼັງຈາກນັ້ນ ກໍໄດ້ມີພະສົງ ຈໍານວນ 300 ອົງ ຫາຍສາບສູນ ຊຶ່ງພວກທີ່ເຫັນ
ເຫດການເວົ້າວ່າ ​ໄດ້​ຖືກທາງການຈີນຈັບ​ໄປແລະນໍາໄປຍັງສະຖານທີ່ໃດນຶ່ງທີ່ບໍ່ບອກໃຫ້
ຊາບ. ທາງການກຸງປັກກິ່ງໄດ້ຮັບຮູ້ເຖິງການຫາຍສາບສູນດັ່ງກ່າວໃນເດືອນມິຖຸນາແລ້ວນີ້
ແລະວ່າ ພວກພະສົງທີ່ຖືກກັກ​ຂັງນັ້ນ ແມ່ນກໍາລັງ​ໄດ້​ຮັບການສຶກສາທາງ​ດ້ານກົດໝາຍ.

ໃນສັບປະດາແລ້ວນີ້, ພະສົງຊາວທິເບດ 2 ອົງໄດ້ຈຸດໄຟເຜົາຕົວເອງຕາຍເພື່ອເປັນການ
ປະທ້ວງຕໍ່ຈີນໃນວັດ​ແຫ່ງທາງພາກໃຕ້ຂອງຈີນ ບ່ອນທີ່ພະສົງທິເບດໜຸ່ມອົງ​ນຶ່ງ ໄດ້​ເຜົາ
ຕົວເອງຕາຍ ໃນຕົ້ນປີນີ້.

XS
SM
MD
LG