ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ການປະທ້ວງໃນຈີນ


ພວກນັກຮຽນທິເບດ ພາກັນປະທ້ວງທີ່ເມືອງ Rebkong ໃນແຂວງຈິງໄຮ່ ຂອງຈີນ (19 ຕຸລາ 2010)

ປະຊາຊົນໃນເຂດພາກຕາເວັນຕົກສຽງເໜືອຂອງຈີນກ່າວ
ວ່າ ພວກນັກຮຽນຊາວທິເບດ ໄດ້ພາກັນເດີນຂະບວນຢູ່
ຕາມຖະໜົນຫົນທາງໃນວັນອັງຄານວານນີ້ ເພື່ອປະທ້ວງ
ຕໍ່ແຜນການທີ່ລັດຖະບານຈີນ ຈະຢຸດເຊົາ ການ​ໃຊ້ພາສາ
ທິເບດຢູ່ຕາມໂຮງຮຽນຕ່າງໆ.

ປະຊາຊົນເວົ້າວ່າ ຕຳຫຼວດບໍ່ໄດ້ເຂົ້າຍຸ່ງກ່ຽວແຊກແຊງໃນ
ການເດີນຂະບວນ ທີ່ມີພວກນັກຮຽນ ຈາກຫຼາຍໆໂຮງ
ຮຽນເຂົ້າຮ່ວມໂດຍໄດ້ພາກັນຮ້ອງຄຳຂວັນຕໍ່ຕ້ານ. ການ
ປະທ້ວງ ໄດ້ສິ້ນສຸດລົງ ໃນຕອນທ່ຽງຂອງມື້ວານນີ້ ແລະ
ພວກນັກຮຽນ ກໍພາກັນເມືອເຮືອນ ຫຼືບໍ່ກໍກັບໄປເຂົ້າໂຮງຮຽນ.

ການປະທ້ວງທີ່ວ່ານີ້ເກີດຂຶ້ນທີ່ເມືອງ Tongren ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ Rebkong ໃນ
ແຂວງ Qinghai ຂອງຈີນ.

ລາຍງານກ່ຽວກັບຈຳນວນ ພວກທີ່ໄປຮ່ວມການເດີນຂະບວນໃນຄັ້ງນີ້ ແມ່ນແຕກຕ່າງກັນ
ຄືບັນດາອົງການຂ່າວຂອງປະເທດຕາເວັນຕົກເວົ້າວ່າມີພວກນັກຮຽນປະມານ 1,000 ຄົນ.
ແຕ່ກຸ່ມປົກປ້ອງສິດທິມະນຸດທິເບດເສລີ ທີ່ມີສຳນັກງານຢູ່ກຸງລອນດອນແຈ້ງວ່າ ມີພວກນັກ
ຮຽນເຂົ້າຮ່ວມການປະທ້ວງຫຼາຍເຖິງ 9,000 ຄົນ.

ອົງການຂ່າວເອພີ ໄດ້ອ້າງຄຳເວົ້າຂອງນາຍຄູຄົນນຶ່ງ ໃນເມືອງ Tongren ທີ່ກ່າວວ່າ ແຜນ
ການທີ່ວ່າຈະຈັດໃຫ້ມີການ​ໃຊ້ແຕ່ພາສາຈີນສອນທໍ່ນັ້ນແມ່ນຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.

ກ່ຽວຂ້ອງກັນ

XS
SM
MD
LG